ອ່ານ​ຂ່າວ​ລະ​ອຽດ APP

ສ້າງຄວາມ​ຂຽວ​ຢູ່​ສອງ​ຝັ່ງ​ແຄມ​ແມ່​ນ້ຳ​ຢາງ​ຊີ​ກຽງ

cri2018-08-14 17:25:53

ຣຸ້ຍ​ຊ່າງ​ແຂວງ​ຈ່ຽງ​​ຊີ່​ແມ່ນ​ທ່າ​ເຮືອ​ສຳ​ຄັນ​​ແຫ່ງໜຶ່ງ​ໃນ​ຕອນ​ກາງ​ແມ່​ນ້ຳ​ຢາງ​​ຊີ​ກຽງ, ໃນ​ເມື່ອ​ກ່ອນ​ເຄີຍ​ເປັນ​ສະ​ພາ​ບ​ທີ່​ບໍ່​ໜ້າ​ເບິ່ງ​ໜ້າ​ຊົມ​ເທົ່າ​ໃດ. ໃນ​ເວ​ລາ 5 ປີ​ຜ່ານ​ມາ, ໂດຍ​ຜ່ານ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຄືນ​ໃໝ່​ຂອງ​ແມ່​ນ້ຳ​ຢາງ​​ຊີ​ກຽງ, ​ສິ່ງ​ແວດ​ລ້ອມ​ຢູ່​ສອງ​ຝັ່ງ​ແມ່​ນ້ຳ​ຢາງ​ຊີ​ກຽງ​ໄດ້​​ມີ​ໂສມ​ໜ້າໃໝ່​ແລ້ວ. ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້​ແນະ​ນຳ “ວິ​ທີ​ບວກ​ແລະ​ລົບ” ຂອງ​ມາດ​ຕະ​ການ​ປັບ​ປຸງ: ມ້າງທ່າ​ເຮືອ​ຜິດ​ກົດ​ໝາຍ 24 ແຫ່ງ, ມ້າງ​ຄອກ​ລ້ຽງ​ສັດ​ຜິດ​ກົດ​ໝາຍ 355 ແຫ່ງ, ເລີ່ມ​ປັບ​ປຸງລະ​ບົບ​ນ້ຳ, ຫຼຸດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ບໍ່​ແຮ່​ທີ່​ສ້າງ​ມົນ​ລະ​ພິດ​ຈາກ 46 ແຫ່ງ​ໃຫ້​ຍັງ​ເຫຼືອ 12 ແຫ່ງ. ພ້ອມ​ກັນ​ນັ້ນ, ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຟື້ນ​ຟູ​ຊີ​ວະ​ພາບ​ທີ່​ມີ​ມູນ​ຄ່າ 200 ລ້ານຢວນ​ຢ່າງ​ຮອບ​ດ້ານ, ວາງ​ແຜນ​ສ້າງ​ເຂດ​ແຄມ​ແມ່​ນ້ຳ​ຢາງ​ຊີ​ກຽງ​ທີ່​ມີ​ຄວາມ​ຍາວ 19,5 ກິ​ໂລ​ແມັດ.

Not Found!(404)