ສຸສານ​ລາຊະວົງ​ຮັ້ນ​ທີ່​ເມືອງ​ໝານ​ແລະ​ເສື້ອຢົກ​ໄໝ​ຄຳ

中国国际广播电台

         ໃນ​ສະ​ໄໝ​ລາຊະວົງ​ຮັ້ນ(ກ່ອນ​ຄ.ສ.ປີ 206—ປິ 8)ຂອງ​ຈີນ,ຄົນ​ທັງຫຼາຍ​ເຊື່ອ​ໝັ້ນວ່າ​ຢົກ​ສາມາດ​ເຮັດ​ໃຫ້​ສົບ​ບໍ່​ເນົ່າ,ສະນັ້ນ ພາຍຫຼັງ​ເຈົ້າຊີວິດ​ແລະ​ຂຸນ​ນາງ​ຕາຍ​ແລ້ວ,ມັກ​ໃສ່​ເສຶ້ອຢົກ,​ເສື້ອ​ຢົກ​ຊະ​ນິດ​ນີ້​ແມ່ນ​ໃຊ້​ໄໝ​ຄຳ​ຖັກແຜ່ນ​ຢົກ​ທີ່​ມີ​ຮູບ​ຕ່າງໆ,​ເອີ້ນ​ວ່າ”​ເສື້ອ​ຢົກ​ໄໝຄຳ”. ປີ 1968 ຢູ່​ເມືອງ​ໝານ​ແຂວງ​ເຮີ​ໄປ​ ພາກ​ເໜືອ​ຂອງ​ຈີນ ພະ
ນັກງານ​ບູຮານ​ນະ​ຄະດີ​ໄດ້​ຂຸດ​ອອກ​​ເສື້ອ​ຢົກ​ໄໝ​ຄຳ​ທີ່​ເປັນວັດຖຸບູຮານ​ອັນ​ລ້ຳຄ່າ​ທີ່​ຄົບ​ຖ້ວນ​ໂຕ​ໜຶ່ງ​ເປັນຄັ້ງທຳ​ອິດ.

ສຸສານ​ລາຊະວົງ​ຮັ້ນ​ຕັ້ງຢູ່​ເມືອງ​ໝານ​​ແຂວງ​ເຮີ​​ໄປ​ທີ່​ຫ່າງ​ຈາກ​ປັກ​ກິ່ງ 200 ກວ່າ​ກິ​ໂລ​ແມັດ,ມັນ​ແມ່ນ​ສຸສານ​ຝັງ​ເຈົ້າລິວ​​ເຊີ້ງ ​ເຈົ້າຊີວິດ​ເມືອງ​ຈົ່ງ​ຊ່ານ ​ເມືອງ​ໜຶ່ງ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຊີ່​ຮັ້ນ​ພ້ອມ​ດ້ວຍ​ມະ​ເຫ​ສີໂຕ້​ວານ. ຕາມ​ການ​ບັນທຶກ​ໃນ​ປຶ້ມປະ
ຫວັດສາດ,​ເຈົ້າລິວ​ເຊີ້ງ​ໄດ້​​ເປັນ​ເຈົ້າຊີວິດ​ຂອງ​ເມືອງ​ຈົ່ງ​ຊ່ານ​ໃນ​ກ່ອນ​ຄ.ສ.ປີ 154,ຄອງ​ບັນລັງ 42 ປີ,​ແມ່ນ​ເຈົ້າຊີວິດ​ອົງ​ທຳ​ອິດ​ຂອງ​ເມືອງ​ຈົ່ງ​ຊ່ານ.

