ທ່ານ​ສີ​ຈິ້ນ​ຜີງ​ແລະ​ທ່ານ​ປູ​ຕີນ​ຊົມ​ການ​ແຂ່ງ​ຂັນ​ຮອກ​ກີ​ນ້ຳ​ກ້າມ​ມິດ​ຕະ​ພາບຊາວ​ໜຸ່ມເຍົາ​ວະ​ຊົນຈີນ​​ຣັດ​ເຊຍ
  2018-06-09 16:33:12  cri
​ຕອນ​ຄ່ຳ​​​ວັນ​ທີ 8 ມິ​ຖຸ​ນານີ້ ​ທ່ານສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພ້ອມ​ກັບ​ທ່ານປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຮ່ວມ​ກັນ​ຊົມ​ການ​ແຂ່ງ​ຂັນ​ຮອກ​ກີ​ນ້ຳ​ກ້າມ​ມິດ​ຕະ​ພາບຊາວ​ໜຸ່ມເຍົາ​ວະ​ຊົນຈີນ​​ຣັດ​ເຊຍຢູ່​ນະ​ຄອນ​ທຽນ​ສິນ.

ນັກ​ກິ​ລາຮອກ​ກີ​ນ້ຳ​ກ້າມ​ຊາວ​ໜຸ່ມເຍົາ​ວະ​ຊົນ​ຂອງສອງ​ປະ​ເທດ​ໄດ້​ແຂ່ງ​ຂັນ​ກັນ​ຢ່າງຫ້າວ​ຫັນ,ປະ​ມຸກ​ລັດ​ທັງ​ສອງ​ປະ​ເທດໄດ້​ຕົບ​ມືເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ແຂ່ງ​ຂັນຂອງ​ນັກ​ກິ​ລາ​. ທ່ານ​ສີ​ຈິ້ນ​ຜີງ​ເວົ້າ​ກັບ​ທ່ານ​ປູ​ຕີນ​ວ່າ, ການ​ແຂ່ງ​ຂັນ​ລະ​ຫວ່າງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ​ຣັດ​ເຊຍເຊີດ​ຊູ​ກຳ​ລັງ​ໃຈ​ທີ່​ສຸດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ມິດ​ຕະ​ພາບ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ສອງ​ຊາດ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ຊາດ​ໃນ​ລາຍ​ການກິ​ລາ​ຕ່າງໆ​ເຊັ່ນ​ຮອກ​ກີ​ນ້ຳ​ກ້າມ​ເປັນ​ຕົ້ນ. ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ສອງ​ຊາດ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ໄມ​ຕີ​ຈິ​ດິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ສືບ​ທອດ​ກັນ​ຕະ​ຫຼອດ​ໄປ. ທ່ານ​ປູ​ຕີນ​ກ່າວ​ວ່າ, ການ​ແຂ່ງ​ຂັນຂອງ​ຊາວ​ໜຸ່ມ​ເຍົາ​ວ​ະ​ຊົນ​ສອງ​ຊາດ​ໃນ​ມື້ນີ້​ມ່ວນ​ຫຼາຍ, ລາຍ​ການ​ຮອກ​ກີ​ນ້ຳ​ກ້າມ​ຂອງ​ຈີນ​ຈະ​ມີ​ອະ​ນາ​ຄົດທີ່​ດີ​ງາມ. ຫວັງ​ວ່າ ​ລາຍ​ການ​ກິ​ລາຮອກ​ກີ​ນ້ຳ​ກ້າມ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ແບບນີ້​ສາ​ມາດ​ກາຍ​ເປັນສາຍ​ພານ​ໃໝ່​ແຫ່ງ​ມິດ​ຕະ​ພາບ​ສອງ​ຊາດ​ຈີນ​ຣັດ​ເຊຍ.

ທ່ານ​ສີ​ຈິ້ນ​ຜີງ​ແລະ​ທ່ານ​ປູ​ຕີນໄດ້​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ນະ​ຄອນ​ທຽນ​ສິນ​ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ການ​ດັ່ງ​ກ່າວ, ທັງ​ເປັ​ນ​ພິ​ຍານ​ການ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະ​ບັບ​ເຊັ່ນ​ທາງ​ລົດ​ໄຟ​ແລະ​ການ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍເປັນ​ຕົ້ນ.