“​ເສັ້ນທາງ​ຜ້າ​ໄໝ”​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ

中国国际广播电台

         “​ເສັ້ນທາງ​ຜ້າ​ໄໝ” ​ເສັ້ນທາງ​ການ​ຄ້າ​ທີ່​ຈີນສ້າງຂຶ້ນເມື່ອ 2 ພັນ​ກວ່າ​ປີກ່ອນນັ້ນ​ໄດ້​ຂຶ້ນຊື່​ລື​ນາມ​ໃນ​ໂລກ,​ໃນ​ຖານ​ເປັນ​ຂົວ​ສະພານ​ເຊື່ອມ​ຕໍ່​ລະຫວ່າງ​ຈີນ​ກັບປະ​ເທດ​ເອີ​ລົບ,ອາຊີ​ແລະ​ອາ​ຟຼິກາ,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ໄປມາຫາ​ສູ່​ກກັນ​ດ້ານ​ວັດຖຸ​ແລະ​ການ​ແລກປ່ຽນ​ອາລະຍະ​ທຳ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ.

“​ເສັ້ນທາງ​ຜ້າ​ໄໝ”​ແມ່ນ​ຊ່ອງທາງ​ເທິງບົກດ້ານ​ການ​ໄປມາຫາ​ສູ່​ກັນ​ທາງ​ການ​ຄ້າ​ລະຫວ່າງ​ຈີນ​ສະ​ໄໝ​ບູຮານ,ຜ່ານ​ອາຊີ​ກາງ,​ໄປ​ຫາ​ອາຊີ​ໃຕ້,ອາຊີ​ຕາ​ເວັນ​ຕົກພ້ອມ​ທັງ​ເອີ​ລົບ​ແລະ​ອາ​ຟິຼກາ​ເໜືອ,ຍ້ອນ​ວ່າ​ມີ​ໄໝມ້ອນ​ແລະ​ສິ່ງ​ຜ້າ​ໄໝ​ຂອງ​ຈີນ​ຢ່າງຫຼວງຫຼາຍ
ຜ່ານ​ທາງ​ເສັ້ນນີ້​ໄປ​ສູ່​ທິດຕາ​ເວັນ​ຕົກ,ສະນັ້ນຈຶ່ງຖືກ​ເອີ້ນ​ເປັນ”​ເສັ້ນທາງ​ຜ້າ​ໄໝ”. ການ
ຄົ້ນຄວ້າບູຮານ​ນະ​ຄະດີ​ໄດ້​ປະກົດ​ເຫັນ​ວ່າ, ”​ເສັ້ນທາງ​ຜ້າ​ໄໝ”​ໄດ້​ສ້າງຂຶ້ນ​ໃນ​ຂັ້ນພື້ນ
ຖານໃນ​ລາຊະວົງ​ຮ້ານ​ຂອງ​ຈີນ​ເມື່ອ​ກ່ອນ​ຄ.ສ.ສະຕະວັດ​ທີ​ໜຶ່ງ​,”​ເສັ້ນທາງ​ຜ້າ​ໄໝ”ໃນ​ຄາວ​ນັ້ນທິດ​ໃຕ້ສາມາດ​ໄປ​ຮອດ​ອັຟກາ​ນີສະຖານ,ອຸສ​ເບ​ກີ​ສະ​ຕັງ,ອີຣານ​ໃນ​ປັດຈຸບັນ,​ໄກ​ສຸດ​ໄປ​ເຖິງ​ເມືອງ​ອາ​ເລັກ​ຊັນ​​ເດີ​ຂອງ​ເອຢິບ; ອີກ​ເສັ້ນໜຶ່ງ​ຜ່ານ​ປາ​ກີ​ສະຖານ,ກາ​ບູນຂອງ​ອັຟກາ​ນີສະຖານ ​ໄປ​ຮອດ​ອ່າວ​ເປີ​ເຊຍ; ຖ້າ​ຈາກ​ກາບູນ​ໄປ​ທິດ​ໃຕ້,ສາມາດ​ໄປ​ເຖິງ​ເມືອງ​ກາ​ລາ​ຊີ​ຂອງ​ປາ​ກີ​ສະຖານ​ໃນ​ປັດຈຸ​ບັນ,ປ່ຽນ​​ໄປທາງ​ທະ​ເລ​ສາມາດ​ໄປ​ຮອດ​ເປີ​ເຊຍ​ແລະ​ໂລມ​ເປັນຕົ້ນ.

