ອ່ານ​ຂ່າວ​ລະ​ອຽດ APP

ຕິດຕາມສະພາບການຢູ່ແຂວງອັດຕະປືຫຼັງເກີດອຸບັດເຫດເຂື່ອນໄຟຟ້າແຕກ

cri2018-07-30 16:49:22

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ​ນີ້, ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຂວງ​ອັດ​ຕະ​ປື​ແຕກ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ດ້ານ​ຊີ​ວິດ ແລະ ຊັບ​ສິນ​ຢ່າງ​ໜັກ​ໜ່ວງ. ນັກ​ຂ່າວ CRI ໄດ້​ມຸ່ງ​ໜ້າ​ໄປ​ສູ່​ເຂດ​ປະ​ສົບ​ໄພ ເພື່ອຕິດ​ຕາມ​ການ​ຊ່ວ​ຍ​ເຫຼືອ​ກູ້​ໄພ.

图片默认标题_fororder_图1

ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ​ນີ້, ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຂວງ​ອັດ​ຕະ​ປື​ແຕກ ເຮັດ​ໃຫ້ຫຼາຍ​ບ້ານ​ຂອງ​ເມືອງ​ສະ​ໜາມ​ໄຊ​ແຂວງ​ອັດ​ຕະ​ປື​ຖືກ​ນ້ຳ​ຖ້ວມ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ 1 ໝື່ນກວ່າ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

图片默认标题_fororder_图2

5 ມື້​ຜ່ານ​ໄປ​ແລ້ວ, ສະ​ພາບ​ການ​ໃນ​ເຂດ​ປະ​ສົບ​ໄພ​ຢູ່​ເມືອງ​ສະ​ໜາມ​ໄຊ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ປັດ​ຈຸ​ບັນ, ມີ​​ຜູ້​ປະ​ສົບ​ໄພ 7.324 ຄົນ​ໄດ້​ຮັບ​ການ​ຈັດ​ສັນ​ຢ່າງ​ເປັນ​​ລະ​ບຽບຮຽບ​ຮ້ອຍ.

图片默认标题_fororder_图3
ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ພັກ​ເຊົາ​ຢູ່​ສູນ​ບັນ​ເທົາ​ທຸກ

图片默认标题_fororder_图4

ພໍ່​ຕູ້​ສິດ ແລະ ຄອບ​ຄົວ​ພັກ​ຢູ່​ສູນ​ບັນ​ເທົາ​ທຸກ​ໂຮງ​ຮຽນ​ປະ​ຖົມ​ເມືອງ​ສະ​ໜາມ​ໄຊ. ທ່ານ​ໄດ້ບອກ​ນັກ​ຂ່າວ​ວ່າ: ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ​ນີ້, ພໍ່​ຕູ້​ກັບ​ເມຍ​ພວມ​ມ້​ຽນ​ເຄື່ອງ​ຫາ​ປາ​ໃນ​ເຮືອນ ແລະ ກຽມ​ຈະ​ກິນ​ເຂົ້າ, ເຫັນ​ນ້ຳ​ໄຫຼ​ເຂົ້າ​ເຮືອນ, ເລີຍ​​ມ້ຽນ​ເຄື່ອງ​ຂອງ​ໄປ​ຊັ້ນ 2, ນ້ຳຫຼັ່ງ​ໄຫຼ​ເຂົ້າ​ເຮືອນ​ບໍ່​ຂາຍ​ສາຍ. ບໍ່​ພໍ​ເທົ່າ​ໃດ, ນ້ຳ​ໃນ​ເຮືອນ​ກໍ​ສູງ​ເຖິງ​ແມັດ​ປາຍ​ແລ້ວ. ພໍ່​ຕູ້ຫຼຽວ​ເຫັນ​ເຮືອນ​ທາງ​ຂ້າງ​ຖືກ​ນ້ຳ​ເຊາະ​ພັງ​ລົງ, ພໍ່​ຕູ້​ແລະ​ເມຍ​ຮູ້​ສຶກ​ຢ້ານ​ກົວ. ພໍ​ດີຫຼານ​ຂອງ​ພໍ່​ຕູ້​ໄດ້​ພາຍ​ເຮືອ​ເຂົ້າ​ມາ, ສອງ​ຜົວ​ເມຍ​ໄດ້​ຂຶ້ນ​ເຮືອ. ແຕ່​ນ້ຳ​ແຮງ​ໂພດ, ເຮືອ​ນ້ອຍ​ຈຳ​ເປັນ​ຕ້ອງ​ລອຍ​ໄປ​ຕາມ​ກະ​ແສ​ນ້ຳ. ລອຍໄປ​ໄດ້ໄລ​ຍະ​ໜຶ່ງ​, ພໍ່​ຕູ້​ໄດ້​ດຶງ​ເມຍ​ປີນ​ຂຶ້ນຫຼັກ​ເສົາ​ໄຟ​ຟ້າ. ​ລໍ​ຖ້າ​ເປັນ​ເວ​ລາໜຶ່ງ​ມື້​, ເຈົ້າ​ໜ້າ​ທີ່​ຊ່ວຍ​ເຫຼືອ​ໄດ້​ມາ​ຊ່ວຍ​ເຫຼືອ​ພໍ່​ຕູ້​ກັບ​ເມຍ ແລະ ສົ່ງ​ພວກ​ຕົນມາ​ຮອດ​ສູນ​ບັນ​ເທົາ​ທຸກ. ພໍ່​ຕູ້​ສິດ​ກ່າວ​ວ່າ, ເຮືອນ​ພັ​ງ​ແລ້ວ, ເຄື່ອງ​ຂອງ​ໃນ​ເຮືອນ​ກໍ​ບໍ່​ມີ​ແລ້ວ. ສິ່ງ​ທີ່​ພໍ່​ຕູ້​ຄິດ​ຢາກ​ໄດ້ທີ່​ສຸດ​ກໍ​ແມ່ນ​ສາ​ມາດ​ກັບ​ບ້ານ​ໂດຍ​ໄວ ແລະ ເລີ່ມ​ສ້າງ​ບ້ານ​ແປງ​ເຮືອນ​ຄືນ​ໃໝ່ຫຼັງ​ໄພ​ພິ​ບັດ.

