ສຸສານ​ຂອງ​ເຈີງ​ໂຮ​ອີ​ແລະ​ລະຄັງ​ແຖວ

中国国际广播电台

        ຕາມ​ການ​ບັນທຶກ​ໃນ​ປຶ້ມບູຮານ,ຊົນ​ຊັ້ນປົກຄອງ​ໃນ​ສະ​ໄໝ​ບູຮານ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ດົນຕີ,ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ກະວີ​ສາມາດ​ກະຕຸກ​ນ້ຳ​ໃຈ​ຂອງ​ຄົນ,ມາລະຍາດ​ສາ
ມາດ​ເຮັດ​ໃຫ້ການ​ກະທຳ​ຂອງ​ຄົນ​ເປັນ​ແບບ​ສະບັບ, ຖ້າ​ເມືອງ​ໜຶ່ງ​ມີ​ດົນຕີ​ອອນຊອນ​
ແມ່ນ​ສັນຍະລັກ​ໃຫ້​ແກ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮື​ອງ. ດັ່ງນັ້ນ,​ເມືອງ​ໜຶ່ງ​ຈະ​ເລີ​ນຮຸ່ງ​ເຮືອງ
ຫຼືຊຸດ​ໂຊມນັ້ນ​ສາມາດ​ວິນິດ​ໄສ​ຈາກ​ດົນຕີ​ດີຫຼືບໍ່​. ປີ 1978 ​ ໃນ​ສຸສານ​ບູຮານ​ຂອງ​
ເມືອງ​ຊຸຍ​ໂຈ​ວ ພາກ​ກາງຂອງ​ຈີນ​ໄດ້​ຂຸດ​ລະຄັງ​​ແຖວທອງ​ສຳລິດ​ຂະໜາດ​ໃຫຍ່,ການ
ຄົ້ນພົບ​ດັ່ງກ່າວ​ໄດ້​ປະຈັກ​ຄົນ​ທີ່​ສຸດ,​ເພາະວ່າ,ທັງ​ນີ້​ໄດ້​ຢັ້ງຢືນ​ການ​ບັນທຶກ​ໃນ​ປຶ້ມບູຮານ​
ດ້ວຍ​​ຂອງ​ແທ້​,​ໄດ້​ສະໜອງຫຼັກຖານ​ໃໝ່​ໃຫ້​ຄົນ​ຮຸ່ນຫຼັງຊອກ​ຮູ້​ອາລະຍະ​ທຳ​ໃນ​ສັງຄົມ​
ບູຮານ​ຈີນ.

