ອ່ານ​ຂ່າວ​ລະ​ອຽດ APP

ເຂດ​ກວ່າ​ງຊີ​ສ້າງ​ທ່າ​ແຮງ​ໃໝ່ດ້ານ​ເສດຖະກິດ​ດີ​ຈີ​ຕອນ​ໃນການ​​ເປີດ​ປະຕູ​ແລະຮ່ວມ​ມື​ທີ່​ຫັນ​ໜ້າ​ສູ່​ອາ​ຊຽນ

CRI2018-08-31 15:58:34

ກອງ​ປະຊຸມ​ພັດທະນາ​ເຂດ​ກວາງຊີ​ດີ​ຈີ​ຕອນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ສິງຫາ​ນີ້ຢູ່​ນະຄອນ​ໜານ​ໜິງ ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​ ທ່ານ​ລູ້​ຊິ່ນ​ເຊີ້ ​ເລຂາ​ພັກ​ເຂດ​ກວາງຊີ ກ່າວ​ວ່າ: ​ເຂດ​ກວາງຊີ​ ຈະ​ດຳ​ເນີນ​ຍຸດ​ທະ​ສາດຖານ​ຂໍ້​ມູນ​ໃຫຍ່ ​ໂດຍ​ຖື​ເອົາ​ການ​ປະຕິ​ຮູບ​​ໂຄງ​ປະກອບ​ດ້ານ​ການ​ສະໜອງ​ເປັນຫຼັກ ຊຸກຍູ້​ເຕັກ​ໂນ​ໂລ​ຊີ​ໃໝ່​ຕ່າງໆ ​ເຊັ່ນ: ອິນ​ເຕີ​ເນັດ, ຖານ​ຂໍ້​ມູນ​ໃຫຍ່, ປັນຍາ​ປະດິດ​ ​ແລະ​ອື່ນໆ​ ເຊື່ອມ​ໂຍງ​ກັບເສດຖະກິດທີ່​ແທ້​ຈິງ(Real economy), ການ​ຄຸ້ມ​ຄອງຂອງ​ລັດ, ການ​ບໍລິການ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ, ​ ການ​ເປີດ​ປະຕູແລະການ​ຮ່ວມ​ມື​ ຢ່າງ​ເລິກ​ເຊິ່ງ ​ເພື່ອສ້າງ​ທ່າ​ແຮງ​ດ້ານ​ເສດຖະກິດ​ດີ​ຈີ​ຕອນ​ໃນ​ການ​ເປີດ​ປະຕູ​ແລະ​ຮ່ວມ​ມື​ທີ່​ຫັນ​ໜ້າ​ສູ່​ອາ​ຊຽນ.

Not Found!(404)