ອ່ານ​ຂ່າວ​ລະ​ອຽດ APP

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ແຂວງອັດຕະປືສົ່ງເມວ ພິມເບິ່ງ 29

cri2018-07-25 13:35:31

ຂ​ປ​ລ: ພາຍຫລັງໄດ້ຮັບຂ່າວ ຢູ່ເມືອງສະໜາມໄຊ,  ແຂວງອັດຕະປື ໄດ້ຮັບຜົນກະທົບ ຈາກໄພພິບັດສຸກເສີນນໍ້າຖ້ວມ  ທ່ານນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມລັດ ຖະບານສະໄໝສາມັນປະຈໍາເດືອນ ກໍລະກົດ 2018.  ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ພ້ອມດ້ວຍຄະ​ນະ  ໄດ້ຮີບຮ້ອນເດີນທາງໄປແຂວງດັ່ງກ່າວໃນ ຕອນເຊົ້າ ຂອງວັນທີ 24 ກໍລະກົດ 2018.  ພາຍຫລັງເດີນທາງມາຮອດເມືອງ ສະໜາມໄຊ  ທ່ານນາຍົກລັດຖະມົນຕີ  ພ້ອມດ້ວຍຄະນະໄດ້ຮັບການຕ້ອນຮັບ ຈາກທ່ານ  ເລັດ ໄຊຍະພອນ ເຈົ້າ ແຂວງອັດຕະປື ພ້ອມດ້ວຍຄະນະ.

ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ,​  ປະທານຕ້ານໄພພິບັດຂັ້ນແຂວງໄດ້ ລາຍງານ ສະພາບການນໍ້າຖ້ວມຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ  ພ້ອມດ້ວຍ ຄະນະ ຊາບວ່າ: ໃນເວລາ 14 ໂມງ ຂອງວັນທີ 23 ກໍລະກົດ 2018  ໄດ້ຮັບແຈ້ງຂ່າວ ຈາກບໍລິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ  ກ່ຽວກັບສະພາບ ປະລິມານນໍ້າ ຢູ່ພາຍໃນເຂື່ອນ ທີ່ຈະມີຄວາມສ່ຽງ ຕໍ່ຄວາມປອດໄພຂອງເຂື່ອນ.  ດັ່ງນັ້ນ, ອໍານາດການປົກຄອງແຂວງ ຈຶ່ງໄດ້ຮີບດ່ວນແຈ້ງໃຫ້ອໍານາດການປົກ ຄອງເມືອງ  ເພື່ອແຈ້ງຕໍ່ໄປຍັງບັນດາປະຊາ ຊົນພາຍໃນບ້ານ  ທີ່ອາໄສຢູ່ເຂດບໍ ລິເວນດັ່ງກ່າວ,  ເພື່ອກະກຽມຍົກຍ້າຍອອກຈາກບ້ານດ່ວນ.  ພາຍຫລັງປະຊາ ຊົນ  ໄດ້ຮັບຂ່າວດັ່ງກ່າວແລ້ວ ຄອບຄົວຈໍານວນໜຶ່ງ  ກໍ່ໄດ້ພາກັນຮີບຮ້ອນອອກ ຈາກບ້ານ ຕົນເອງ, ສ່ວນ ປະຊາຊົນອີກຈໍານວນໜຶ່ງ  ແມ່ນຍັງບໍ່ທັນສາມາດໄດ້ ຍົກຍ້າຍອອກ.  ຫລັງຈາກນັ້ນ, ເວລາ 19 ໂມງຂອງວັນດຽວກັນ  ນໍ້າຈຶ່ງໄຫລ ສຸເຂົ້າມາບັນດາບ້ານພາຍໃນເມືອງ ສະໜາມໄຊ  ເຊິ່ງ ໃນນີ້ ມີຈໍານວນ 8 ບ້ານ  (ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານສະໝອງ, ບ້ານໂຕກກ່ອງ, ບ້ານໄຊດອນໂຂງ, ໜອງຫີນ), ກວມເອົາ 1.005 ຄອບຄົວ, ເຊິ່ງມີພົນລະເມືອງ ຈໍານວນ 4.283 ຄົນ ທີ່ໄດ້ຮັບຜົນກະທົບໜັກ  ແລະ ເສຍຫາຍຫລາຍກວ່າໝູ່.   ພາຍຫລັງເກີດສະພາບດັ່ງກ່າວແລ້ວ  ອໍານາດການ ປົກຄອງແຂວງ,  ເມືອງ ໄດ້ສົມ ທົບ ກັບທຸກ ກໍາລັງ ພາຍໃນແຂວງ  ເຂົ້າ ຊ່ວຍເຫລືອຜູ້ປະສົບໄພເຄາະຮ້າຍ.  ປັດຈຸບັນ ຕາມການເກັບກໍາຂໍ້ມູນເບື້ອງຕົ້ນ ຢູ່ບ້ານໃໝ່  ໄດ້ມີຜູ້ເສຍຊີວິດ ຈໍານວນ 7 ຄົນ,  ເຮືອນເສຍຫາຍ 79 ຫລັງ ແລະ ບ້ານໄຊດອນໂຂງ ຍັງບໍ່ເຫັນ 20 ຄົນ,  ສ່ວນບ້ານອື່ນໆ ແມ່ນຍັງສືບຕໍ່ເກັບ ກໍາຂໍ້ມູນ;  ສໍາລັບບັນດາສັດລ້ຽງຂອງປະຊາຊົນ  ເປັນຕົ້ນ: ງົວ, ຄວາຍ ແລະ ສັດນ້ອຍ  ແມ່ນຖືກນໍ້າ ພັດໄຫລ ສຸໄປໝົດ  ການປະເມີນຜົນເສຍຫາຍຄັ້ງນີ້,  ແມ່ນຍັງບໍ່ທັນສາມາດສະຫລຸບໄດ້.