ສຸສານ​ຂອງ​​ເຈົ້າລິວ​ເຊີ້ງສ້າງ​ຢູ່​ພູ​ໜ່ວຍ​ໜຶ່ງ​ທີ່​ເປັນ​ເອກະລາດ. ພູ​ທັງ​ໜ່ວຍ​ກໍ​ແມ່ນ​ສຸສານ​ຂອງ​ເຈົ້າ. ສຸສານ​ປະກອບ​ດ້ວຍ​ຫຼາຍຖ້ຳທີ່​ມີ​ສັບພະ​ຄຸນ​ຕ່າງ​ກັນ,ລວມທັງ​ຫ້ອງ​ນອນ,ຫ້ອງ​ຮັບ​ແຂກ,ຫ້ອງ​ດົນຕີ​ເປັນຕົ້ນ,ສຸສານ​ທັງ​ໝົດ​ກໍ​ເໝືອນ​ພະ​ລາຊະ​ວັງ​ຫຼູຫຼາໃນ​ຖ້ຳ.

​ເມື່ອ​ເບິ່ງ​ຈາກ​ອົງ​ປະກອບ​ຂອງ​ສຸສານ​ແລ້ວ​​ເຫັນ​ວ່າ,ສຸສານ​ຂອງ​ເຈົ້າລິວ​ເຊີ້ງ​ໄດ້​ອອກ​ແບບຢ່າງ​ພຽນ​ໃຈ,ກິດຈະການກໍ່ສ້າງ​ລຳບາກ,​ແລະມີ​ຂະໜາດ​ໃຫຍ່​. ການ​ຂຸດ​ຖ້ຳທີ່​ກວ້າງ​ໃຫຍ່​ໃນ​ພູ​ຫີນ​ໜ່ວຍ​ໜຶ່ງ,ຖ້າ​ໃຊ້​ວິທີ​ທັນ​ສະ​ໄໝ ຄາດ​ວ່າ​ກໍ​ຕ້ອງ​ໃຊ້​ຮ້ອຍ​ກວ່າ​ຄົນ​ກິນ​ເວລາ​ປະມານປີ​ໜຶ່ງ.

ຢູ່​ສຸສານ​ຂອງ​ເຈົ້າລິວ​ເຊີ້ງ​,​ໄດ້​ຂຸດ​ເຄື່ອງ​ທີ່​ຝັງ​ນຳ​ກັນ​ຢ່າງຫຼວງຫຼາຍ,​ເຄື່ອງ​ເຫຼົ່ານີ້​ໄດ້​ຖືກ​ວາງ​ໄວ້​ຢ່າງ​ມີ​ລະບຽບ​ຮຽບຮ້ອຍ,​​ໃນ​ນັ້ນ ມີ​ເຄື່ອງ​ປັ້ນດິ​ນ​ເຜົາຫຼາຍກວ່າ​ໝູ່,ຖັດ
ມາ​ແມ່ນ​ເຄື່ອງ​ທອງ,​ເຄື່ອງ​ເຫຼັກ,​ເຄື່ອງ​ເງິນ​ເຄື່ອງ​ຄຳ​ເປັນຕົ້ນ,​ໃນ​ນັ້ນ ​ສິ່ງ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ກວ່າ​ໝູ່​ກໍ​ແມ່ນ”​ເສື້ອ​
ຢົກ​ໄໝ​ຄຳ”.

