ອ່ານ​ຂ່າວ​ລະ​ອຽດ APP

ລັດຖະບານລາວໄດ້ສ້າງຕັ້ງຄະນະສະເພາະກິດເພື່ອສືບສວນອຸປະຕິເຫດການແຕກຫັກຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ

cri2018-07-25 23:06:07

图片默认标题_fororder_微信图片_20180725230034

ຕາມຂ່າວ CRI: ວັນທີ 25 ກໍລະກົດນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ຈັດພິທີຖະແຫຼງຂ່າວກ່ຽວອຸປະຕິເຫດການແຕກຫັກຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໂດຍເປີດເຜີຍໃຫ້ຮູ້ວ່າ, ລັດຖະບານລາວໄດ້ຈັດ​ກອງປະຊຸມ​ສຸກ​ເສີນໃນມື້ດຽວກັນ ແລະ ໄດ້ຕົກລົງສ້າງຕັ້ງຄະນະສະເພາະກິດຂຶ້ນໂດຍມອບໝາຍໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງ ເພື່ອປະເມີນຜົນເສຍຫາຍ, ທັງ​ສືບ​ສວນສາເຫດທີ່ພາໃຫ້ເກີດອຸປະຕິເຫດດັ່ງກ່າວ ແລະ ຮ່ວມກັບບໍລິສັດທີ່ຮັບ​ເໝົາ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນັ້ນກວດກາຄວາມຮັບຜິດຊອບຂອງແຕ່ລະຝ່າຍອີກດ້ວຍ.

ຂ່າວແຈ້ງວ່າ, ອຸປະຕິເຫດຄັ້ງນີ້ ໄດ້ສ້າງຜົນກະທົບແກ່ 13 ບ້ານ, ຈຳນວນຜູ້ຂາດທີ່ຢູ່ອາໃສມີເຖິງ 587 ຄອບຄົວລວມ​ທັງ​ໝົດ 3.060 ຄົນ, ຜູ້ສູນຫາຍມີເຖິງ 131 ຄົນ ແລະ ປັດຈຸບັນບໍ່ມີຊາວຕ່າງປະເທດເສຍຊີວິດ ບາດເຈັບ ແລະ ສູນຫາຍ. ເຖິງວ່າລະດັບນ້ຳຢູ່ເຂດປະສົບໄພໄດ້ຫຼຸດ​ລົງ​ໃນ​ລະ​ດັບ​ໃດ​ໜຶ່ງກໍຕາມ, ແຕ່ປະລິມານນ້ຳຊ້ຳພັດກຳລັງຫຼຸໄຫຼ​ລົງ 5-6 ບ້ານທາງໃຕ້ຕື່ມອີກ ເຊິ່ງການຊ່ວຍເຫຼືອກູ້ໄພຍັງດຳເນີນຢ່າງຂຸ້ນຂ້ຽວຢູ່ ທັງນີ້ທ່ານທອງລຸນຮຽກຮ້ອງໃຫ້ປະຊາຊົນລາວທັງພາຍໃນແລະຕ່າງປະເທດຈົ່ງສາມັກຄີເອົາໃຈຊ່ວຍເພື່ອແກ້ໄຂເຫດການຄັ້ງນີ້ເພື່ອຟື້ນຟູສະພາບການໃຫ້ເຂົ້າສູ່ຄວາມເປັນປົກກະຕິໂດຍໄວ.

ໃນພິທີຖະແຫຼງຂ່າວ, ທ່ານ ທອງລຸນ ໄດ້ຕອບຄຳຖາມຂອງນັກຂ່າວ CRI ວ່າ: ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ສະເໜີການຊ່ວຍເຫຼືອມາ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວພວມປຶກສາຫາລືຢ່າງໃກ້ຊິດເພື່ອກຳນົດຄວາມຕ້ອງການການຊ່ວຍເຫຼືອໃນຂັ້ນຕອນຕໍ່ໄປ. ທ່ານ ທອງລຸນ ໄດ້ຕາງໜ້າລັດຖະບານແລະປະຊາຊົນລາວ ສະແດງຄວາມຂອບໃຈ​ນຳບັນດາປະເທດເພື່ອນມິດກໍຄືອົງການຈັດຕັ້ງສາກົນທີ່ເອົາໃຈໃສ່ແລະສະເໜີການຊ່ວຍເຫຼືອມາຍັງປະຊາຊົນລາວ ເຊິ່ງໄດ້ໃຫ້ກຳລັງໃຈປະຊາຊົນຜູ້ປະສົບໄພໃນການຟື້ນຟູຊີວິດ​ການ​ເປັນ​ຢູ່ໃຫ້ເຂົ້າສູ່ຄວາມເປັນປົກກະຕິ.
ທ່ານ ທອງລຸນ ກ່າວວ່າ: ເນື່ອງຈາກປະສົບກັບຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ອ່າງເກັບນ້ຳສຳຮອງຂອງເຂື່ອນໄຟຟ້າດັ່ງກ່າວຮັບນ້ຳບໍ່ໄດ້ເລີຍແຕກ ແລະ ເຮັດໃຫ້ເກີດອຸປະຕິເຫດໃນຕອນຄ່ຳຂອງວັນທີ 23 ຜ່ານມາ ທັງເຮັດໃຫ້ເກີດໄ​ພນ້ຳຖ້ວມ,ດິນ​ເຈື່ອນແລະໄພອື່ນໆ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊັບສິນແລະຊີວິດ​ຂອງປະຊາຊົນທີ່ອາໃສຢູ່ບໍລິເວນດັ່ງກ່າວ. ​ມາຮອດເວລາ 19 ໂມງ​ຂອງວັນທີ 24 ຜ່ານມາ, ສາມາດກອບກູ້ປະຊາຊົນທີ່ຫຼົບໄພທີ່ເທິງຫຼັງຄາເຮືອນແລະຕົ້ນໃມ້ໄດ້ທັງໝົດ, ຂະນະທີ່ໜ່ວຍກູ້ໄພພວມກວດສຸຂະພາບ ແລະ ຈັດສັນທີ່ຢູ່ອາໃສຊົ່ວຄາວ, ຊ່ວຍບັນເທົາທຸກດ້ວຍເຄື່ອງນຸ່ງຫົ່ມ ອາຫານ ຢາປົວພະຍາດ ໄດ້ໃນລະດັບຕົ້ນ ແລະລໍຖ້ານ້ຳລົງ ເພື່ອສືບຕໍ່ຊ່ວຍປະຊາຊົນຕໍ່ໄປ.

 

Not Found!(404)