ຍອດ​ມູ​ນ​ຄ່າ​ການ​ຄ້າ​ຈີນ-ຣັດ​ເຊຍ​ໃນ​ປີ​ນີ້​ຄາດ​ວ່າ​ຈະ​ບັນ​ລຸ​ຫຼາຍກວ່າ 100 ຕື້​ໂດ​ລາ​ສະ​ຫະ​ລັດ
  2018-06-08 10:11:10  cri
ວັນ​ທີ 7 ມິ​ຖຸ​ນາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງວ່າ: ຊຸມ​ປີ​ມໍ່ໆ​ນີ້,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ຣັດ​ເຊຍ​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ, ກວ້າງ​ຂວາງ,ມີ​ປະ​ສິດ​ທິ​ຜົນ​ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ, ໃນ​ປີ 2018 ນີ້, ຍອດ​ມູນ​ຄ່​າ​ການ​ຄ້າ​ສອງ​ຝ່າຍ​ຄາດ​ວ່າ​ຈະ​ບັນ​ລຸຫຼາຍກວ່າ 100 ຕື້​ໂດ​ລາ​ສະ​ຫະ​ລັດ.

ປີ 2017 ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ຣັດ​ເຊຍ​ບັນ​ລຸ​ເຖິງ 84 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 20,8% ເມື່ອ​ທຽບ​ໃສ່​ປີ 2016. ​​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ຜ່ານ​ມາ,ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ 31,2 ຕື້​ໂດ​ລາ​ສະ​ຫະ​ລັດ,ເພີ່ມ​ຂຶ້ນ 27,3% ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ2017. ຖື​ວ່າ​ມີ​ຈັງ​ຫວະ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​​​ດ້ານການ​ຄ້າ​ລະ​ຫວ່າງ​ຈີນ​ກັບບັນ​ດາ​ຄູ່​ຄ້າ​ສຳ​ຄັນ. ທ່ານ​ກ່າວ​ເຟິ່ງ​ເປີດ​ເຜີຍ​ວ່າ:

"ໃນ​ດ້ານ​ການ​ລົງ​ທຶນ,ປີ 2017 ຜ່ານ​ມາ,ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ຣັດ​ເຊຍ​ບັນ​ລຸ​ເຖິງ 2,22 ຕື້​ໂດ​ລາ​ສະ​ຫະ​ລັດ,ເພີ່ມ​ຂຶ້ນ 72% ເມື່ອ​ທຽບ​ໃສ່​ປີ 2016, ຈີນ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮັບ​ເໝົາ​ໂຄງ​ການ​ຢູ່​ຣັດ​ເຊຍ​ໃນ​ມູນ​ຄ່າ 7,75 ຕື້​ໂດ​ລ​າ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 191,4% ເມື່ອ​ທຽບໃສ່​ປີ 2016, ຈັງ​ຫວະ​ການ​ເຕີບ​ໂຕ​ແບບ​ນີ້​ຖື​ວ່າ​ຢູ່​ໃນ​ແຖວ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ທີ່​​ຢູ່ລຽບ​ຕາມ 'ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ'; ໃນ​ດ້ານ​ຂົງ​ເຂດ​ການ​ຮ່ວມ​ມື, ນອກ​ຈາກ ​ພະ​ລັງ​ງານ,ການ​ບິນ,ການ​ບິນ​ອະ​ວະ​ກາດ,ພື້ນ​ຖານ​ໂຄງ​ລ່າງ​ແລະ​ຂົງ​ເຂດ​ອື່ນໆ​ທີ່​ສອງ​ຝ່າຍ​ໄດ້​ຮ່ວມ​ມື​ມາຫຼາຍ​ປີ​ແລ້ວ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ເຊັ່ນ​:ການ​ພັດ​ທະ​ນາ​ຕາ​ເວັນ​ອອກ​ໄກ,ເສດ​ຖະ​ກິດ​ດີ​ຈີ​ຕອນ,ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ແລະ​ອື່ນໆ ເພື່ອ​ພະ​ຍາ​ຍາມ​ສ້າງ​ໃຫ້​ເປັນ​ຈຸດ​ເຕີບ​ໂຕ​ໃໝ່​ຂອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ."