ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຊິ່ງ​ຕາວ: ສູນ​ຂ່າວກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຊິ່ງ​ຕາວ​ມີ​ສອງ​ເອ​ກະ​ລັກ
  2018-06-08 11:00:06  cri

ສິ່ງກໍ່​ສ້າງສູນ​ຂ່າວຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຊິ່ງ​ຕາວມີ​ເນື້ອ​ທີ່ທັງ​ໝົດ​ປະ​ມານ 3 ໝື່ນ 5 ພັນ​ຕາ​ແມັດ, ເຂດ​ນັກ​ຂ່າວ​ມີ​ເນື້ອ​ທີ່ 1 ໝື່ນ 500 ຕາ​ແມັດ, ສາ​ມາດສະ​ໜອງ​ການ​ບໍ​ລິ​ການ​ໃຫ້ແກ່ນັກ​ຂ່າວ​ທີ່​ຂຶ້ນ​ທະ​ບຽນເກືອບ 3000 ຄົນ. ຜູ້​ຮັບ​ຜິດ​ຊອບ​ຂອງ​ສູ​ນ​ຂ່າວ​ແນະ​ນຳ​ໃຫ້​ຮູ້​ວ່າ: ສູນ​ຂ່າວນີ້​ມີ​ເອ​ກະ​ລັກ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ມີ​ເຕັກ​ນິກ​ສູງ​ແລະ​ອື່ນໆ. ສິ່ງ​ທີ່​ສຸມ​ສາຍຕາ​ທີ່​ສຸດ​ໃນ​ສູ​ນ​ຂ່າວກໍ່​ແມ່ນ​ໄດ້​ນຳ​ໃຊ້​ຄົນ​ຈັກ​ຫຼາຍ​ຊະ​ນິດ ເຊິ່​ງ​ລວມ​ທັງ​ຄົນ​ຈັກ​ຕ້ອນ​ຮັບ​ແຂກ ຄົນ​ຈັກ​ປ້ອງ​ກັນ​ຄວາມ​ປອດ​ໄພ ຄົນ​ຈັກ​ໃຫ້​ຄຳ​ປຶກ​ສາ​ ແລະ​ຄົນ​ຈັກ​ຂົນ​ສົ່ງ. ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ເອ​ກະ​ລັກ​ອີກ​ອັນ​ໜຶ່ງ​ຂອງ​ສູ​ນ​ຂ່າວ, ຝາ​ທັງ​ໝົດ​ໃນ​ສູນ​ລ້ວນ​ແຕ່​ຜະ​ລິດ​ຕາມ​ຄວາມ​ຕ້ອງ​ການ, ໃນ​ເວ​ລາ​ຕິດ​ຕັ້ງປະ​ກອບບໍ່​ມີ​ຂີ້​ຝຸ່ນ ອາຍ​ພິດ​ແລະ​ສິ່ງ​ເສດ​ເຫຼືອ.