ທໍ່ສົ້ງນ້ຳມັນດິບ​ຈີນ-ມຽນມາ​ສາມາດ​ສົ່ງ​ນ້ຳມັນ​​ໄດ້​ແລ້ວເກືອບ 9 ລ້ານ​ໂຕນ
  2018-06-08 14:40:00  cri

ວັນ​ທີ 7 ມິຖຸນາ​ນີ້​ເປັນ​ວັນ​ຄົບຮອບ 1 ປີ​ຂອງ​ການ​ສ້າງ​ສຳ​ເລັດ​ແລະ​ນຳ​​ໃຊ້​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ດິບຈີນ-ມຽນມາ​ຕອນ​ຢູ່​ຈີນ ​ແລະ ​ໃນ 1 ປີຜ່ານມາ, ມີ​ນ້ຳມັນ​ດິບ 8.900.000 ​ໂຕນ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ເມືອງຣຸ້ຍລີ້ ​ແຂວງ​ຢຸນນານ ສປ ຈີນ ຈາກ​ເກາະ​ມາ​ເດ ປະ​ເທດ​ມຽນມາ ທີ່​ໄກກັນ​ເຖິງ 760 ກວ່າ​ກິ​ໂລ​ແມັດ ນັບ​ວ່າ​ເປັນ​ການສະໜອງ "​ເລືອດ" ອຸດສາຫະກຳ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຈີນ.

ທໍ່​ສົ່ງ​ນ້ຳມັນດິບຈີນ-ມຽນມາ ​ແລະ​ທໍ່​ສົ່ງ​ອາຍ​ແກັສຈີນ-ມຽນມາ​ໄດ້​ສ້າງ​ໄປ​ຄຽງຄູ່​ກັນ ​ແມ່ນ​ໂຄງການ​ຕົວ​ແບບ​ທີ່​ສ້າງ​ຂຶ້ນກ່ອນໝູ່​ໃນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໃນ​ນີ້, ທໍ່​ສົ່ງ​ນ້ຳມັນ​ດິບ​ຈີນ-ມຽນມາທັງໝົດ​ຍາວ 1.420 ກິ​ໂລ​ແມັດ ​ແລະ​ມີ 46% ສ້າງ​ຢູ່​ໃນດິນ​ແດນ​ຈີນ ຕາມ​ການ​ອອກ​ແບບ​ແລ້ວ​ແຕ່ລະ​ປີ​ຈະ​ສົ່ງ​ນ້ຳມັນ​ດິບ​ໄດ້​ເຖິງ 13 ລ້ານ​ໂຕນ.

​ເດືອນ​ກໍລະກົດ​ປີ 2013, ທໍ່​ສົ່ງ​ອາຍ​ແກັສຈີນ-ມຽນມາ​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ແລະ​ມາ​ເຖິງ​ປັດຈຸບັນ, ນັບ​ລວມ​ແລ້ວ​ໄດ້​ສົ່ງ​ອາຍ​ແກັສຫຼາຍກວ່າ 18 ຕື້​ແມັດກ້ອນ; ​ເດືອນ​ມິຖຸນາ​ປີ 2017, ທໍ່​ສົ່ງ​ນ້ຳມັນ​ດິບ​ຈີນ-ມຽນມາ​ໄດ້​ສ້າງ​ສຳ​ເລັດທັງ​ໝົດ ​ແລະ​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ  4 ຊ່ອງ​ທາງ​ໃຫຍ່​ນຳ​ເຂົ້າພະລັງງານຂອງ​ຈີນ ຄື ຊ່ອງ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້, ຊ່ອງ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ, ຊ່ອງ​ທາງ​ຕາ​ເວັນ​ອອກສຽງ​ເໜືອ ​ແລະ ຊ່ອງ​ທາງ​ທາງ​ທະ​ເລ ​ໄດ້​ສ້າງ​ສຳ​ເລັດ​ໂດຍ​ພື້ນຖານ.