ທ່ານ​ສີ​ຈິ້ນ​ຜິງ: ມີ​ແຕ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ຮ່ວມ​ມື​ກັນ ແລະ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ, ຈິ່ງ​ສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໄດ້
  2018-06-10 15:23:29  cri
ຫຼັງ​ຈາກ​ປິດກອງ​ປະ​ຊຸມ​ສຸດຍອ​ດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ວັນ​ທີ 10 ມິ​ຖຸ​ນານີ້​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ທານ​ປະ​ເທດ ສ​ປ ຈີນ​ພ້ອມ​ກັບ​ທຸກ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ, ໂລກ​ຊູ່ມື້ນີ້​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ພັດ​ທະ​ນາປະ​ຕິ​ຮູບ​ແລະ​​ປ່ຽນ​ແປງ​ຢ່າງ​ໃຫຍ່, ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ​ມີ​ຄວາມ​​ອີງອາ​ໃສ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ​ການ​ຟື້ນ​ຕົວ​ຂອງເສດ​ຖະ​ກິດ​ໂລກ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​​ຕ່າງໆ, ເກີດ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ຂຶ້ນ​ເລື້ອຍໆ, ເຊິ່ງ​ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ຮັບ​ມື​ກັບ​ບັນ​ຫາ​ເຫຼົ່າ​ນີ້​ດ້ວຍ​ຕົນ​ເອງ ຫຼື​ໃຫ້​ປະ​ເທດ​ຕົນ​​ປາ​ສະ​ຈາກ​ຜົນ​ກະ​ທົບ​ຈາກ​ບັນ​ຫາ​ເຫຼົ່າ​ນັ້ນ​ໄດ້. ປະ​ເທດ​ຕ່າງໆ​ມີ​ແຕ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ປະ​ສານ​ສົມ​ທົບ, ລົງ​ເລິກການ​ພົວ​ພັນ​ຄູ່​ຮ່ວມທີ່​ມີ​ສັນ​ຕິ​ພາບ, ຮ່ວມ​ມື​ກັນ, ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະເໝີ​ພາບ​ກັນ, ເປີດກວ້າງ​ແລະກວມ​ລວມ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ ​ຈິ່ງ​ສາ​ມາດ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້.