ອ່ານ​ຂ່າວ​ລະ​ອຽດ APP

ການສ້າງປະເທດເຂັ້ມແຂງດ້ານອິນເຕີແນັດ! ທ່ານສີຈິ້ນຜ້ງ: ເລັ່ງລັດໃຫ້ມີ ການບຸກທະລຸດ້ານເຕັກນິກໃຈກາງທາງຂົງເຂດຂໍ້ມູນຂ່າວສານ

lao2018-05-29 16:27:03

图片默认标题_fororder_20180422103946583_84807

ກອງປະຊຸມວຽກງານຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂໍ້ມູນຂ່າວສານທົ່ວປະ ເທດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 20-21 ເມສານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ, ຫົວໜ້າຄະນະກຳມະການຄວາມປອດໄພດ້ານອິນເຕີແນັດແລະການຫັນເປັນຂຊ້ມູນຂ່າວສານຂອງສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະກ່າວສູນທອນພົດທີ່ສຳຄັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການຫັນເປັນຂໍ້ມູນຂ່າວສານຖືເປັນໂອກາດທີ່ຫາຍາກຂອງປະຊາຊາດຈີນ ເຊິ່ງພວກເຮົາຕ້ອງກຳກັບໂອກາດປະຫວັດສາດທີ່ ພັດທະນາດ້ວຍການຫັນເປັນຂໍ້ມູນຂ່າວສານຢ່າງແໜ້ນ, ເລັ່ງລັດການເຜີຍແຜ່ຂໍ້ມູນຂ່າວສານທາງບວກຜ່ານທາງອິນເຕີແນັດ, ປົກປັກຮັກສາຄວາມປອດໄພດ້ານອິນເຕີແນັດ, ຊຸກຍູ້ໃຫ້ມີການບຸກທະລຸດ້ານເຕັກນິກໃຈກາງໃນຂົງເຂດ ຂໍ້ມູນຂ່າວສານ, ເປັມເຈົ້າການຂະບວນການປັບປຸງສະພາບແວດລ້ອມອິນເຕີ ແນັດໃນສາກົນ, ເປັນເຈົ້າການປະດິດສ້າງໃໝ່ເພື່ອຊຸກຍູ້ການສ້າງປະເທດເຂັ້ມແຂງທາງອິນເຕີແນັດ, ປະກອບສ່ວນອັນໃໝ່ເຂົ້າໃນການສຳເລັດການສ້າງເປັນສັງຄົມທີ່ອີ່ມໜາມສຳລານຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ບັນລຸຄວາມຝັນຂອງ ຈີນທີ່ໃຫ້ປະຊາຊາດຈີນຟື້ນຕົວຄືນໃໝ່.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຖ້າບໍ່ມີຄວາມປອດໄພດ້ານອິນເຕີແນັດກໍ່ຊິບໍ່ມີ ຄວາມໝັ້ນຄົງຂອງປະເທດ,ກໍ່ຈະບໍ່ມີການພັດທະນາຢ່າງໜັກແໜ້ນຂອງ ເສດຖະກິດສັງຄົມ, ຜົນປະໂຫຍດຂອງປະຊາຊົນອັນໄພສານກໍ່ບໍ່ສາມາດໄດ້ຮັບການຮັບປະກັນ. ທ່ານສີຈິ້ນຜິງຊີ້ອອກວ່າ, ເຕັກນິກໃຈກາງແມ່ນເປັນສິ່ງສຳຄັນທີ່ສຸດໃນການພັດທະນາປະເທດ.

ທ່ານກ່າວເນັ້ນວ່າ,ການຊຸກຍູ້ການປະຕິຮູບລະບຽບການປັບປຸງອິນເຕີແນັດທົ່ວໂລກແມ່ນເລື່ອງທີ່ຕ້ອງເປັນໄປ. ຈີນຈະຖືການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ເປັນໂອກາດ, ເພີ່ມທະວີການຮ່ວມມືກັບບັນດາປະເທດຢູ່ລຽບຕາມເສັ້ນທາງນີ້ ໂດຍສະເພາະແມ່ນປະເທດທີ່ພວມພັດທະນາໃນດ້ານການສ້າງພື້ນຖານໂຄງລ່າວດ້ານອິນເຕີແນັດ, ເສດຖະກິດດີຈີຕອນ, ແລະຄວາມປອດໄພດ້ານອິນເຕີແນັດ, ເພື່ອສ້າງເປັນເສັ້ນທາງສາຍໄໝດີຈີຕອນໃນສັດຕະວັດທີ 21.

Not Found!(404)