ທ່າ​ນຢາງ​ສຽວຕູ້​ໄດ້​ພົບ​ປະ​ກັບ​ທ່ານ​ວິ​ທະ​ວັດ
  2018-06-07 16:16:04  cri
ວັນ​ທີ 6 ມິຖຸນາ​ນີ້, ທ່ານ​ຢາງ​ສຽວ​ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ເລຂາທິການ​ຄະນະ​ກວດກາ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການກວດກາ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບພົນ​ເອກ​ວິ​ທະ​ວັດ​ ສີ​ວິຫົກ ຜູ້​ກວດກາງົບປະມານ​ແຜ່ນດິນຂອງໄທ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.
ທ່ານ​ຢາງ​ສຽວ​ຕູ້​ກ່າວ​ວ່າ: ພາຍ​ໃຕ້​ການ​ນຳພາ​ຢ່າງ​ເດັດດ່ຽວ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຖື​ສະ​ຫາຍ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ໃຈກາງ ​ແລະ​ການ​ຊີ້​ນຳ​ຂອງ​ແນວ​ຄິດສີ​ຈິ້ນ​ຜິ​ງກ່ຽວ​ກັບສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ຄະນະ​ກວດກາ​ສູນ​ກາງພັກ​ກອມ​ມູນິດ​ຈີນ ​ແລະ​ຄະນະ​ກຳມະການ​ກວດກາ​ແຫ່ງ​ຊາດ​ຈີນ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ຮອບດ້ານ ​ເພື່ອຮັບປະກັນ​ການ​ສ້າງສາ​ເສດຖະກິດ-ສັງຄົມຂອງ​ຈີນ​ສືບ​ຕໍ່ຂະຫຍາຍ​ຕົວຢ່າງ​ປອດ​​ໃສ. ຫວັງ​ວ່າ​ຈີນ ​ແລະ​ໄທຈະລົງ​ເລິກ​ການ​ຮ່ວມ​ມື​ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ສົ່ງ​ເສີມ​ສາຍ​ພົວພັນ​ຄູ່​ຮ່ວມມື​ຍຸດທະສາດ​ຮອບດ້ານ​ຈີນ-​ໄທ​​ເຮັດ​ໃຫ້ການ​ພັດທະນາ​ດີ​ຂຶ້ນ​ກວ່າ​ເກົ່າ.
ທ່ານວິ​ທະ​ວັດກ່າວ​ວ່າ: ຍິນ​ດີ​ເພີ່ມ​ທະວີ​ການ​ຖອດ​ຖອນ​ບົດຮຽນ​ຮ່ວມ​ກັນກັບຈີນ ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຮ່ວມ​ກັນ.