ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານາທິບໍດີ​ກາ​ຊັກ​ສະຖານ
  2018-06-08 15:07:56  cri

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ເນີ​ຊູ​ຕັນ ນາ​ຊາ​ບາ​ເອັຟ ປະທານາທິບໍດີ​ກາ​ຊັກ​ສະຖານ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 7 ມິຖຸນາ​ນີ້ ​ແລະ​ໂອກາດ​ນີ້, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປັນ​ເອກະສັນກັນ​ຕົກລົງ​ຈະ​ປັບປຸງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ກາ​ຊັກ​ສະຖານ ​ເພື່ອ​ຮ່ວມ​ມື​ກັນ​ບົນ​ເສັ້ນທາງ​ສ້າງ​ຊາດ​ຂອງ​ແຕ່ລະ​ປະ​ເທດ​ໃຫ້​ຈະເລີ​ນຮຸ່ງ​ເຮືອງຍິ່ງໆ​ຂຶ້ນ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວວ່າ: ກາ​ຊັກ​ສະຖານ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ຈີນ ​ແລະ​ກໍ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີ​ບົດບາດ​ໃນ​ພາກ​ພື້ນ, ຈີນ​ຈະ​ເຮັດ​ຄື​ດັ່ງ​ທີ່​ໄດ້​ປະຕິບັດ​ຜ່ານ​ມາ ​ເພື່ອ​ເດັດດ່ຽວ​ສະໜັບສະໜູນ​ນະ​ໂຍບາຍ​ພາຍ​ໃນ​ແລະ​ຕໍ່​ຕ່າງປະ​ເທດ​ຂອງ​ກາ​ຊັກ​ສະຖານ, ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ກາ​ຊັກ​ສະຖານ​ໃນ​ການ​ປາບ​ປາມ "ສາມອິດ​ທິກຳລັງ" ​ແລະ​ດ້ານອື່ນໆ, ​ແລກປ່ຽນ​ແລະ​ປະສານ​ງານ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ກ່ອນ​ໜ້າ​ນີ້ 5 ປີ, ຂ້າພະ​ເຈົ້າ​ເດີນທາງ​ຢ້ຽມຢາມ​ກາ​ຊັກ​ສະຖານ​ເປັນຄັ້ງທຳ​ອິດ ​ແລະ​ພາຍ​ໃຕ້​ການ​ເປັນ​ເພື່ອນ​ຮ່ວມ​ພາ​ທາງ​ຂອງ​ທ່ານ​ປະທານາທິບໍດີ, ຂ້າພະ​ເຈົ້າ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ​ແລວເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ເປັນຄັ້ງທຳ​ອິດ ​ໃນ​ມະຫາວິທະຍາ​ໄລ​ນາ​ຊາ​ບາ​ເອັຟ ​ແລະ ​ໃນ 5 ປີຜ່ານມາ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາ​ຄົມ​ໂລກ ​ແລະ​ກາຍ​ເປັນ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ. ຂະນະ​ທີ່​ການ​ຮ່ວມ​ມື​ລະຫວ່າງຈີນ-​ກາ​ຊັກ​ສະຖານ​ໂດຍ​ປິ່ນອ້ອມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໃນ 5 ປີຜ່ານມາ ​ກໍໄດ້​ເຂົ້າສູ່​ໄລຍະ​ໃໝ່​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ​ຊຸກຍູ້​ເຊິ່ງກັນ​ແລະ​ກັນ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ ​ແລະ ສ້າງ​ສະພາບ​​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ.

ທ່ານ​ນາ​ຊາ​ບາ​ເອັຟ ກ່າວ​ວ່າ: ປະ​ເທດ​ຕົນ​ທະນຸ​ຖະໜອມ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ຂໍ​ຂອບ​ໃຈ​ຈີນທີ່​ໃຫ້​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ຜ່ານ​ມາ​ນີ້. ການ​ພັດທະນາ​ຂອງ​ຈີນ​​ເປັນ​ໂອກາດສຳລັບ​ກາ​ຊັກ​ສະຖານ, ກາ​ຊັກ​ສະຖານ​ສະໜັບສະໜູນ​ພາລະກິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃ​ນຍຸກ​ໃໝ່ ​ແລະ​ເຊື່ອ​ໝັ້ນວ່າ ​ຜົນສຳ​ເລັດ​ຂອງ​ຈີນ​ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ຂອງ​ກາ​ຊັກ​ສະຖານ​ເຊັ່ນ​ດຽວ​ກັນ.