ລັດ​ຖະ​ບານ​ລາວ​ຈະ​ໃຊ້​ມາດ​ຕະ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ
  2018-06-08 10:01:43  cri
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະ​ບັບ​ວັນ​ທີ 7 ມິ​ຖຸ​ນາ​ນີ້​ລາຍ​ງານ​ວ່າ: ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ແຈ້ງ​ໃຫ້​ສະ​ພາ​ແຫ່ງ​ຊາດວ່າ​ລັດ​ຖະ​ບານ​​ຈະໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອຊຸກ​ຍູ້​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ. ລັດ​ຖະ​ບານ​ຈະ​ນຳ​ໃຊ້​ລະ​ບົບ​ເອ​ເລັກ​ໂຕ​ຣ​ນິກ​ເພື່ອ​ແກ້​ໄຂ​ຂໍ້​ບຸກ​ຜ່ອງ​ດ້ານ​ລາຍ​ໄດ້, ຫຼຸດ​ຂັ້ນ​ຕອນໃຫ້​ໜ້ອຍ​ລົງ​ເພື່ອເຮັດ​ໃຫ້​ການ​​ພິ​ຈາ​ລະ​ນາອະ​ນຸ​ມັດ​ການ​ລົງ​ທຶນ​ແລະ​ກິດ​ຈະ​ການ​ຕ່າງໆ​ໃຫ້​ວ່ອງ​ໄວ​ຂຶ້ນ ທັງ​ຍົກ​ສູງ​ປະ​ສິດ​ທິ​ພາບ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ກົນ​ໄກ​ບໍ​ລິ​ການ​ປະ​ຕູ​ດຽວ. ນອກ​ນີ້, ລັດ​ຖະ​ບານ​ຍັງ​ຈະ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້​ເປັນ​ຕົ້ນ​ແມ່ນ ຫຼຸດ​ຕົ້ນ​ທຶນ​ການ​ລົງ​ທຶນ​ໃຫ້​ໜ້ອຍ​ລົງ,ຄວບ​ຄຸມ​ອັດ​ໄຕ​ໄພ​ເງິນ​ເຟີ້, ປັບ​ປຸງ​ໂຄງ​ປະ​ກອບ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ, ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ລະ​ດົມ​ທຶນ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ການ​ຄ້າ, ວາງ​ແຜນ​ແລະ​ພັດ​ທະ​ນາ​ເນື້ອ​ທີ່ການ​ຜະ​ລິດ​ກະ​ສິ​ກຳ​ໃຫ້​ສົມ​ເຫດ​ສົມ​ຜົນ, ປະ​ຕິ​ບັດ​ໂຄງ​ການ​ປີ​ທ່ອງ​ທ່ຽວ​ລາວ 2018 ແລະ​ອື່ນໆ.