ອ່ານ​ຂ່າວ​ລະ​ອຽດ APP

ຈີນ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ມີ​ຄວາມ​ສຳ​ຄັນ​ຕໍ່​ຂະ​ບວນ​ການ​ໂລ​ກາ​ພິ​ວັດ

CRI2018-06-18 14:57:24

 

ປີ​ນີ້​ແມ່ນປີ​ທີ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ. ທ່ານ​ມາ​​ກິດ ມອນ​ນາ ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຈີນ​ອົງ​

ກາ​ນ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ເຄີຍ​ໄປທັດ​ສະ​ນະ​ສຶກ​ສາ​ຢູ່​ຈີນຫຼາຍ​ເທື່​ອ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຫ​ວ່າງມໍ່ໆ​ມາ​ນີ້ ໂດຍ​ໄດ້​ເວົ້າ​ເຖິງ​ບົດ​ບາດຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​​ຄື​ຂະ​ບວນ​ການ​ໂລ​ກາ​ພິ​ວັດ.

ເມື່ອ​ເວົ້າ​ເຖິງການ​ປະ​ກອບ​ສ່ວນຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ທີ່​ມີ​ຕໍ່​ໂລກ, ທ່ານ​ມາ​​ກິ​ດ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ອັນ​ພົ້ນ​ເດັ່ນ​ທີ່​ສຸດ​ກໍ​​ຄື​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ. ເຖິງວ່າ​ປັດ​ຈຸ​ບັນ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ຈີນ​ໄດ້​ຊ້າ​ລົງ​ໜ້ອຍ​ໜຶ່ງ​ກໍ​ຕາມ, ແຕ່​ການ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສ​ດ​ຖະ​ກິດ​ໂລກ​​ກໍຍັງຫຼາຍກວ່າ ໜຶ່ງສ່ວນ​ສານ ແລະ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ໄລ​ຍະ​ກາງ​ແລະ​ໄລ​ຍະ​ສັ້ນ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການ​ປະ​ກອບ​ສ່ວນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ກໍ​​ຄື​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.”

ທ່ານ​ມາ​​ກິດ​ກ່າວ​ຕື່ມ​ວ່າ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ທົ່ວ​ໂລກ​ກໍ​ຊົມ​ເຊີຍ​ນະ​ໂຍ​ບາຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ຈີນ​ແມ່ນ​ຕະຫຼາດ​ໃຫຍ່, ຖ້າ​ວ່າ​ເປີດ​ປະ​ຕູ​​ກວ້າງ​ຂວາງ​ຍິ່ງ​ຂຶ້ນ ​ກໍຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​​ແກ່ທົ່ວ​ໂລກ. ນອກ​ນີ້, ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕະຫຼາດ​ຈີນ​ຍັງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ເປີດ​ປະ​ຕູ​ໃຫ້​ກວ້າງ​ຂວາງກວ່າ​ເກົ່າ, ​ເປັນ​ຕົ້ນວ່າ​ໃນ​ດ້ານ​ການ​ລົງ​ທຶນ, ຍັງ​ມີ​ຫຼາຍຂະ​ແໜງ​ການ​ທີ່​ຍັງ​ບໍ່​ທັນ​ເປີດ​ປະ​ຕູ​ໝົດ, ສະ​ນັ້ນ ຖ້າ​ວ່າ​​ຈີນເພີ່ມ​​ທະ​ວີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ ກໍ​ຈະ​ມີຜົນ​ສະ​ທ້ອນ​ທາງບວກ​ຕໍ່​ກຸ່ມເສດ​ຖະ​ກິດ​ອື່ນໆ​ຫຼາຍກວ່າ​ເກົ່າ​.

Not Found!(404)