ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທຸກ​ຮູບ​ແບບ
  2018-06-10 15:41:31  cri
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ​ ສ​ປ ຈີນ​ກ່າວ​ໃນວັນ​ທີ 10 ມິ​ຖຸ​ນາ​ນີ້ວ່າ: ເສດ​ຖະ​ກິດ​ໂລ​ກາ​ພິ​ເສດ​ແລະການ​ເຊື່ອມ​ໂຍງ​ພາກ​ພື້ນ​ ​ເປັນ​ທ່າ​ອ່ຽງ​ລວມ​ທີ່​ຕ້ອງ​ເປັນ​ໄປ, ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ​ອົງ​ການ​ຮ່ວ​ມ​ມື​ຊຽ​ງ​ໄຮ​ຈະ​ປົກ​ປັກ​ຮັກ​ສາ​ຄວາມ​ສັກ​ສິດ​ແລະ​ຜົນ​ບັງ​ຄັບ​ໃຊ້ຂອງ​​ກົດລະ​ບຽບ​ອົງ​ການ​ການ​ຄ້າ​ໂລກ, ປັບ​ປຸງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ​ໃຫ້​ໝັ້ນ​ຄົງ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທຸກ​ຮູບ​ແບບ;ບັນ​ດາ​ຝ່າຍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເພີ່ມ​ທະ​ວີ​ການ​ຮ່ວມກັນສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​​​ແລະການ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ,ການ​ລົງ​ທຶນ, ການ​ທະ​ນາ​ຄານ,ການ​ເຊື່ອມ​ຈອດ​ກັນ, ກະ​ສິກຳ​ແລະ​ອື່ນໆ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ສະ​ດວກຫຼາຍ​ຂຶ້ນ, ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​​ຂອງ​ການເຊື່ອມ​ໂຍ​ງ​​ພາກ​ພື້ນ ເພື່ອ​ສ້າງ​ຄວາມ​​ຜາສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ​ເພີ່ມ​ກຳ​ລັງ​ຂັບ​ເຄື່ອນ​ໃຫ້​ເສດ​ຖະ​ກິດ​ໂລກ​ຂະ​ຫຍາຍ​ຕົວ.