ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ ບັນ​ດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ເນັ້ນ​ການ​ສົ່ງ​ເສີມ​ການແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລ​ະ​ເຊື່ອມ​ສຳ​ພັນ​ທາງ​ຈິດ​ໃຈ​ຂອງປະ​ຊາ​ຊົນ
  2018-06-10 15:47:40  cri
ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ​ ສ​ປ ຈີນ​ຢືນ​ຢັນ​ວ່າ: ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຊິ່ງ​ຕາວ​ເປັນ​ເອ​ກະ​ພາບ​ກັນ​ເນັ້ນ​ວ່າ: ຍິນ​ດີ​ຢູ່​ບົນ​ພື້ນ​ຖານ​ເຄົາ​ລົບ​ຄວາມຫຼາກຫຼາຍ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ຄ່າ​ນິ​ຍົມ​ທາງ​ສັງ​ຄົມ​​ເຊິ່ງ​​ກັນ​ແລະ​ກັນ, ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມືຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງຫຼວງຫຼາຍ​ໃນ​ດ້ານ​ວັດ​ທະ​ນະ​ທຳ,ການ​ສຶກ​ສາ,ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ສາ​ທາ​ລະ​ນະ​ສຸກ,ການ​ທ່ອງ​ທ່ຽວ, ຊາວ​ໜຸ່ມ,ສື່ມວນ​ຊົນ,ກິ​ລາ​ແລະ​ອື່ນໆ​ເພື່ອ​ສົ່ງ​ເສີມ ການ​ຖອດ​ຖອນ​ແລະ​ຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລ​ະ​ ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ກັນ.