ສຸສານ​ລາຊະວົງ​ຮັ້ນມາ​ວາງ​ຕຸຍ​ທີ່​ເມືອງ​ຊາງ​ຊ່າ​ແຂວງ​ຫູ​ນານ

中国国际广播电台

           ໃນ​ຊຸມ​ປີ 70 ສະຕະວັດ​ແລ້ວ​ນີ້,ການ​ຂຸດ​ສຸສານ​ລາຊະວົງ​ຮັ້ນມາ​ວາງ​ຕຸຍ​ທີ່​ເມືອງ​ຊາງ​ຊ່າ ພາກ​ໃຕ້​ຂອງ​ຈີນ​ໄດ້​ເຮັດ​​ໃຫ້​ຈີນ​ກໍ​ຄື​ໂລກ​ຕື່ນ​ຕົກ​ໃຈ. ສົບ​ຜູ້ຍິງ​ທີ່​ຮັກສາ​ໄດ້​ດີ​ໃນ​ສຸສານ​ດັ່ງກ່າວ​ແມ່ນ​ສົບ​ປຽກ​ທີ່​ຄົ້ນພົບ​​ເປັນເທື່ອ​ທຳ​ອິດ​ໃນ​ໂລກ. ສົບ​ນີ້​ໄດ້​ຝັງຢູ່​ໃຕ້​ດິນ 2000 ກວ່າ​ປີ​ແລ້ວ,​ແຕ່​ຍັງຄົງ​ຮັກສາ​ໜ້າ​ຕາ​ຢ່າງ​ມີ​ຊີວິດ​ຊີວາ​ແລະ​ຜິວໜັງ​ກ້າມຊີ້ນ​ຍັງ​ຫົດ​ຍືດ​ໄດ້,​ເຮັດ​ໃຫ້​ຄົນ​ບໍ່​ເຂົ້າ​ໃຈ. ພ້ອມ​ກັນນັ້ນ ຢູ່​ສຸສານ​ນີ້​ຍັງ​ໄດ້​ຂຸດ​ອອກ​ວັດຖຸບູຮານ​ຫຼາຍໆຊະນິດທີ່ຮັກສາ​ໄດ້​ຄົບ​ຖ້ວນ​ແລະ​ລ້ຳຄ່າ​ທີ່​ສຸດຢ່າງຫຼວງຫຼາຍ,ສົມ​ຊື່​ເປັນ​ມິ່ງຂວັນ​ຂອງ​ປະ​ເທດ​ອາລະຍະ​ທຳບູຮານ​ຈີນ.

ຢູ່​ຊານ​ເມືອງ​ຕາ​ເວັນ​ອອກ​ຂອງ​ເມືອງ​ຊາງ​ຊ່າ​ແຂວງ​ຫູ​ນານ ພາກ​ໃຕ້​ຂອງ​ຈີນ,ປະຊາຊົນ​ໄດ້​ເລົ່າ​ລື​ກັນ​ວ່າ​ແຫ່ງ​ນີ້​ມີ​ສຸສານ​ຂະໜາດ​ໃຫຍ່,ບາງ​ຄົນ​ເວົ້າວ່າ,ມີ​ເຈົ້າຜູ້​ໜຶ່ງ​ນາມສະກຸນ​ມາ​ຖືກ​ຝັງ​ຢູ່​ນີ້,ສະນັ້ນ ​ແຫ່ງ​ນີ້​ກໍ​ຮ້ອງ​ວ່າ”ມາ​ວາງ​ຕຸຍ”​​ແປ​ວ່າ​ສຸສານ​ເຈົ້າມາ​ໂດຍ​ຕະຫຼອດ; ຍັງ​ມີ​ຄົນ​ເລົ່າ​ລື​ກັນ​ວ່າ,ຢູ່​ແຫ່ງ​ນີ້​ໄດ້​ຝັງ​ແມ່​ຂອງ​ເຈົ້າຊາງຊ່າ​ສະ​ໄໝ​ບູ
ຮານ,​ແລະ​ມີ​ນິທານ​ຈຳນວນ​ໜຶ່ງ​ເກີດ​ຂຶ້ນ. ຈົນ​ຮອດ​ການ​ຂຸດ​ຢ່າງ​ບັງ​​ເອີນ​​ເທື່ອ​ໜຶ່ງ​ໃນ​ຊຸມ​ປີ 70 ສະຕະວັດ​ທີ 20,​ເຈົ້າຂອງ​ສຸສານ​ຂະໜາດ​ໃຫຍ່​​ໃນ​ພື້ນ​ສືບຈຶ່ງ​​ໄດ້ຊອກ​ຮູ້​ໃນ​ທີ່​ສຸດ. ປີ 1971,ຢູ່​
ມາ​ວາງ​ຕຸຍ​ຂອງ​ເມືອງ​ຊາງ​ຊ່າ,ຄົນ​ທັງຫຼາຍພວມ​ຂຸດຫ້ອງໃຕ້​ດິນ; ​ໃນ​ເມື່ອ​ຂຸດ​ຮອດ​ບ່ອນ​ເລິກ 10 ກວ່າ​ແມັດ​ນັ້ນ ​ຜູ້​ກໍ່ສ້າງໄດ້​ເຫັນ​ຂີ້ຕົມ​ຂາວ​ຄ້າຍຄື​ກ້ອນ​ແປ້ງທີ່​ອ່ອນໆ​ຢ່າງຫຼວງຫຼາຍ. ​ໃນ​ເວລາກຳມະກອນ​ໃຊ້​ເຫຼັກ​ເຈາະໆ​ຮູ,​ເມື່ອ​ຖອນ​ເຫຼັກ​ເຈາະ​ອອກ​ມາຈາກ​ຂີ້ຕົມ​ຂາວນັ້ນ ​ໃນ​ຮູ​​ໄດ້​ມີ​ອາຍ​ແສບ​ດັງ​ພົ່ນອອກ​ມາ. ​ເວລາ​ນັ້ນ ພໍດີ​ມີ​ຄົນ​ຂີດ​ໄມ້​ຂີດ​ໄຟ,ອາຍ​ນັ້ນ​ກໍ​ໄໝ້ຂຶ້ນ,ມີ​ແປວ​ໄຟ​ສີຟ້າ​ແລະ​ສີ​ແດງ. ບາງ​ຄົນ​ຫົດ​ນ້ຳ​ເພື່ອ​ດັບ​ໄຟ,​ແຕ່​ນ້ຳພັດ​ຖືກ​ກຳລັງ​ດັນ​ຂອງ​ອາຍພົ່ນ​ອອກ​ມາ. ​ໃນ​ທີ່​ສຸດ​ໃຊ້​ຖົງ​ຊີ​ມັງ​ມາ​ຕັນ​ຮູ​ໄຟຈຶ່ງ​ມອດ​.