图片默认标题_fororder_图5

ພໍ່​ຕູ້​ສິດ​ເວົ້າ​ວ່າ, ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສຳ​ຄັນຫຼາຍ​ຕໍ່​ວຽກ​ງານ​ກູ້​ໄພ, ໄດ້​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ, ມື້​ໃດ​ກໍ​ໄດ້​ເຫັນ​ຜູ້​ປະ​ສົບ​ໄພ​ຖືກ​ຊ່ວຍ​ເຫຼືອ​ແລະ​ສົ່ງ​ໄປສະ​ຖານ​ທີ່​ປອດ​ໄພ. ຢູ່​ສະ​ຖານ​ທີ່​ປອດ​ໄພ, ​ໄດ້​ແຈກ​ຢາຍ​ເສື້ອ​ຜ້າ, ສາດ, ຜ້າ​ຫົ່ມ​ແລະ​ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ອື່ນໆ​, ຍັງ​ສະ​ໜອງ​ອາ​ຫານມື້​ລະ 3 ຄາບ. ປັດ​ຈຸ​ບັນ, ເກືອບ​ທຸກມື້​ໄດ້​ເຫັນ​ວິ​ສາ​ຫະກິດ​ແລະອາ​ສາ​ສະ​ໝັກ​ຕ່າງ​ປະ​ເທດມາ​ຊ່ວຍ​ເຫຼືອ ແລະ​ບໍ​ລິ​ຈາກ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ເຂດ​ປະ​ສົບ​ໄພ. ພໍ່​ຕູ້​ສິດ​ກ່າວ​ວ່າ: “ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ຄົນ​ທັງຫຼາຍ, ນີ້​​ເປັນ​ການ​ໃຫ້​ກຳ​ລັງ​ໃຈ​​ໃນ​ການ​ດຳ​ລົງ​ຊີ​ວິດ​​ຂອງ​ຂ້າ​ພະ​ເຈົ້າ.” ພາບນີ້​ຄື​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ຮັບ​ເອົາ​ອາ​ຫານ​ຢູ່​ສະ​ຖານ​ທີ່​ປອດ​ໄພ.

