ຈີນ​​ທົດ​ລອງ​ລະ​ບົບ​ຂັບ​ລົດ​ໄຟ​ຄວາມ​ໄວ​ສູງ​ສະ​ມາດ
  2018-06-08 17:38:15  cri

ວັນ​ທີ 7 ມິ​ຖຸ​ນາ​ນີ້, ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ລະ​ບົບຂັບ​ລົດ​ໄຟ​ຄວາມ​ໄວ​ສູງ​ອັດ​ຕະ​ໂນ​ມັດ​ຢູ່​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ​-ເສິນ​ຢາງ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ:ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​​ທີ່ສຳ​ຄັນ​ໃນ​ການ​ປະ​ດິດ​ສ້າງ​ເຕັກ​ນິກ​​ສຳ​ຄັນ​ທີ່​ສຸດ​ໃນ​ຂົງ​ເຂດລົດ​ໄຟ​ຄວາມ​ໄວ​ສູງ​ສະ​ມາດ, ໂດຍ​ລວມ​ແລ້ວ, ເຕັກ​ນິກ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ກ້າວ​ໜ້າກວ່າ​ໝູ່ໃນ​ໂລກ​ຢ່າງ​ຕໍ່​ເນື່ອງ. ຕາມ​ຂ່າວ​ແຈ້ງວ່າ ການ​ທົດ​ລອງ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງທ້າຍ​ເດືອນ​ກັນ​ຍາ​ປີ​ນີ້.

1  2