ທ່ານ​ສີ​ຈິ້ນ​ຜິງ: ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມມ​ຊຽງ​ໄຮ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ
  2018-06-10 15:20:54  cri
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ປະ​ມຸກ​ລັດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 10 ມິ​​ຖຸ​ນານີ້, ທ່ານ​ສີ​ຈິ້ນ​ຜິງ ​ກ່າວ​ວ່າ, ຜູ້​ນຳ​ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ປະ​ເທດ​ສັງ​ເກດ​ການ​ກໍ່​ຄື​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ໄດ້​ແລກ​ປ່​ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ, ແລ​ະ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ. ຜູ້​ນຳ​ບັນ​ດາ​ປະ​ເທດ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ຄືບ​ໜ້າ​ໃໝ່​ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຮັບ​ພາຍ​ຫຼຼັງ​ອິນ​ເດຍ​ແລະ​ປາ​ກີ​ສະ​ຖານ​ເຂົ້າ​ເປັນ​ສະ​ມ​າ​ຊິກ, ແລະ​ໄດ້​ອອກ "ຖະ​ແຫຼງ​ການ​ຊິ່ງ​ຕາວ​ກ່ຽວ​ກັບ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ","ຖະ​ແຫຼງ​ການ​ຮ່ວມ​ຂອງ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ກ່ຽວ​ກັບ​ການ​​ໃຫ້​ການ​ຄ້າ​ມີ​ຄວາມ​ສະ​ດວກ​​ຍິ່ງຂຶ້ນ"ແລະ​ເອ​ກະ​ສານ​ອື່ນໆ, ແລະ​ໄດ້​ອະ​ນຸ​ມັດ​ແຜນ​ການ​ດຳ​ເນີນ​ງານ​ໃນ 5 ປີ​ຕໍ່​ໜ້ານີ້​ກ່ຽວ​ກັບ"​ສົນ​ທິສັນ​ຍາ​ວ່າ​ດ້ວຍ​​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ ​ໄລ​ຍະ​ຍາວ​ນານ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ".