ອ່ານ​ຂ່າວ​ລະ​ອຽດ APP

ມີລາຍງານລ່າສຸດ ພົບຜູ້ເສຍຊີວິດຢູ່ສະຖານທີ່ເກີດເຫດແລ້ວ 19 ຄົນ ແລະ ຍັງສູນຫາຍອີກນັບ100

cri2018-07-25 16:59:01

ໃນຕອນເຊົ້າວັນນີ້ ທີ 25 ກໍລະກົດ 2018 ຈາກຂໍ້ມູນ ເບື້ອງຕົ້ນພົບເຫັນຜູ້ເສຍຊີວິດແລ້ວ 19 ຄົນ ແລະ ຍັງມີຜູ້ສູນຫຼາຍຫຼາຍ 100 ຊີວິດທີ່ກຳລັງຄົ້ນຫາຢ່າງຂຸ້ນຂ້ຽວ.

ຂະນະທີ່ທ່ານເຈົ້າແຂວງອັດຕະປື ກໍ່ໄດ້ຊີ້ນຳຄະນະຊ່ວຍຜູ້ປະສົບໄພຕັ້ງແຕ່ຮຸ່ງເຊົ້າຂອງມື້ນີ້ ເພື່ອປັບປຸງແຜນການແບ່ງຫນ້າທີ່ຮັບຜິດຊອບແຕ່ລະເຂດໃຫ້ຄ່ອງຕົວ ລວມທັງການສ້ອມແປງການສັນຈອນ, ການເບິ່ງແຍງ ແລະ ອຳນວຍຄວາມສະດວກແກ່ຜູ້ປະສົບໄພຢ່າງທົ່ວເຖິງ.

ສ່ວນລະດັບນ້ຳເຊກອງໃນເວລາ 20 ໂມງ ວັນທີ 24/7/2018 ຜ່ານມາ ປາກົດວ່າລະດັບນໍ້າທີ່ສະຖານີແທກນໍ້າບ້ານເວີນແຄນ ບົກລົງ 79 ຊັງຕີແມັດ. ຫຼ້າສຸດໃນຕອນເຊົ້າຂອງມື້ນີ້ 25/7/2018 ລະດັບນໍ້າເຊກອງໃນເວລາ 6 ໂມງເຊົ້າມື້ນີ້ ນ້ຳໄດ້ບົກລົງ 12 ແມັດ 82 ຊັງຕີແມັດ.

图片默认标题_fororder_微信图片_20180725164933

图片默认标题_fororder_微信图片_20180725164939

图片默认标题_fororder_微信图片_20180725164946

图片默认标题_fororder_微信图片_20180725164954

 

Not Found!(404)