ອ່ານ​ຂ່າວ​ລະ​ອຽດ APP

ບໍລິສັດຫົວເຫວີຍສະໜັບສະໜູນວຽກງານປະຊູມທາງໄກເພື່ອຊີ້ນໍາວຽກງານການກູ້ໄພ

cri2018-08-21 16:11:52

 

图片默认标题_fororder_DSC00112 (002).JPG

ຫວ່າງບໍ່ດົນມານີ້, ບໍລິສັດຫົວເຫວີຍປະຈຳລາວໄດ້ມອບເຄື່ອງ​ມື​ຮັບ​ໃຊ້​ການປະຊຸມທາງໄກ ພ້ອມອຸປະກອນຄົບຊຸດ ໃຫ້ຫ້ອງ ວ່າການ ສຳນັກງານ ນາຍົກລັດຖະມົນຕີ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊີ້ນໍາວຽກງານ ການກູ້ໄພໃນ ແຂວງ ອັດຕະປື. ຜ່ານລະບົບດັ່ງກ່າວ, ​ທາງ​ສູນ​ກາງສາມາດຈັດກອງປະຊຸມ​ທາງໄກຜ່ານລະບົບວິດີໂອກັບ ແຂວງອັດຕະປືໄດ້.

ທ່ານ ຫວາງຊີ ຜູ້ອຳນວຍການໃຫຍ່ບໍລິສັດ ຫົວເຫວີຍ ເຕັກໂນໂລຊີລາວເປັນຜູ້ກ່າວມອບແລະກ່າວຮັບໂດຍ ທ່ານ  ຮສ. ປອ. ສົມກຽດ ພະສີ ຫົວໜ້າກົມປະຊາສໍາພັນສຳນັກງານ ນາຍົກລັດຖະມົນຕີ ໃນນາມ ກອງເລຂາໄພພິບັດ ໂດຍຊ່ອງໜ້າທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປັນສັກຂີພະຍານພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ບໍລິສັດຫົວເຫວີຍທີ່ສະໜັບສະໜູນແລະປະກອບ
ສ່ວນໃຫ້ແກ່ວຽກງານການກູ້ໄພທີ່ແຂວງອັດຕະປື. ລັດຖະບານລາວໃຫ້ຄວາມສຳຄັນທີ່ສຸດຕໍ່ການກູ້ໄພ ແລະ ການຟື້ນຟູ ຊີວິດ​ການ​ເປັນຢູ່ຂອງພໍ່ແມ່ປະຊາຊົນຜູ້ຖືກ​ປະ​ສົບ​ໄພ​ຄັ້ງ​ນີ້, ບໍລິສັດຫົວເຫວີຍບໍ່ພຽງແຕ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອວຽກງານສື່ສານໂທລະຄົມຂອງລາວເທົ່ານັ້ນ, ແຕ່ຍັງ ມີສ່ວນຮ່ວມຢ່າງ​ຫ້າວ​ຫັນໃນກິດຈະກຳເພື່ອສາທາລະນະປະໂຫຍດ ແລະ ຊ່ວຍເຫຼືອການບັນເທົາທຸກດ້ວຍເຕັກໂນໂລຊີທັນສະໄໝ.

ພາຍຫຼັງໄດ້ຮັບຂ່າວ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື, ບໍລິສັດໄດ້ໃຫ້ຄວາມສໍາຄັນ ແລະ ເລັ່ງເຂົ້າ​ໄປຊ່ວຍເຫຼືອ ສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການບັນເທົາທຸກຄັ້ງນີ້. ນອກຈາກການ​ຊ່ວຍ​ເຫຼືອ​ເປັນ​ເງິນ​ສົດແລະ ເຄື່ອງອຸປະໂພກບໍລິໂພກແລ້ວ, ບໍລິສັດຫົວເຫວີຍ ຍັງໄດ້ເສີມຂະຫຍາຍທ່າແຮງ ແລະບົດບາດຂອງຕົນໃນ ຂະແໜງການ ICT ໂດຍໄດ້ຊຸກຍູ້​ເຄື່ອງ​ມື​ຮັບ​ໃຊ້ກອງປະຊຸມທາງໄກ ຈໍານວນ 3 ຊຸດ, ພ້ອມອຸປະກອນຄົບຊຸດ ເຊິ່ງຕົກເປັນມູນຄ່າ 500 ລ້ານກີບ. ເຄື່ອງ​ມື້​ຮັບ​ໃຊ້ດັ່ງກ່າວຈະໄດ້ຕິດຕັ້ງຢູ່ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ  2 ຊຸດ ແລະ ຢູ່ຫ້ອງວ່າການແຂວງອັດຕະປຶ 1 ຊຸດ ເພື່ອອໍານວຍຄວາມສະດວກໃຫ້ຄະນະກໍາມະການສະເພາະ ກິດໃນ ການແກ້ໄຂໄພພິບັດ ລະດັບຊາດ, ຕິດຕໍ່ປະສານງານກັບຫ້ອງວ່າການແຂວງອັດຕະປື ເພື່ອຕິດຕາມ, ຄຸ້ມຄອງ ແລະຊີ້ນໍາວຽກງານການກູ້ໄພທາງໄກພ້ອມທັງອໍານວຍຄວາມສະດວກໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງອັດຕະປືສາມາດເຜີຍແຜ່ ແລະ ຈັດຕັ້ງປະຕິບັດທິດຊີ້ນໍາ ຢ່າງວ່ອງໄວ ແລະ ທັນຕາມສະພາບການ.

Not Found!(404)