图片默认标题_fororder_图6

ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພປິ່ນ​ປົວ​ຢູ່ໂຮງ​ໝໍ​ສະ​ໜາມ​ໄຊ​ ​ ​ຢ່າງຫຼວງຫຼາຍ. ໜ່ວຍ​ແພດ​ປ້ອງ​ກັນ​ພະ​ຍາດ​ລະ​ບາດ​ຂອງ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ” ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ກໍ​ໄດ້​ປະ​ຈຳ​ຢູ່​ໂຮງ​ໝໍ​ດັ່ງ​ກ່າວ. ເຂົາ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ໝໍ​ລາວ​ເຮັດ​ວຽກ​ປິ່ນ​ປົວ, ພ້ອມ​ທັງ​ສົ່ງ​ຈຸ​ແພດ​ປິ່ນ​ປົວ​ແລະ​ປ້ອງ​ກັນ​ພະ​ຍາດ​ລະ​ບາດ​ໄປ​ດຳ​ເນີນ​ວຽກ​ງານ​ຢູ່​ສະ​ຖານ​ທີ່​ປອດ​ໄພ 6 ແຫ່ງ.

图片默认标题_fororder_图7

ແມ່​ຕູ້​ມຽນ​ອາ​ຍຸ 65 ປີ ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ສະ​ໜາມ​ໄຊ. ໃນ​ເວ​ລາ​ເກີດ​ນ້ຳ​ຖ້ວມ, ຫຼານ​ຊາຍ​ກົກ​​ອາ​ຍຸ 17 ປີ ໄດ້ຍູ້​ເພິ່ນ​ຂຶ້ນຫຼັງ​ຄາ​ເຮືອນ, ແຕ່​ເຮືອນ​ເພິ່ນ​ບໍ່​ສາ​ມາດ​ຮັບ​ກະ​ແສ​ນ້ຳ​ຖ້ວມ​ທີ່​ໄຫຼ​ແຮງ​​ຈົນພັດ​ເອົາ​ເຮືອນ​ໄປ, ແມ່​ຕູ້​ມຽນ​ຈຳ​ເປັນ​ຕ້ອງ​ຢູ່​ເທິງຫຼັງ​ຄາ​ເຮືອນ​ທີ່​ລອຍ​ໄປກັບ​ນ້ຳ. ມື້​​ຕໍ່​ມາ, ເພິ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ແລະຖືກ​ສົ່ງ​ໄປ​ໂຮງ​ໝໍສະ​ໜາມ​ໄຊ. ແຕ່ຫຼານ​ຊາຍ​ນ້ອຍ​ທີ່​ມີ​ອາ​ຍຸ 7 ປີ​ຂອງ​ແມ່​ຕູ້​ມຽນ ໄດ້​​ຫາຍສາບ​ສູນ​ໄປ​ຈົນ​ຮອດ​ປັດ​ຈຸ​ບັນ.

图片默认标题_fororder_图8
ແມ່​ຕູ້​ມຽນ​ເວົ້າ​ວ່າ, ທຸກມື້ ກໍ​ມີ​ທ່ານ​ໝໍ​ຈີນ​ມາ​ກວດ​ກາ​ຫ້ອງ​ຄົນ​ເຈັບ. ເຖິງວ່າ​ບໍ່​ເຂົ້າ​ໃຈ​ພາ​ສາ​ເພີ່ນ​ເວົ້າ​ຫຍັງ​ກໍ​ຕາມ, ແຕ່​ແມ່​ຕູ້​ສາ​ມາດ​ຮູ້​ສຶກ​​ໄດ້ເຖິງ​ຝີ​ມື​ປິ່ນ​ປົວ​ທີ່​ເກັ່ງ​ແລະ​ຄວາມ​ເອົາ​ໃຈ​ໃສ່​ທີ່​ລະ​ອຽດ​ປາ​ນີດ​ຂອງ​ທ່ານ​ໝໍ​ຈີນ. ແມ່​ຕູ້​ຮູ້​ສຶກ​ຂອບ​ໃຈຫຼາຍ​ຕໍ່​ທ່ານ​ໝໍ​ຈີນ. ພາບນີ້​ຄື​ທ່ານ ເຊີນ​ຈ່າງ ຫົວ​ໜ້າ​ຈຸ​ແພດ​ຈີນ​ກຳ​ລັງ​ກວດ​ພະ​ຍາດ​ໃຫ້​ແມ່​ຕູ້.