​ເມື່ອ​ຜູ້​ຊ່ຽວຊານ​ສຳຫຼວດ​ແລ້ວ​,​ໄດ້​ຢືນຢັນ​ເບື້ອງ​ຕົ້ນວ່າ,ຢູ່​ໃຕ້​ດິນ​ແມ່ນ​ສຸສານ​ບູ
ຮານຫຼັງໜຶ່ງ. ຫຼັງຈາກ​ຂຸດ​ສຸສານ​ອອກ​ແລ້ວ,ຄົນ​ທັງຫຼາຍປະກົດ​ເຫັນ​ວ່າ,ຢູ່​ຕາມ​ພື້ນ​ສຸສານ​ແລະ​ຫ້ອງ​ໄວ້ໂລງ​ສົບ,​ໄດ້​ມີ​ຂີ້ຕົມ​ຂາວ​ທີ່​ໜາ 1 ​ແມັດ​ກວ່າ,ຢູ່​ໃຕ້​ຂີ້ຕົມ​ຂາວ,​ໄດ້​ປູ​ຖ່ານ​ທີ່​ໜາ,ໜັກ​ປະມານ 5 ​ໂຕນ​ກວ່າ,​​ເອົາລົດ​ກາ​ມີ​ຍົງບັນທຸກ 4 ຄັນ​ເຕັມໆ. ຫຼັງ
ຈາກ​ເອົາ​ຖ່ານ​ໄປແລ້ວ​ໄດ້​ເຫັນ​ໂລງ​ສົບ,​ເທິງ​ໂລງ​ສົບ​ໄດ້​ປູ​ສາກ​ໄມ້​ໃຜ່ຫຼາຍສິບ​ແຜ່ນ,​​ໃນ​ເວລາ​ຫາ​ກໍ່​ຂຸດ​ອອກ​ນັ້ນ ສີ​ຂອງສາກ​ໄມ້​ໃຜ່ຍັງ​ເປັນ​ສີ​ເຫຼືອງອ່ອນ,​ທັງ​ເຫຼື້ອມຄື​ສາກ​ໃໝ່,​ແຕ່​ພຽງ​ແຕ່​ຜ່ານ​ສິບ​ກວ່າ​ນາ​ທີ,ສາກກໍ​ໄດ້ກາຍ​ເປັນ​ຂອງ​ເນົ່າ​ສີດຳ. ​ໃນ​ສຸສານ​ມີ​ໂລງ​ນ້ອຍ​ໄວ້​ຢູ່​ໃນ​ໂລ​ງ​ໃຫຍ່​ລວມ 4 ຊັ້ນ,​ໂລງ​ສົບ​ໃຫຍ່​ຢູ່​ຊັ້ນນອກ​ຍາວ​ເກືອບ 7 ​ແມັດ,ກວ້າງ 5 ​ແມັດ,ສູງ​ເກືອບ 3 ​ແມັດ.

ຫຼັງຈາກ​ເປີດ​ໂລງ​ສົບ​ແລ້ວ,ຄົນ​ທັງຫຼາຍ​ໄດ້​ຕົກສະ​ເງີ້ຍ້ອນ​ໄດ້​ເຫັນ​ໜ້າ​ຕາ​ທີ່​ມີ
ຊີວິດ​ຊີວາ​ຂອງ​ສົບ​ຜູ້ຍິງ. ສົບ​ຂອນ​ນີ້​ຄົບ​ຖ້ວນ,ໜ້າ​ຕາ​ຍັງ​​ເຫັນ​ແຈ້ງ​ຢູ່,ຜົມ​ມີ​ສີ​ເຫຼື້ອມ,ຮອຍ​ຂອງນິ້ວມືນິ້ວຕີນຍັງ​ຊັດ​ເຈນ,ຜິວໜັງ​ປຽກ,ກ້າມ​ເນື້ອ​ຍັງ​ມີ​ຄວາມ​ຫົດ​ຍືດ,ສອກ​ແລະຫົວ​ເຂົ່າ​ຂອງ​ແຂນ​ແລະ​ຂາ​ເໜັງ​ຕີງ​ໄດ້. ​ເມື່ອ​ຜ່າຕັດ​ແລ້ວ​ເຫັນ​ວ່າ,ອະ​ໄວ​ຍະ​ວະ​ຂ້າງ​ໃນ​ຕ່າງໆ​ຂອງ​ສົບ​ຍັງ​ດີ​ຢູ່,​ໃນຫຼອດອາຫານ,ກະ​ເພາະ​ແລະ​ໄສ້​ອ່ອນ​ມີ​​ແກ່ນ​ໝາກ​ໂມ​ຫວານ 100 ກວ່າ​​ເມັດ,ນີ້​ໝາຍ​ຄວາມ​ວ່າ,​ເຈົ້າຂອງ​ສຸສານ​ແມ່ນ​ຕາຍ​ໃນ​ເວລາ​ກິນ​ແກ່ນ​ໝາກ​ໂມ​ຫວານ,​ເວລາ​ຕາຍ​ຄວນ​ແມ່ນຍາມ​ໝາກ​ໂມ​ສຸກ. ​ໃນ​ສຸສານ​ມີ​ກາ​ປະ​ທັບ
ທີ່​ຂຽນ​ວ່າ”​ເຊ້ຍຊິນ​ຈຸ່ຍ”​ແປ​ວ່າ​ພັນ​ລະ​ຍາ​ຊິນ​ຈຸ່ຍ​. ຕາມ​ຊັນນະສູດ,​ເຈົ້າຂອງ​ສຸສານ​ຖືກ​ຝັງ​​ເມື່ອ​ກ່ອນ​ຄ.ສ.ສະຕະວັດ​ທີ 2,​ແມ່ນ​ພັນ​ລະ​ຍາ​ຂອງ​ລີ້​ຊ່າງ ​ເສນາ​ບໍດີ​ເມືອງ​ຊາງ​ຊ່າ​ຂອງ​​ຕົ້ນລາຊະວົງ​ຊີ່​
ຮັ້ນ​,ຊື່ວ່າ”ຊິນ​ຈຸ່ຍ”.

