ທ່ານ​ຫຼີ​ເຄິ້ສຽງ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີ​ຍທ່ານ​ກົນ​ເຕີທີ່​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ອີ​ຕາ​ລີ
  2018-06-08 17:33:45  cri
ວັນ​ທີ 7 ມິຖຸນາ​ນີ້, ທ່ານ​ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ທ່ານ​ກູ​ແຊ​ເພ ກົນ​ເຕີທີ່​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ອີ​ຕາ​ລີ.
ທ່ານ​ຫຼີ​ເຄິ້ສຽງ​ກ່າວ​ວ່າ: ຊຸມ​ປີຜ່ານມາ, ສາຍ​ພົວພັນ​ຈີນ-ອີ​ຕາ​ລີ​ມີ​ທ່າ​ແຮງ​ການ​ພັດທະນາ​ທີ່​ດີ, ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ຂອງ​ສອງ​ປະ​ເທດ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ​ການ​ປະດິດ​ສ້າງ​ໃໝ່ດ້ານ​ເຕັກນິກ​ວິທະຍາສາດ, ການ​ສຶກສາ​ວັດທະນະທຳ ​ແລະ​ຂົງ​ເຂດ​ອື່ນໆ​ກໍ​ໄດ້​ຮັບ​ໝາກຜົນ​ອັນ​​ໃຫຍ່​ຫຼວງ ​ແລະ​ສົ່ງ​ຜົນ​ດີຕໍ່​ປະຊາຊົນ​ສອງ​ປະ​ເທດ. ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ກັບ​ອີ​ຕາ​ລີ, ຍິນ​ດີ​​ໃຊ້ຄວາມພະຍາຍາມ​ຮ່ວມ​ກັນ​ກັບ​ລັດຖະບານ​ອີ​ຕາ​ລີຊຸດ​ໃໝ່​, ປັບປຸງ​ໄມຕີ​ຈິດ​ມິດ​ຕະພາບ​ທີ່​ເປັນ​ມູນ​ເ​ຊື້​ອ​, ​ເຮັດ​ໃຫ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ເຊື່ອມ​​ໂຍງ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ອີ​ຕາ​ລີ, ​ເພີ່ມ​ທະວີ​ການ​ເຈລະຈາ​ດ້ານ​ນະ​ໂຍບາຍ, ລົງ​ເລິກ​ການ​ຮ່ວມ​​ຕົວ​ຈິງ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີ​ນ-ອີ​ຕາລີ​ສືບ​ຕໍ່​ພັດທະນາ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.