ສະຖາບັັນຂົງຈື່ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນຮ້ອງເພງຈີນ ຊຸດທີ 4 ໃນຫົວຂໍ້ "ຮຽນພາສາຈີນໂດຍຜ່ານບົດເພງ" ຮອບຊິງຊະນະເລີດ
  2018-06-09 17:22:39  cri


ໃນຕອນຄໍ່າວັນທີ 8 ມິຖຸນາ 2018ນີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ສະຖາບັັນຂົງຈື່ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນຮ້ອງເພງຈີນ ຊຸດທີ 4 ໃນຫົວຂໍ້ "ຮຽນພາສາຈີນໂດຍຜ່ານບົດເພງ" ຮອບຊິງຊະນະເລີດ ຈາກການຄັດເລືອກເອົານັກແຂ່ງຂັນທີ່ດີເດັ່ນຈໍານວນ 12 ຄົນ ເຂົ້າແຂ່ງຂັນຮອບຊິງຊະນະເລີດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ ຍອດວິໄລ ໄຊຍະເລີດຜູ້ອຳນວຍການສະຖາບັນຂົງຈື່, ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ. ຈີນ ປະຈໍາ ສປປ. ລາວ, ທ່ານ ສົມສະໜຸກ ດາລາວົງ ຫົວໜ້າພາກວິຊາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຄູ-ອາຈານ ນັກສຶກສາ ແລະ ພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານນາງ ຫຼີຊຽວ ຜູ້ອໍານວຍການຝ່າຍສະຖາບັນຂົງຈື່ ກ່າວວ່າ: ຈຸດປະສົງໃນການຈັດງານແຂ່ງຂັນຮ້ອງເພງຈີນກໍ່ເພື່ອເຮັດໃຫ້ນັກສຶກສາລາວສາມາດເຂົ້າໃຈເຖິງ ວັດທະນະທໍາ ສິນລະປະຂອງຈີນ ແລະ ເພື່ອເປັນການສົ່ງເສີມການສຶກສາ ໃຫ້ຮູ້ເຖິງການປະສົມປະສານລະຫວ່າງກາບກອນ ແລະ ສຽງດົນຕີ, ເຊິ່ງເປັນອີກໜຶ່ງເວທີທີ່ສະແດງຄວາມຮູ້ ຄວາມສາມາດຂອງນັກສຶກສາ, ເພງຈີນປະກອບມີຫລາຍປະເພດ, ມີເນື້ອໃນອຸດົມສົມບູນ ການແຂ່ງຂັນຮ້ອງເພງຈີນ ໃນຫົວຂໍ້ "ຮຽນພາສາຈີນໂດຍຜ່ານບົດເພງ" ໄດ້ມີການຜ່ານການແຂ່ງຂັນຄັດເລືອກເອົາກ່ອນໜ້ານີ້ແລ້ວ ເຊິ່ງໄດ້ຄັດເລືອກເອົານັກແຂ່ງຂັນດີເດັ່ນຈໍານວນ 12 ຄົນ ເພື່ອເຂົ້າຮອບຊະນະ​ເລີດໃນການແຂ່ງຂັນຄັ້ງນີ້.








ສໍາລັບຜົນການແຂ່ງຂັນທີ່ໄດ້ຮັບລາງວັນຊະນະເລີດ ພ້ອມກັບໃບຍ້ອງຍໍ ເຊິ່ງຜູ້ທີໄດ້ຮັບລາງວັນທີ 1 ມີ 1 ຄົນຄື: ທ້າວ ຄຳສີ ທີ່ມາຈາກສະຖາບັນຂົງຈື່​, ລາງວັນທີ 2 ມີ 3 ຄົນຄື: ທ້າວ ທະນົງສັກ, ທ້າວ ຊໍ້ລີ, ນາງ ໜີຢ່າງ ແລະ ລາງວັນທີ 3 ມີ 8 ຄົນຄື: ທ້າວ ສົມປາດຖະໜາ, ນາງ ວຽງນະຄອນ ວົງວິໄຊ, ນາງຢູ້ຢີ, ທ້າວເຊັງເຮີ ລີຈໍ, ນາງ ນູ້ຢ່າງ, ທ້າວ ໄຊຍະສິງ, ທ້າວ ວັນດີ ຊົງຕົງ ແລະ ທ້າວ ບົວພັນ ຢ່າຈົ້ງຕູ້.