ການຄົ້ນພົບ”ສົບ​ຜູ້ຍິງ​ທີ່​ພັນ​ປີ​ບໍ່​ເນົ່າ”​ໄດ້​ບັນລື​ທົ່ວ​ໂລກ. ຜູ້​ຊ່ຽວຊານ,ຜູ້​ທ່ອງ​ທ່ຽວ,ຜູ້​ຖ່າຍ​ຮູບ​ເງົາ,ຜູ້​ຄົ້ນຄວ້າ​ວິທະຍາສາດ​ລ້ວນ​ແຕ່​ໄປ​ເມືອງ​ຊາງ​ຊ່າ. ຕາມ​ສະຖິຕິ​ຂອງ​ພະ​ແນ​ກທີ່​ກ່ຽວຂ້ອງ,ພາຍ​ໃນ​ເວລາ​ອັນ​ສັ້ນໆຫຼັງຈາກ​ສົບ​ຜູ້ຍິງ​ມາ​ວາງ​ຕຸຍ​ຖືກ​ຂຸດ​ອອກ​ແລ້ວ,ປະຊາກອນ​ຫຼັ່ງ​ໄຫຼຂອງ​ເມືອງ​ຊາງ​ຊ່າ​ໄດ້​ເພີ່ມ​ຂຶ້ນ 5 ໝື່ນ​ຄົນ​ຢ່າງ​ກະທັນຫັນ. ພາຍ​ໃນ​ເວລາ​ສອງ​ປີ​ທີ່ຄົ້ນພົບ​ສຸສານ​ຊິນ​ຈຸ່ຍ​,ຢູ່​ບ່ອນ​ມໍ່​ຫັ້ນ,ໄດ້​ຂຸດ​ພົບ​ສຸສານ​ລາຊະວົງ​ຮັ້ນ​ຂະໜາດ​ໃຫຍ່​ສອງ​ແຫ່ງ,ຕາມ​ຊັນນະສູດ,​​ເຈົ້າຂອງ​ສຸສານແຫ່ງ​ໜຶ່ງ​ແມ່ນ​ລີ້​ຊ່າງ ສາມີ​ຂອງ​ຊິນ​ຈຸ່ຍ,​ເສນາ​ບໍດີ​ຂອງ​ເມືອງ​ຊາງ​ຊ່າ,​ເຈົ້າຂອງ​ສຸສານ​ອີກ​ແຫ່ງ​ໜຶ່ງ​ອາດ​ຈະ​ແມ່ນ​ລູກ​ຊາຍ​ຂອງ​ພວກ​ເຂົາ​ເຈົ້າ. ສຸສານ​ສາມ​ແຫ່ງ​ນີ້​ຖືກ​ເອີ້ນ​ເປັນ”ສຸສານ​ລາຊະວົງ​ຮັ້ນມາ​ວາງ​ຕຸຍ​ຊາງ​ຊ່າ”. ວັດຖຸບູຮານ​ທີ່​ຂຸດ​ອອກ​ຈາກ​ສຸສານ​ເຫຼົ່ານີ້​ອຸດົມສົມບູນ​ທີ່​ສຸດ,ລວມທັງ​ເສື້ອ​ຜ້າ,ອາຫານ,ຢຸກຢາ,​ເຄື່ອງນ້ຳກ້ຽງ,ຮູບຄົນຄວັດ​ໄມ້,​ເຄື່ອງ​ດົນຕີ,​ເຄື່ອງ
ປັ້ນດິນ​ເຜົາ,ຮູບ​ແຕ້ມ​ໃສ່​ຜ້າ​ໄໝ​ພ້ອມ​ດ້ວຍ​ໜັງສື​ຂຽນ​ໃສ່​ຜ້າ​ໄໝ້​ແລະ​ໄມ້​ໄຜ່​ຢ່າງຫຼວງ