​ເມື່ອ​ເດືອນ​ກຸມພາ​ປີ 1978 ​ໃນ​ເວລາ​ບ່ອນ​ກໍ່ສ້າງ​ແຫ່ງ​ໜຶ່ງ​ຢູ່​ເລ​ກູ​ຕູນ ຊານ
​ເມືອງ​ຊຸຍ​ໂຈ​ວ​ແຂວງ​ຫູ​ໄປ​ພວມ​ກໍ່ສ້າງ​ນັ້ນ ​ໄດ້​ຂຸດ​ເຫັນ​ດິນ​ສີ​ໝາກກະ​ເບົາ​ທີ່​ຕ່າງ​ກັບ​
ພື້ນ. ອັນ​ທີ່​ວ່າ ”ດິນ​ສີ​ໝາກກະ​ເບົາ”​ແມ່ນ​ໝາຍ​ເຖິງ​ຮ່ອງຮອຍ​ຂອງ​ການ​ເຄື່ອນ​ໄຫວ​
ຂອງ​ມະນຸດ​ທີ່​ຝັງ​ຢູ່​ຊັ້ນດິນ. ສະພາບ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ພະ​ແນ​ກບູຮານ​ນະ​ຄະດີ​ເອົາ​​
ໃຈ​ໃສ່. ​ເມື່ອ​ໄດ້​ຂຸດ​ແລ້ວ,ສຸສານ​ບູຮານຈາກ​ທິດຕາ​ເວັນ​ອອກ​ໄປ​ທິດຕາ​ເວັນ​ຕົກ​ຍາວ
21 ​ແມັດ,ຈາກ​ທິດ​ເໜືອ​ຮອດ​ທິດ​ໃຕ້​ກວ້າງ 16 ​ແມັດ​ໄດ້​ປະກົດ​ອອກ​ຢູ່​ຕໍ່ໜ້າ​ຄົນ​ທັງ
ຫຼາຍ. ຫຼັງຈາກ​ໄຂ​ສຸສານ​ແລ້ວ,​ໄດ້​ປະກົດ​ເຫັນ​ວ່າ,ຢູ່​​ເທິງ​ໂລງ​ສົບ​ທີ່​ໃຫຍ່​ພິລຶກໄດ້​ປົກ
​ຫຸ້ມ​ດ້ວຍແຜ່ນ​ຫີນຂະໜາດ​ໃຫຍ່ 47 ​ແຜ່ນ,  ຫຼັງຈາກ​ພະນັກງານ​ໃຊ້​​ເຄື່ອງ​ຍົກ​ຂະ
ໜາດ​ໃຫຍ່​ຍົກ​ແຜ່ນຫີນ​ອອກ​ໄປ​ແລ້ວ,​ ບໍ່​ໄດ້​ຄົ້ນພົບ​ເພັດ​ນິນ​ຈິນຕາ,ຫາກ​​ໄດ້​ເຫັນ​ນ້ຳ
ຂຸ່ນ​ເຕັມ​ຂຸມ​ຝັງສົບ,​ນ້ຳເລິກ​ປະມານ 3 ​ແມັດ. ​ເຫັນ​​ແຕ່​ໄມ້​ໂລງ​ແຕກ​ຟູ​ຢູ່​ໜ້ານ້ຳ. ພະ
ນັກງານ​ທັງ​ດູ​ດນ້ຳອອກ,ທັງ​ຊຳລະ​ໄມ້​ໂລງ​ສົບ​ທີ່​ຟູ​ຢູ່​​ເທິງ​ນ້ຳ. ຄຽງ​ຄູ່​ກັບ​ນ້ຳບົກຕ່ຳລົງ,
ວັດ​ຖຸບູຮານ​ທີ່​ເຮັດ​ໃຫ້​ຊາວ​ໂລກ​ຕື່ນ​ຕົກ​ໃຈນັ້ນປະກົດ​ອອກ​ມາ. ​ເມື່ອ​ໄດ້​ຊຳລະ​ແລ້ວ,​
ໃນ​ສຸ​ສານ​ບູຮານ​ລວມ​ຂຸດ​ໄດ້​ວັດຖຸບູຮານ 1 ໝື່ນ 5 ພັນ​ກວ່າ​ອັນ,​ແບ່ງ​ເປັນ 8 ປະ​
ເພດ​​ໃຫຍ່​ຄື​ເຄື່ອງ​ພິທີການ​ທອງ​ສຳ​ລິດ,​ເຄື່ອງ​ດົນຕີ,ອາວຸດ,​ເຄື່ອງ​ໃນ​ລົດ​ມ້າ,​ເຄື່ອງ​ຄຳ,
​ເຄື່ອງ​
ຢົກ,​ເຄື່ອງ​ໄມ້​ທານ້ຳກ້ຽງ​ແລະ​ເຄື່ອງ​ໄມ້​​ໄຜ່​ເປັນຕົ້ນ. ​ເຄື່ອງຫຼາຍອັນ​ມີ​ຮູບ​ແປກ​
ປະຫຼາດ,ຄື​ແທ້​ຄື​ວ່າ,ມີລວດລາຍ​ສວຍ​ງາມ,ຫຼູຫຼາ​ເປັນ​ພິ​ເສດ. ​ໃນ​ວັດ​ຖຸບູຮານ​ທັງໝົດ
​ເຫຼົ່ານີ້,ສິ່ງ​ທີ່​ປະຈັກ​ຕາ​ຄົນ​ທີ່​ສຸດ​ແມ່ນ​ລະຄັງ​ແຖວ​ທອງ​ສຳລິດ 65 ອັນ.