“​ເສື້ອ​ຢົກ​ໄໝ​ຄຳ”​ເຮັດ​ດ້ວຍ​ແຜ່ນ​ຢົກ​ຮູບ​ສີ່ຫຼ່ຽມຍາ​ວ,ຮູບສີ່ຫຼ່ຽມ,ຮູບຄາງໝູ,ຮູບ
ສາມ​ຫຼ່ຽມ,ຮູບ​ສີ່​ຫຼ່ຽມ​ແລະ​ຮູບຫຼາຍຫຼ່ຽມ​ເປັນຕົ້ນ,​ແຕ່ລະ​ແຈ​ຂອງ​ແຜ່ນ​
ຢົກ​ໄດ້​ເຈາະ​ຮູ,ຖັກ​ດ້ວຍ​ໄໝ​​ຄຳ. ​​ເສື້ອ​ຢົກ​ຍາວ​ທັງ​ໝົດ​ເກືອບ 2 ​ແມັດ,​ໃຊ້​ແຜ່ນ​ຢົກ 2498 ​ແຜ່ນ,​ໃຊ້​ໄໝ​ຄຳ​ປະມານ 1100 ກຼາມ. ​ເສື້ອ​ຢົກ​​ແບ່ງ​ເປັນ 5 ພາກສ່ວນ​ຄື​ພາກສ່ວນ​ຫົວ,​ເສື້ອ​,​ໂສ້ງ,ຖົງມື​ແລະ​ຖົງຕີນ,​ແຕ່​ລະ​ພາກສ່ວນ​ກໍ​ປະກອບ​ດ້ວຍຫຼາຍຊີກ​ສ່ວນ. ຢູ່​ພາກສ່ວນ​ຫົວ ຍັງ​ມີ​ສິ່ງ​ປົກ​ຕາ,ສິ່ງ​ຍັດ​​ໃສ່​ດັງ,ສິ່ງ​ຍັດ​ໃສ່​ຫູ​ແລະ​ສິ່ງ​ຍັດ​ໃສ່​ປາກ. ຢູ່​ພາກສ່ວນ​ທ້ອງ,ຍັງ​ມີ​ສິ່ງ​ຊຸບ​ອະ​ໄວ​ຍະ​ວະ​ສືບ​ພັນ​ແລະ​ສິ່ງ​ຍັດ​ໃສ່​ຮູ​ອຸ​ຈາລະ,ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ເຮັດ​ດ້ວຍ​ຢົກ.

ຕາມ​ການຄົ້ນຄວ້າ​ຂອງ​ບັນດາ​ນັກປາດ,ການ​ເຮັດ​ເສື້ອ​ຢົກ​ສັບສົນຫຼາຍ,ຕ້ອງ​ຕັດຢົກ​ກ້ອນ​ໃຫຍ່​​ເປັນ​ກ້ອນ​ນ້ອຍ,​ແລ້ວ​​ເຈຍລະ​ໄນເປັນ​ແຜ່ນ​ບາງໆ​ທີ່​ມີ​ຂະໜາດ​ຕ່າງ​ກັນ​ຕາມ​ຮູບ​ຕ່າງ​ກັນ​ຂອງ​ພາກສ່ວນ​ຕ່າງ​ໆ​ຂອງ​ຮ່າງກາຍ​ຄົນ,​ແລະ​ເຈາະ​ຮູ​ຢູ່ 4 ​ແຈ​ຂອງ​ແຜ່ນ​ຢົກ. ຕາມ​ການ​ວັດ​ແທກ,​ໃນ​ແຜ່ນ​ຢົກ,ບາງ​ຊ່ອງມີ​ພຽງ​ແຕ່ 0,3 ມີ​ລີ​ແມັດ,​ເສັ້ນຜ່າ​ກາງຂອງ​ຮູ​ມີພຽງ​ແຕ່ 1 ມີ​ລີ​ແມັດ,ກຳມະ​ວິທີ​ທີ່​ສັບສົນ​ແລະ​ລະດັບ​ຍອດ​ຢ້ຽມ,​ເຮັດ​ໃຫ້​ຊາວ​ໂລກ​ຕື່ນ​ຕົກ​ໃຈ.