ຫຼາຍ. ວັດຖຸບູຮານ​ເຫຼົ່ານີ້​ມີ​ລັກສະນະ​ສິລະ​ປະ​ແລະ​ລັກສະນະ​ນຳ​ໃຊ້​ຕົວ​ຈິງຫຼາຍທີ່​ສຸດ,ມີ​ຄຸນຄ່າ​ລ້ຳຄ່າ​ທີ່​ສຸດ. ສຸສານ​ດັ່ງກ່າວ​ຍັງ​ໄດ້​ຂຸດ​ອອກ​ສິ່ງ​ປັ່ນ​ທໍ 1400 ກວ່າ​​ເຄື່ອງ,​ຖືກ​ເອີ້ນ​ເປັນ”ຄັງ​ສາງ​ປະ​ເສີດ​ຜ້າ​ໄໝ​ຂອງ​ລາຊະວົງ​ຊີ່​
ຮັ້ນ(ກ່ອນ​ຄ.ສ.ປີ 206--ປີ 25)ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ”. ​ໃນ​ນັ້ນ ມີ​ເສື້ອ​ຜ້າ​ໄໝ​ສີ​ດຽວ​ສອງ​ໂຕ,ຍາວ 1 ​ແມັດ​ກວ່າ,ສອງ​ແຂນວາ​ອອກ​ຍາວ​ເກືອບ 2​ແມັດ,​ແຕ່​ນ້ຳໜັກມີ​ພຽງ​ແຕ່ 28 ກຼາມ,​ເສື້ອ​ຍາວ​ໂຕ​ໜຶ່ງ​ເມື່ອພັບ​ແລ້ວ​ສາມາດ​ກຳ​ຢູ່​ໃນ​ມື,​ເມື່ອ​ນຸ່ງ​ແລ້ວ ກໍ​ຄື​ປຶ້ມບູຮານ​ຂຽນ​​​ວ່າ”ບາງ​ຄື​ປີກ​ຈັກ​ຈັ່ນ,​ເບົາ​ຄື​ຄວັນ​ຄື​ໝອກ”,​ໄດ້​ສ່ອງ​ແສງ​ຢ່າງ​ເຕັມສ່ວນ​ໃຫ້​ເຫັນ​ວ່າ​,​ເຕັກນິກ​ຕ່ຳ​ຜ້າ​ຂອງ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ບັນລຸ​ລະດັບ​ສູງ​ສົມຄວນ. ໜັງສື​ທີ່​ຂຽນ​ໃສ່​ຜ້າ​ໄໝ​ແລະ​ໄມ້​​ໄຜ່​ທີ່​ຂຸດ​ອອກ​ຈາກ​ສຸສານ​ບໍ່​ພຽງ​ແຕ່​ມີ​ປຶ້ມດາລາສາດ​ເລື່ອງ”ສ່ຽງທວາຍ​ດ້ວຍການ​ເບິ່ງ​ດາວ 5 ດວງ”​ແລະ”ສ່ຽງ​ທວາຍ​ດາລາສາດ​ອຸຕຸນິຍົມ”​ເຊິ່ງບໍ່​ພຽງ​ແຕ່​ເປັນ​ບົດ​ປະພັນ​ດາລາສາດ​​ກ່ອນ​ໝູ່​ໃນ​​ໂລກ​ທໍ່​ນັ້ນ ຫາກ​ຍັງ​ມີ​ປຶ້ມ​ແພດສາດ​ເລື່ອງ”ວິທີ​ຈັບ​ຊີບພະຈອນ”​ແລະ”​ຕຳ