        ໃນ​ໄລ​ຍະ​ແຕ່​ກ່ອນ​ຄ.ສ.ສະຕະວັດ​ທີ 2 ຮອດ​ຄ.ສ.ສະຕະວັດ​ທີ 2,​ໄປ​ຕາມ
”ເສັ້ນທາງຜ້າໄໝ”ຈາກທິດຕາເວັນຕົກ​ໄປ​ຫາທິດຕາເວັນອອກມີ 4 ປະເທດຈັກກະ
ພັດຄືໂລມຂອງເອີລົບ,ພາເທຍ(ປະເທດລະບອບຂ້າທາດໃນສະໄໝບູຮານຂອງອີຣານ)ໃນອາຊີຕາເວັນຕົກ,ຄູຊັນ(ປະເທດຈັກກະພັດທີ່ປົກຄອງອາຊີ ກາງແລະພາກເໜືອອິນ
ເດຍ)ໃນອາຊີກາງແລະລາຊະວົງຮ້ານຂອງຈີນໃນອາຊີຕາເວັນອອກ. “​ເສັ້ນທາງ​ຜ້າ​ໄໝ”​ເຮັດ​ໃຫ້​ອາລະຍະ​ທຳ​ບູຮານ​ເຫຼົ່ານີ້​ມີ​ການ​ແລກປ່ຽນ​ແລະ​ກະທົບກະ​ເທືອ​ນ​ໂດຍ​ກົງ,ຫຼັງຈາກ​ນັ້ນ ການ​ຂະຫຍາຍຕົວ​ຂອງ​ອາລະຍະ​ທຳ​ໃດໆ​ກໍ​ບໍ່​ແມ່ນ​ໂດດດ່ຽວ​.

ຜ່ານ​ຈາກ​ລະບົບ​ຕາໜ່າງເສັ້ນທາງທີ່​ສັບສົນ​ຂອງ”​ເສັ້ນທາງ​ຜ້າ​ໄໝ”,ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາວັນ​ຕົກ​ໄດ້​ໄປມາຫາ​ສູ່​ກັນ​ເລື້ອຍ​ໆ. ພືດ​ທີ່​ມີ​ຊື່”ຫູ”ງວດ​ໜຶ່ງ​ທີ່​ບັນທຶກ​ໃນ​ເອກະສານ​ບູຮານ​ຂອງ​ຈີນ​ເຊັ່ນ”ຫູ​ທາວ”​ຄືໝາກ​ຂະໝອງ​ລີງ,”ຫູ​ກວ່າ”​ຄື​ໝາກ​ແຕງ,”ຫູ​ຈ່ຽວ”ຄື​ໝາກ​ພິກ​ໄທ,”ຫູ​ໂລ​ໂປ່”ຄື​ຫົວ​ກາຫຼົດ​ເປັນຕົ້ນສ່ວນຫຼາຍມາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ. ຮອດ​ລາ​ຊະ​ວົງ​ຖາງ​ຄື​ແຕ່​ສະຕະວັດ​ທີ 7 ຮອດ​ສະຕະວັດ​ທີ 9,
”​ເສັ້ນທາງ​ຜ້າ​ໄໝ”​ແມ່ນ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ສຸດ,ການ​​ແລກປ່ຽນ​ລະຫວ່າງ​ຈີນ​ກັບປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​​ປະກົດ​ມີ​ສະພາບ​ຄຶກຄື້ນ. ສັດລ້ຳຄ່າ,​ເພັດ​ນິນ​ຈິນດາ,​ເຄື່ອງ​ຫອມ,​​ພາດ​ຊະນະແກ້ວ​ແລະ​ເງິນຄຳ​ເງິນຕາ​ຂອງ​ຝ່າຍ​ຕາ​ເວັນ​ຕົກ,ດົນຕີ,ການຟ້ອນ​,ອາຫານ​ແລະ​ເສື້ອ​ຜ້າ​ຂອງ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາຊີ​ກາງ​​ໄດ້​ເຂົ້າມາ​ຈີນ​ຢ່າງ​ບໍ່​ຂາດ​ສາຍ. ພ້ອມ​ກັນນັ້ນ ຜະລິດ​ຕະພັນ​ແລະ​ເຕັກນິກ​ຂອງ​ຈີນ​ກໍ​ໄດ້​ຜ່ານ”​ເສັ້ນທາງ​ຜ້າ​ໄໝ”​​ເຜີຍ​ແຜ່​ໄປ​ແຫ່ງ​ຕ່າງໆ​,ຕົວຢ່າງ​ຄື​ຜ້າ​ໄໝ,​ເຕັກນິກ​ປູກ​ພືດ​ກະສິກຳ​​ເຕັກນິກ​ປູກ​ມອນລ້ຽງ​ມ້ອນ,ວິທີ​ເຮັດ​ເຈ້ຍ,ວິທີ​ພິມ,​ເຄື່ອງ​ນ້ຳກ້ຽງ,​ເຄື່ອງປັ້ນດິນ​ເຜົາ,ໝື້​ລະ​ເບີດ​ແລະ​ເຂັມ​ຊີ້​ທິດ​ເປັນຕົ້ນ,​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ອາລະຍະ​ທຳ​ຂອງ​ໂລກ.

