ອ່ານ​ຂ່າວ​ລະ​ອຽດ APP

ລັດຖະບານຈີນຊ່ວຍເຫຼືອລັດຖະບານລາວທາງມະນຸດສະທຳຢ່າງເລັ່ງດ່ວນ

cri2018-07-31 16:35:27

ຕາມຂ່າວ cri: ພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອປະຊາຊົນລາວຜູ້ປະສົບໄພພິບັດ ຈາກລັດຖະບານຈີນໃຫ້ແກ່ລັດຖະບານລາວ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດນີ້ທີ່ສະໜາມບິນວັດໄຕສາກົນ ໂດຍ ທ່ານ ຫວາງເວີນທ່ຽນ ເອກອັກຄະລັດຖະທູດ ສປ. ຈີນ ປະຈໍາ ສປປ. ລາວ ແລະທ່ານນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ລົງນາມໃນໜັງສືມອບ-ຮັບ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ.

ໂອກາດນີ້, ທ່ານ ຫວາງເວີນທ່ຽນ ເອກອັກຄະລັດຖະທູດ ສປ. ຈີນ ປະຈໍາສປປ. ລາວ ກ່າວວ່າ,ສອງປະເທດຈີນ-ລາວເປັນປະເທດເພື່ອນມິດທີ່ຮ່ວມທຸກຮ່ວມສຸກນຳ ກັນເຊິ່ງປະຊາຊົນຈີນກໍມີຄວາມເຫັນໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່ຜູ້ປະສົບໄພພິບັດ. ເພື່ອຊ່ວຍເຫຼືອລັດຖະບານລາວໃນການກູ້ໄພ,ລັດຖະບານຈີນ ໄດ້ຕົກລົງມອບເຄື່ອງຊ່ວຍເຫຼືອທາງມະນຸດສະທຳ​ໃຫ້ແກ່ລັດຖະບານລາວຢ່າງເລັ່ງດ່ວນ ແລະ ຫວັງວ່າເຄື່ອງຊ່ວຍເຫຼືອຊຸດນີ້ຈະສາມາດເພີ່ມປະສິດທິພາບໃນການ ກູ້ໄພຂອງລາວໄດ້.

ທ່ານນາງ ໃບຄໍາ ຂັດທິຍະ ໄດ້ຕາງໜ້າລັດຖະບານແລະປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນ ນຳລັດຖະບານ ແລະ ປະຊາຊົນຈີນທີ່ຊ່ວຍເຫຼືອແກ່ຝ່າຍລາວຢ່າງທັນການ ໂດຍສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈມິດຕະພາບອັນເລິກເຊິ່ງລະຫວ່າງສອງລັດກໍຄືປະຊາຊົນສອງຊາດລາວ-ຈີນ. ​ແລະ​ຈະ​ນຳ​ເອົາ​ອຸ​ປະ​ກອນ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ສົ່ງ​ໄປ​ຮອດ​ໄປ​ເຖິງ​ຜູ້​ປະ​ສົບ​ໄພ​ຢ່າງ​ທົ່ວ​ເຖິງ​ແລະ​ທັນ​ການເພື່ອຟື້ນຟູຊີວິດຂອງປະຊາຊົນຜູ້ປະສົບໄພໃຫ້ເຂົ້າສູ່ ປົກກະຕິໄວເທົ່າທີ່ຈະໄວໄດ້.

ຂ່າວແຈ້ງ​ຕື່ມວ່າ, ເຄື່ອງຊ່ວຍເຫຼືອຊຸດນີ້ປະກອບມີ ເຮືອໄວ 100 ລຳ, ຕູບຜ້າເຕັນ 500 ຜືນ, ເຄື່ອງກັ່ນກອງນ້ຳ 100 ເຄື່ອງແລະອື່ນໆ, ສ່ວນເຄື່ອງຊ່ວຍເຫຼືອຊຸດທີ 2 ຈະສົ່ງເຖິງລາວໃນວັນທີ 31 ກໍລະກົດນີ້.

Not Found!(404)