ໃນໂອກາດນີ້,​ ທ່ານ ຮອງເຈົ້າແຂວງ,​  ປະທານຕ້ານໄພພິບັດຂັ້ນແຂວງ  ຍັງໄດ້ ຂໍການຮ່ວມມື,  ຊ່ວຍເຫລືອຈາກບັນດາພາກສ່ວນທຸລະກິດ,  ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນໃນສັງຄົມ  ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫລືອທາງດ້ານວັດຖຸ,  ປັດໄຈ, ທຶນຮອນ ແລະ ເຫື່ອແຮງ  ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້  ປະສົບຜົນສໍາເລັດໂດຍໄວ.

ພາຍຫລັງໄດ້ຮັບຟັງການລາຍງານ  ເພື່ອເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ  ໃຫ້ສໍາເລັດໂດຍໄວ,  ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາຂອງແຂວງ,  ເມືອງ ແລະ ທຸກພາກ ສ່ວນພາຍໃນແຂວງ  ສຸມທຸກກໍາລັງເອົາໃຈໃສ່ ເປັນຕົ້ນ:  1. ໃຫ້ໜ່ວຍງານກູ້ໄພຮີບຮ້ອນສືບຕໍ່ຊ່ວຍເຫລືອ  ເພື່ອພະຍາຍາມຊອກຫາປະຊາ ຊົນຜູ້ຍັງມີຊີວິດ  ທີ່ຍັງຄ້າງຢູ່ພື້ນທີ່ ທີ່ມີຄວາມສ່ຽງ  ຫລາຍເທົ່າທີ່ຈະຫລາຍໄດ້  ໂດຍນໍາໃຊ້ພາຫະນະທີ່ເຮົາມີ ເປັນຕົ້ນ ພາຫະນະທາງອາກາດ,  ທາງນໍ້າ ແລະ ທາງບົກ  ແລ້ວແຕ່ເງື່ອນໄຂສະດວກ ແລະ    ເໝາະສົມກັບສະພາບຕົວຈິງ;  2. ບັນດາ ປະຊາຊົນຜູ້ເຄາະຮ້າຍ ທີ່ຖືກບາດເຈັບ  ແລະ ສາມາດນໍາມາສູນ ປິ່ນປົວໄດ້ແລ້ວນັ້ນ  ແມ່ນໃຫ້ເອົາໃຈໃສ່ເບິ່ງແຍງ ດ້ານຊີວິດການເປັນຢູ່, ດ້ານອາ ຫານການກິນ  ເພື່ອເຮັດແນວໃດ ຈະຊ່ວຍຟື້ນ ຟູສະພາບຮ່າງກາຍ  ແລະ ຈິດໃຈຂອງເຂົາເຈົ້າໃຫ້ໄດ້ໄວເທົ່າທີ່ຈະໄວໄດ້;  3. ບັນດາແພດໝໍ, ພະຍາບານ ເອົາໃຈໃສ່ຕິດຕາມ,  ປິ່ນປົວຊ່ວຍເຫລືອ ບັນດາຄົນເຈັບທີ່ໄດ້ ຮັບຜົນກະທົບຄັ້ງນີ້  ທັງນີ້ ກໍ່ເພື່ອຫລີກລ້ຽງຄວາມສ່ຽງ  ທີ່ຈະເກີດພະຍາດຕິດແປດ  ຫລື ເກີດພະ ຍາດອື່ນໆ  ທີ່ຈະເກີດຂຶ້ນຕາມພາຍຫລັງ;  4. ໃຫ້ຮີບຮ້ອນສັງລວມ, ເກັບກໍາບັນ ຊີ  ຜູ້ທີ່ຍັງບໍ່ທັນສາ ມາດຄົ້ນ ພົບເຫັນ ໃນແຕ່ລະບ້ານ  ວ່າຍັງມີຈໍານວນເທົ່າໃດ  ເພື່ອສະຫລຸບຈໍານວນຕົວເລກ,  ຄຽງຄູ່ກັນນັ້ນ ກໍ່ໃຫ້ແຈ້ງໄປຍັງບັນດາແຂວງ  ແລະ ບັນດາປະເທດເພື່ອນບ້ານ  ເພື່ອຊ່ວຍຕິດຕາມ ແລະ ເກັບກູ້ຊາກສົບຂອງຜູ້ ເສຍຊີວິດ; 5. ໃຫ້ອໍານາດການປົກຄອງແຂວງ ສືບຕໍ່ຮີບຮ້ອນສ້າງຈຸດປະສານງານ  ແລະ ຈຸດບໍລິຈາກເຄື່ອງຊ່ວຍເຫລືອຕ່າງໆ  ເພື່ອສ້າງເງື່ອນໄຂອໍານວຍຄວາມ ສະດວກ  ໃຫ້ແກ່ບັນດາອົງການຈັດຕັ້ງ,  ບຸກຄົນ ຫລື ທຸກພາກສ່ວນໃນສັງຄົມ  ທັງພາຍໃນ ແລະ ຕ່າງປະເທດ  ທີ່ຈະໃຫ້ການຊ່ວຍເຫລືອຜູ້ປະສົບໄພນໍ້າ ຖ້ວມຄັ້ງນີ້.

ໃນໂອກາດລົງມາຕິດຕາມ ຜູ້ປະສົບໄພນໍ້າຖ້ວມຄັ້ງນີ້,  ທ່ານນາຍົກລັດຖະມົນຕີ ພອມດ້ວຍຄະນະ  ຍັງໄດ້ໃຫ້ການຊ່ວຍເຫລືອປະຊາຊົນ  ບັນເທົາທຸກຜູ້ທີ່ໄດ້ຮັບ ຜົນກະທົບເບື້ອງຕົ້ນ  ເປັນເງິນສົດຈໍານວນ 1,2 ຕື້ກີບ  ແລະ ຢາປິ່ນປົວພະຍາດ ຈໍານວນ 200 ແກັດ.

Not Found!(404)