​ໃນ​ຂະນະ​ທີ່​ດຳ​ເນີນ​ການ​ຄ້າ​ສິນຄ້າ​ນັ້ນ ການ​ແລກປ່ຽນ​ວັດທະນະທຳ​ໂດຍ​ຜ່ານ​”​ເສັ້ນທາງ​ຜ້າ​ໄໝ”ກໍ​ຄຶກຄັກ​ທີ່​ສຸດ. ​ສາສະໜາ​ພຸດ​ທີ່​ເປັນ​ໜຶ່ງ​ໃນ​ສາມ​ສາສະໜາ​​ໃຫຍ່ໃນ​ໂລກ​ກໍ​ໄດ້​ເຜີຍ​​ແຜ່​ເຂົ້າມາ​ຈີນ​ໃນ​ທ້າຍ​ລາຊະວົງ​ຊີ່​ຮ້ານ(ກ່ອນ​ຄ.ສ.ປີ 206--ປີ 220). ​ໃນ​ວັດຄູຫາ​ເຄີ​ຈື​ເອີ​ເຂດ​ຊິນ​ຈຽງ​ທີ່​ຂຸດ​ໃນ​ສະຕະວັດ​ທີ 3 ​ໄດ້​ຮັກສາຮູບ​ແຕ້ມ​ຝາ​ຜະໜັງ​ເກືອບ 1 ໝື່ນ​ແມັດ​ຕາ,​ໄດ້​ສ່ອງ​ແສງ​​ໃຫ້​ເຫັນ​ຮ່ອງຮອຍທີ່​ສາສະໜາ​ພຸດ​ໃນ​ສະ​ໄໝ​ຕົ້ນ​ຈາກ​ອິນ​ເດຍ​ແຜ່​ເຂົ້າມາ​ຈີນ. ຕາມ​ຄາດ​ວ່າ,ສາສະໜາ​ພຸດ​ໄດ້​ຈາກ​ອິນ​ເດຍຜ່ານ”​ເສັ້ນ
ທາງ​ຜ້າ​ໄໝ”​​ແຜ່​ເຂົ້າສູ່​ເຄີ​ຈື​ເອີ​ເຂດ​ຊິນ​ຈຽງ,​ແລ້ວ​ຮອດ​ຕູນ​ຮວງ​ແຂວງ​ການ​ຊູ່,​​ແລະ​ຮອດ​ເຂດ​ໃນ​ຈີນ. ຄູຫາສາສະໜາ​ພຸດທີ່​ມີ​ຊື່​ສຽງ​ທີ່​ຮັກສາ​ໄວ້​ແຄມ​”​ເສັ້ນທາງ​ຜ້າ​ໄໝ”ມີ​ຄູຫາ​ໂມ້​ກ່າວ​ຕູນ​ຮ່ວງ,ຄູຫາ​ລົງ​ເມີນ​ໂລ້​ຢາງ​ເປັນຕົ້ນ,ສ່ວນຫຼາຍ​ໄດ້​ມີ​ແບບ​ແຜນ​ສິລະ​ປະ​ຂອງ​ຝ່າຍ​ຕາ​ເວັນ​ອອກ​​ແລະຝ່າຍ​ຕາ​ເວັນ​ຕົກ,​ແມ່ນ​ຫຼັກຖານ​ແຫ່ງ​ການ​ແລກປ່ຽນ​ວັດ
ທະນະທຳ​ລະຫວ່າງ​ຈີນ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ບົນ​”​ເສັ້ນທາງ​ຜ້າ​ໄໝ”,ປັດຈຸບັນ,ຄູຫາ​ເຫຼົ່ານີ້​ລ້ວນ​ແຕ່​​ແມ່ນ​ມໍ​ລະ​ດົກວັດທະນະທຳໂລກ​.​