 

         ລະຄັງ​ແຖວ​ຊຸດ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ດົນຕີ​ປະກອບ​ຄະນະ​ດົນຕີ​ທີ່​ໃຫຍ່​ກວ່າ​ໝູ່​
ໃນ​ສະ​ໄໝ​ບູຮານ​ທີ່​ໄດ້​ເຫັນ​ນັບ​ມາ​ຮອດ​ປັດຈຸບັນ​ທໍ່​ນັ້ນ,ກຳມະ​ວິທີຫຼໍ່ຫຼອມທອງ​ສຳລິດ,​
ເຄື່ອງ​ດົນຕີ​ທີ່​ສະຫງ່າ​ຜ່າ​ເຜີຍ​ ແລະ​ຄົບ​ຖ້ວນ​ ລ້ວນ​ແຕ່​ແມ່ນ​ອັນ​ດັບ​ໜຶ່ງ. ລະຄັງ​​ແຖວ
ແບ່ງ​ເປັນ 8 ຈຸ​ຕາມ​ຮູບນ້ອຍ​ໃຫຍ່​ຕ່າງ​ກັນ​ແລະ​ສຽງ​ຕ່ຳ​ສຽງສູງ​ຂອງ​ລະຄັງ​ເປັນ​ລຳດັບ,​
ໃນ​ນັ້ນ  ລະຄັງ​ ທີ່​ໃຫຍ່​ກວ່າ​ໝູ່​ສູງ​ 153,4 ຊັງ​ຕີ​ແມັດ,ນ້ອຍ​ກວ່າ​ໝູ່​ສູງ​ 20,4 ຊັງ​ຕີ​
ແມັດ, ນ້ຳໜັກ​ລວມຂອງ​ລະຄັງ​ແຖວ​ມີ 2500 ກວ່າ​ກິ​ໂລ. ລະຄັງ​​ແຖວ ໄດ້​ແຂວນ​ຢູ່​
ຮາວ​ສາມ​ຊັ້ນທີ່​ເຮັດ​ດ້ວຍ​ທອງ​ແລະ​ໄມ້. ​ໃນ​ລະຄັງ​ ໄດ້​ຫຼໍ່​ຕົວ​ໜັງສື​ຈ້ວນ​ເຊິ່ງ​ເປັນ​ຕົວ​
ໜັງສື​ຈີນ​ແບບ​ບູຮານ,ລວມມີ 2800 ກວ່າ​ຄຳ. ​ເມື່ອ​ໄດ້​ວັດ​ແທກ​ສຽງ​ແລ້ວ,​​  ລະຄັງ​
ແຕ່ລະ​ໜ່ວຍເຄາະ​ໄດ້​ສອງ​ສຽງ,ມີທຳນອງ​ຖືກຕ້ອງ,ອອນຊອນ,ຈົນ​ຮອດ​ຊູ່​ມື້​ນີ້ ຍັງ​ບັ​ນ
​ເລງ​ດົນຕີ​ຕ່າງ​ໆ​ໄດ້.

