ທ່ານ​ສີ​ຈິ້ນ​ຜິງ: ທຸກ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ຕໍ່​ການ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພ​າກ​ພື້ນ
  2018-06-10 15:29:02  cri
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ກ່າວ​ໃນວັນ​ທີ 10 ມິ​ຖຸ​ນານີ້ ວ່າ, ​ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮເປັນ​ເອກ​ສັນ​ກັນ​ເຫັນ​ດີ​ວ່າ ຄວາມ​ໝັ້ນ​ຄົງ​ຄື​ພື້ນ​ຖານການພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງອົງ​ການ​ຮ່ວມ​ມື​ຊຽງ​ໄຮ​. ທຸກ​ຝ່າຍຈະ​ຍຶດ​ໝັ້ນ​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​​ຮ່ວມ​ກັນທີ່ສັງ​ລວມ, ຮ່ວມ​ມື​ກັນ​ແລະ​ແບບ​ຍືນ​ຍົງ, ​ຈັດ​ຕັ້ງ​ປະ​ຕິ​ບັດເອ​ກະ​ສານ​ຮ່ວມ​ມື​ຕ່າງໆ​ເຊັ່ນ: ສົນ​ທິ​ສັນ​ຍາ​ຊຽງ​ໄຮ​ທີ່​ໂຈມ​ຕີ​ສາມ​ອິດ​ທິ​ກຳ​ລັງ​, ສົນ​ທິ​ສັນ​ຍາ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ສົນ​ທິ​ສັນ​ຍາ​ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ​ແລະ​ອື່ນໆ,ລົງ​ເລິກ​ການ​ແລກ​ປ່ຽນ​ຂ່າວ​ລັບ​ແລະ​ການ​ເຄື່ອນ​ໄຫວ​ປະ​ສົມ​ໃນ​ການ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ສາ​ມາດ​ແລະ​ພື້ນ​ຖານ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ, ເພື່ອ​ປາບ​ປາມສາມ​ອິດ​ທິ​ກຳ​ລັງ, ການ​ຄ້າ​ຢາ​ເສບ​ຕິດ, ອາ​ຊະ​ຍະ​ກຳ​ຂ້າ​ຊາດ, ການ​ກະ​ທຳ​ຜິດ​ທາງ​ອິນ​ເຕີ​ແນັດ​ຢ່າງ​ມິ​ສິດ​ທິ​ຜົນ, ເສີ​ມະ​ຂ​ຫຍາຍ​ບົບ​ດາດ​ຂອງ​ "​ໜ່ວຍ​ງານ​ປະ​ສານ​ງານ​ລະ​ຫວ່າງອົງ​ການ​ຮ່ວມ​ມື​ຊຽງ​ໄຮ-​ອາ​ຟ​ກາ​ນີ​ສະ​ຖານ", ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.