ຄືກັນກັບ​ເຈົ້າລິວ​ເຊີ້ງ,​ໃນ​ສຸສານ​ຂອງ​ພະນາງ​ໂຕ້​ວານ​ກໍ​ໄດ້​ຂຸດ​ອອກ​”​ເສື້ອ​ຢົກ​ໄໝ​ຄຳ”​ໂຕ​ໜຶ່ງ,​ແບ່ງ​ເປັນ 5 ພາກສ່ວນ​ຄື​ກັນ,ມີ​ແຕ່​​ນ້ອຍກວ່າ​ໜ້ອຍ​ໜຶ່ງ. ​“​ເສື້ອ​ຢົກ​ໄໝ​ຄຳ”ທີ່​ຂຸດ​ອອກ​ຈາກ​ສຸສານ​ຂອງ​ເຈົ້າລິວ​ເຊີ້ງ​ແລະ​ພະນາງ​ໂຕ້ວານ​ໄດ້​ຮັກສາ​ຄົບ​ຖ້ວນ,​ແມ່ນ​ການຄົ້ນພົບ​ເສື້ອຢົກ​ເປັນ​ຊຸດ​ເປັນຄັ້ງທຳ​ອິດ​ໃນ​ບູຮານ​ນະ​ຄະດີ​ຂອງ​ຈີນ,​ສາມາດ
ເຮັ​ດ​ໃຫ້​ຄົນ​ທັງຫຼາຍ​ເຂົ້າ​ໃຈ​ລະອຽດ​ຕໍ່​ຂະໜາດ​ແລະ​ອົງ​ປະກອບ​ຂອງ​ເສື້ອ​
ຢົກ​ໃນ​ລາ
ຊະວົງ​
ຮັ້ນ.

ນອກ​ຈາກ​ເສື້ອ​ຢົກ​ໄໝ​ຄຳ​ທີ່​ສວຍ​ງາມ​ແລ້ວ,ຢູ່​ສຸສານ​ເຈົ້າລິວ​ເຊີ້ງ​ຍັງ​ໄດ້​ຂຸດ​ອອກ​ເຂັມ​​ຄຳ​ແລະ​ເຂັມ​ເງິນປົວ​ພະຍາດ​ແລະ​ຊາມ​ທອງ​ທີ່​​​ໄດ້ຫຼໍ່ຕົວ​ໜັງສື​ທີ່​ວ່າ​ທ່ານໝໍ,ນີ້​ແມ່ນ​ຂໍ້​ມູນ​ສຳຄັນ​ໃນ​ການຄົ້ນຄວ້າ​ວິທີ​ປັກ​ເຂັມ​ແລະ​ປະຫວັດ​ແພດສາດ​ສະ​ໄໝ​ບູຮານ​ຂອງ​ຈີນ. ກາ​ທອງ​ບອກ​ເວລາດ້ວຍ​ການ​ຢອດ​ນ້ຳທີ່​ຂຸດ​ອອກ​ຈາກ​ສຸສານ​ແມ່ນ​ມີ​ກ່ອນ​ໝູ່​ທີ່​ຂຸດ​ອອກ,ມັນມີ​ຄຸນຄ່າ​ສຳຄັນ​ໃນ​ການຄົ້ນຄວ້າ​ປະຫວັດ​ດາລາສາດ​ຂອງ​ຈີນ. ຜ່ານ​ການ​ກວດກາ ດາບ​ປະຈຳຕົວ​ຂອງ​ເຈົ້າລິວ​ເຊີ້ງ​​ໄດ້ຫຼໍ່ຫຼອມຫຼາຍ​ເທື່ອ​ແລະ​ຜ່ານ​ການ​ຊຳລະ​ດ້ວຍ​ຢາ​ເຄມີ,​​ໄດ້​​ເປັນ​ຕົວ​ແທນ​ໃຫ້​ແກ່ຜົນສຳ​ເລັດ​ອັນ​ດີ​ເລີດ​ແຫ່ງ​ວິທີຫຼໍ່ຫຼອມ​ເຫຼັກກ້າ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ.

​ຍ້ອນຄຸນຄ່າ​ອັນ​ມະຫາສານ​ຂອງ​ສຸສານ​ລາຊະວົງ​ຮັ້ນ​ທີ່​ເມືອງ​ໝານ,ປີ 1988 ບ່ອນ​ຮ່ອງຮອຍ​ສຸສານດັ່ງກ່າວ​ໄດ້​ຖືກ​ລັດຖະບານ​ຈີນ​ຈັດ​​ເປັນ​ຫົວໜ່ວຍ​ຮັກສາ​ວັດຖຸບູ
ຮານ​ຈຸດ​ໜັກ​ລະດັບ​ຊາດ.