ເຈົ້າໜ້າ​ທີ່​ຕຳຫຼວດຈີນຄຸມ​ຕົວຜູ້​ຕ້ອງ​ສົງ​ໄສ​ກະທຳ​ຜິດທາງ​​ໂທລະ​ຄົມ 105 ຄົນ​ກັບ​ຄືນ​ປະ​ເທດ
  2018-06-08 16:24:13  cri

​ເວລາ 23: 40 ​ໂມງ​ຂອງວັນ​ທີ 6 ມິຖຸນາ​ນີ້, ​ເຮືອບິນເໝົາລຳ​ຂອງ​ການບິນ​ພົນລະ​ເຮືອນ​ຈີນ 2 ລຳ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ປິ່ນ​ໄຫ ນະຄອນ​ທຽນ​ສິນ ສປ ຈີນ​ຕາມ​ລຳດັບຢ່າງ​ສະ​ໝ່ຳສະ​ເໝີ ​​ແລະ​ເຈົ້າໜ້າ​ທີ່​ຕຳຫຼວດນະຄອນ​ທຽນ​ສິນ​ໄດ້​ຄຸມຕົວຜູ້​ຕ້ອງ​ສົງ​ໄສ​ກະທຳ​ຜິດ​ການຫຼອກລວງ​ທາງ​ເຄືອ​ຂ່າຍ​ໂທລະ​ຄົມ ​ທີ່ປອມ​ເປັນ​ຕຳຫຼວດ, ​ໄອ​ຍະ​ການ ​ແລະ ສານ​ ທັງ​ໝົດ 105 ຄົນ​ກັບ​ຄືນ​ປະ​ເທດ​ຈາກ​ອິນ​ໂດ​ເນ​ເຊຍ. ກ່ອນ​ໜ້າ​ນີ້, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້ມອບ​ໃຫ້ອົງການ​ຕຳຫຼວດນະຄອນ​ທຽນ​ສິນ​​ເປັນ​ຜູ້​ຄຸມຕົວຜູ້​ຕ້ອງ​ສົງ​ໄສ ​ແລະ ດຳ​ເນີນ​ຄະດີ​ທີ່​ກ່ຽວຂ້ອງ.

ຜ່ານ​ການ​ສືບສວນ-ສອບ​ສວນ​ເບື້ອງ​ຕົ້ນ, ຜູ້​ຕ້ອງ​ສົງ​ໄສ​ 105 ຄົນທີ່​ຖືກ​ຄຸມ​ຕົວ​ກັບປະ​ເທດ​ເທື່ອ​ນີ້ ​ໄດ້ມີ​ສ່ວນ​ພົວ​ພັນ​ເຖິງ​ຄະດີຕົ້ມຕົວະຫຼອກລວງ​ທາງ​ໂທລະ​ຄົມ 200 ກວ່າ​ຄະດີ​ທີ່​ເກີດ​ຂຶ້ນຢູ່ຫຼາຍ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ ​ແລະ ກຳ​ແພງ​ນະຄອນ ​ເຊັ່ນ ນະຄອນ​ທຽນ​ສິນ, ​ແຂວງ​ຫູ​ເປີ​ຍ, ​ແຂວງ​ຫູ​ໜານ ​ແລະ ​ແຂວງ​ຊ່ານ​ຊີ່ ຈຳນວນ​​ເງິນ​ໃນ​ຄະດີ​ມີ​ເຖິງ 10 ກວ່າ​ລ້ານ​ຢວນ ​ແລະ ​ໃນ​ຈຳນວນຜູ້​ຕ້ອງ​ສົງ​ໄສ 105 ຄົນດັ່ງກ່າວ​ ມີ 10 ຄົນ​ໄດ້​ຖືກ​​ຕຳຫຼວດທ້ອງ​ຖິ່ນ​ປະກາດນຳ​ຈັບຜ່ານ​ທາງ​ອິນ​ເຕີ​ເນັດ​ມາ​ກ່ອນ​ແລ້ວ.