​ເມື່ອ​ໄດ້​ຊັນນະສູດ​ແລ້ວ,ຜູ້​ຊ່ຽວຊານ​ບູຮານ​ນະ​ຄະດີ​ເຫັນ​ວ່າ,ສຸສານ​ບູຮານ​ນີ້​ແມ່ນ
​ສຸສານ​ຂອງ​ເຈີງ​ໂຫອີຂຸນ​ນາງ​ເມືອງ​ເຈີງ​ໃນ​ສະ​ໄໝ​ຍຸດທະ​ຈັກ. ​ເຈີງ​ໂຫອີໝາຍ​ຄວາມ
​ວ່າ​ແມ່ນຂຸນ​ນາງທີ່​ຊື່ວ່າ”ອີ”​ຂອງ​ເມືອງ​ເຈີງ. ອີງ​ຕາມ​ຕົວ​ໜັງສື​ໃນ​ເຄື່ອງ​ຂອງ​ບາງ​ຢ່າງ​
ໃນ​ສຸສານ​ແລະ​ການ​ວັດ​ແທກ​ດ້ວຍ​ຖ່ານກາກ​ບອນ 14 ​ແລ້ວ​,ພະນັກງານ​ບູຮານ​ນະ​ຄະ
ດີ​ເຫັນ​ວ່າ,ສຸສານ​ນີ້​ແມ່ນ​ຝັງ​​ໃນ​ປະມານກ່ອນ​ຄ.ສ.ປີ 400.

ຍ້ອນ​ວ່າ​ສຸສານ​ເຈີງ​ໂຫອີ​ຝັງ​ຢູ່​ໃຕ້​ນ້ຳບາ​ດານ,ຫຼັງຈາກ​ຝັງ​ແລ້ວ​ບໍ່​ດົນ,ນ້ຳບາ​ດານ
​ກໍ​ໄດ້​ຊຶມ​ເຂົ້າ​ໃນ​ສຸສານ, ພາ​ໃຫ້​ເຄື່ອງ​ຝັງ​ນຳ​ກັນ​ຖືກ​ແຊ່​ຢູ່​ໃນ​ນ້ຳ​ເປັນ​ເວລາ​ດົນ​ນານ​, ກໍ
​ຍ້ອນ​ມູນ​ເຫດ​ດັ່ງກ່າວ,​ເຄື່ອງ​ຂອງ​ໃນ​ສຸສານ​ຈຶ່ງ​ບໍ່​ໄດ້​ຖືກ​ທຳລາຍ​ໃນ 2 ພັນ​ກວ່າ​ປີ. ກໍ​
ແມ່ນ​ຍ້ອນ​ມີນ້ຳ,​ເຄື່ອງ​​ປະ​ເສີດ​ໃນ​ສຸສານ​ຈຶ່ງ​ບໍ່​ໄດ້​ຖືກ​ຜູ້​ລັກ​ສຸສານ​ລັກ​ໄປ.

ພາຍຫຼັງສຳ​ເລັດ​ວຽກ​ງານ​ຂຸດ​ສຸສານ​​ເຈີງ​ໂຫອີ​ແລ້ວ,ອົງການ​ປົກຄອງ​ທ້ອງ​ຖິ່ນ​
ຕົກລົງ​​ໄດ້ສ້າງຫໍພິພິດທະ​ພັນ​​ໂດຍຈຳ​ເພາະ​ເພື່ອ​ເກັບ​ຮັກສາ​ແລະ​ວາງສະ​ແດງ​ວັດຖຸບູ
ຮານ​ທີ່ຂຸດ​ອອກ​ຈາກ​ສຸສານ,​ໄດ້​ຟື້ນ​ຟູ​ບ່ອນ​ສຸສານ​ເຈີງ​ໂຫອີ,ສ້າງຫໍ​ວາງສະ​ແດງ​ລະຄັງ​
ແຖວ,ຍັງໄດ້​ຈັດຕັ້ງວົງ​ດົນຕີ​ບູຮານ​ຕາມ​ດົນຕີ​ຂອງ​ລະຄັງ​ແຖວ,​ເຮັດ​ໃຫ້​ຄົນ​ເຮົາ​ໃນ​ປັດ
ຈຸບັນ​ຍັງ​ສາມາດ​ຟັງ​ດົນຕີ​ບູຮານ​ໄດ້.