图片默认标题_fororder_图9
 

ຜູ້​ປະ​ສົບ​ໄພ​ຜູ້​ໜຶ່ງ​ຖື​ຢາ​ທີ່​ໜ່ວຍ​ແພດ “​ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ”​ສະ​ໜອງ​ໃຫ້

图片默认标题_fororder_图10

ພາບ 10: ຫຼັງ​ຈາກ​ເກີດ​ເຫດ​ການ​ເຂື່ອນ​ໄຟ​ຟ້າ​ແຕກ​ແລ້ວ,ໜ່ວຍ​ກູ້​ໄພ​ຫຼາຍ​ໜ່ວຍ​ຂອງ​ຈີນ​ໄດ້​ເດີນ​ທາງ​ໄປ​​ກູ້​ໄພ​ແລະຊ່ວຍ​ເຫຼືອ​ຢ່າງ​ຮີບ​ດ່ວນ. ທ່ານ ວາງ​ປິ່ນ ຫົວ​ໜ້າ​ໜ່ວຍ​ກູ້​ໄພ​​ແກະ​ຜູ້​ຂອງ​ອົງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ພື້ນ​ເມືອງ​​ແຂວງ​ເຈີ້​ຈ່ຽງ​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ,ໜ່ວຍ​ແພດ​ຕົນ​ໄດ້​ຊອກ​ຮູ້​ສະ​ພາບ​​ເຂດ​ປະ​ສົບ​ໄພ​ໂດຍ​ຜ່ານ​ຊາວແຂວງ​ເຈີ້​ຈ່ຽງຈີນ​ຢູ່​ລາວ​ກ່ອນ​ຈະ​ອອກ​ເດີນ​ທາງ​ໄປ​ເຂດ​ປະ​ສົບ​ໄພ ແລະໄດ້​ນຳ​ເອົາ​ອຸ​ປະ​ກອນ​​ວິ​ຊາ​​ການເພື່ອ​ຊ່ວຍ​ເຫຼືອ​ຕິດ​ມື​ໄປ​ນຳ​ຈຳ​ນວນ​ບໍ່​ໜ້ອຍ.

图片默认标题_fororder_图11
ໜ່ວຍ​ກູ້​ໄພ​ແກະ​ຜູ້​ດຳ​ເນີນ​ການ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​ຢູ່​ເຂດ​ປະ​ສົບ​ໄພ​

图片默认标题_fororder_图12

ບໍ​ລິ​ສັດ​​ຈີນ​ຢູ່​ລາວ​ຫຼາຍ​ແຫ່ງ​ບໍ​ລິ​ຈາກ​ເງິນ​ແລະເຄື່ອ​ງ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ,ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັກ​ແພງຂອງ​ຕົນ​​ຕໍ່ປະ​ຊາ​ຊົນ​​ຢູ່ເຂດ​ປະ​ສົບ​ໄພ​ຂອງ​ແຂວງ​ອັດ​ຕະ​ປື. ທີມ​ເຕັກ​ໂນ​ໂລ​ຊີຮັບ​ມື​ສຸກ​ເສີນ​ບໍ​ລິ​ສັດ​ດາວ​ທຽມ​ລາວ​ໄດ້​ນຳ​ເອົາ​ອຸ​ປະ​ກອນ​ໂທ​ລະ​ຄົມ​​ຜ່ານ​ດາ​ວ​ທຽມສຸກ​ເສີນ​​ໄປ​ເຂດ​ປະ​ສົບ​ໄພ ເພື່ອ​ຮັບ​ປະ​ກັນ​ວຽກ​ງານ​ໂທ​ລະ​ຄົມ​ແລະ​ການສົ່​ງ​ສັນ​ຍານ​ໂທ​ລະ​ພາບ​ຢູ່​ເຂດ​ດັ່ງ​ກ່າວ.

图片默认标题_fororder_图13

ບໍ​ລິ​ສັດ​ດາວ​ທຽມ​ລາວ​ບໍ​ລິ​ຈາກ​ໂທ​ລະ​ພາບ​ຜ່ານດ​າວ​ທຽມ​ງວດ​ໜຶ່ງ,ເພື່ອ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ​ສາ​ມາດ​​ເບິ່ງ​ໂທ​ລະ​ພາບ​ແລະ​ຮູ້​ຂໍ້​ມູນ​ຂ່າວ​ສານ​ຈາກ​ພາຍນອກ​ໄດ້,ແລະ​ຊ່ວຍຜ່ອນ​ຄາຍ​​ຄວາມ​ເຄັ່ງ​ຕຶງ​ຂອງ​ເຂົາ​ເຈົ້າ.

图片默认标题_fororder_图14
ບໍ​ລິ​ສັດ​ຫົວ​ເຫວີຍຈີນໄດ້​ສົ່ງ​ທີມ​ລົດ​ກູ້​ໄພ​ຢ່າງ​ທັນ​ເວ​ລາ ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ.

 

Not Found!(404)