ລາ​ຢາ 52 ສະບັບ”​ເຊິ່ງ​ເປັນ​ປຶ້ມ​ແພດສາດ​ທີ່​ເກົ່າ​ແກ່​ກວ່າ​ໝູ່​ຂອງ​ຈີນ. ໜັງສື​ຂຽນ​ໃສ່​ຜ້າ​ໄໝ​ທີ່​ຂຸດ​ອອກ​ຈາກ​ສຸສານ​ລາຊະວົງ​
ຮັ້ນມາ​ວານ​ຕຸຍ​ມີ​ຈຳນວນຫຼວງຫຼາຍ,​ມີເນື້ອ​ໃນ​ສຳຄັນ,​ໄດ້​ປ່ຽນ​ແປງ​ທັດສະນະ​ຄະຕິ​ດ້ານ​ວິຊາ​ການ​ແລະ​ຄວາມ​ຮັບ​ຮູ້​ດັ້ງ​ເດີມຢ່າງຫຼວງ
ຫຼາຍຂອງ​ຈີນ​ໃນ​ລະດັບຫຼາຍສົມຄວນ.

ການ​ຂຸດ​ສຸສານ​ມາ​ວາງ​ຕຸຍ​ຊາງ​ຊ່າ​ໄດ້​ມີ​ຜົນ​ສະທ້ອນ​ອັນ​​ເລິກ​ເຊິ່ງຍາວ​ໄກ​ຕໍ່​ວົງ​ການ​ບູຮານ​ນະ​ຄະດີ​ຂອງ​ຈີນ. ຜູ້​ຊ່ຽວຊານ​ເຫັນ​ວ່າ,ສິ່ງ​ທີ່​ມີ​ຄຸນຄ່າຫຼາຍກວ່າ​ໝູ່​ຂອງ​ສຸສານ​ດັ່ງກ່າວ​ແມ່ນ​ສົບ​ບູຮານ​ທີ່​ຄົບ​ຖ້ວນ​ບໍລິບູນ,​ຍັງ​ມີ​ສິ່ງ​ຂອງ​ເປັນ​ຊຸດໆ,ຍັງ​ມີ​ໜັງສື​ຂຽນ​ໃສ່​ຜ້າ​ໄໝ​ແລະ​ໄມ້​ໄຜ່​ທີ່​ມີ​ເນື້ອ​ໃນ​ລ້ຳ​ຄ່າ. ທັງ​ສາມ​ຢ່າງ​ນີ້ ຖ້າ​ມີ​ຢ່າງ​ດຽວ​ກໍ​ຖື​ວ່າ​ເປັນ​ການຄົ້ນພົບ​ສຳຄັນ​ໃນ​ດ້ານ​ບູຮານ​ນະ​ຄະດີ​ແລ້ວ,​ແຕ່​​ໃນສຸສານ​ນີ້​ມີ​ທັງ​ສາມ​ຢ່າງ,ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ບໍ່​ເຄີຍ​ພົບ​ເຫັນ​ໃນ​ປະຫວັດສາດ​ບູຮານ​ນະ​ຄະດີ​ຂອງ​ຈີນ. ດັ່ງນັ້ນ ການ​ຂຸດ​ສຸສານ​ລາຊະວົງ​ຮັ້ນມາ​ວາງ​ຕຸຍ​ຊາງ​ຊ່າ​ຖືກ​ຊາວ​ໂລກ​ເອີ້ນ​ເປັນ”ໜຶ່ງ​ໃນການ
ຄົ້ນພົບ​ບູຮານ​ນະ​ຄະດີ​ທີ່​ສຳຄັນກວ່າ​ໝູ່​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ​ໃນສະຕະວັດ​ທີ 20.”