ຫຼັງຈາກ​ສະຕະວັດ​ທີ 9 ​ແລ້ວ,ຄຽງ​ຄູ່​ກັບ​ສະຖານະ​ການການ​ເມືອງ​ແລະ​ເສດ
ຖະກິດ​ຂອງ​ແຜ່ນດິນ​ໃຫຍ່​ເອີ​ລົບ​ອາຊີ​ມີ​ການ​ປ່ຽນ​ແປງ,​ໂດຍ​ສະ​ເພາະ​ແມ່ນ​ເຕັກນິກ​
ເດີນ​ທະ​ເລ​ໄດ້ມີ​ຄວາມ​ກ້າວໜ້າ,ບົດບາດ​ຂອງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໃນ​ການ​ຄ້າ​ນັບ​
ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ,ທາງ​ເກົ່າ​​​​ເທິງ​ບົກ​ດັ້ງ​ເດີມ​​ເສັ້ນນີ້​ຄ່ອຍໆ​ຊຸດ​ໂຊມ. ຮອດ​ສະ​ໄໝ​ລາ
ຊະວົງ​ຊົ້ງຂອງ​ຈີນ​ເມື່ອ​ສະຕະວັດ​ທີ 10,”​ເສັ້ນທາງ​ຜ້າ​ໄໝ”​ໄດ້​ໃຊ້​ເປັນ​ຊ່ອງ​ທາງ​ການ​ຄ້າ​ໜ້ອຍ​ທີ່​ສຸດ​ແລ້ວ.

​“​ເສັ້ນທາງ​ຜ້າ​ໄໝ”ທາງບູຮານ​ເສັ້ນນີ້ມາ​ແຕ່​ບູຮານ​ນະ​ການ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ອາ​ລະຍະ​ທຳ​ຂອງ​ໂລກ. ​ໃນຫຼາຍປີ​ມາ​ນີ້,ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ໄດ້​ປະຕິບັດ​ແຜນການ​ຄົ້ນຄວ້າ​ໃໝ່​ກ່ຽວ​ກັບ​ເສັ້ນທາງ​ຜ້າ​ໄໝ້,​ເອີ້ນ​”​ເສັ້ນທາງ​ຜ້າ​ໄໝ້”​ເປັນ​”​ເສັ້ນທາງ​ສົນທະນາ”,​ເພື່ອ​ຊຸກ​ຍູ້​ການ​ສົນທະນາ​ແລະ​ການ​ແລກປ່ຽນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ.