ອ່ານ​ຂ່າວ​ລະ​ອຽດ APP

ເຂດ​ກວາງຊີ​ເລັ່ງພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດທີ່​ຫັນ​ໜ້າ​ສູ່​ອາ​ຊຽນ

CRI2018-09-05 15:57:32

ທ່ານ​ສີວ໌​ຈິນ ຮອງ​ຫົວໜ້າ​ພະ​ແນ​ກການ​ຄ້າ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ ກ່າວ​ໃນ​ວັນ​ທີ 4 ກັນຍາ​ນີ້​ວ່າ: ກວາງຊີ ຈະ​​ໃຊ້​ມາດ​ຕະການ​ຕ່າງໆ ​ເຊັ່ນ: ສ້າງ​ຖານ​ການ​ຄ້າເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ, ​ດຶງ​ດູດ​ວິ​ສາ​ຫະກິດ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ມາ​ສ້າງຕັ້ງສາຂາ​ຢູ່​ກວາງຊີ, ສ້າງຕັ້ງສຳນັກງານ​ໃຫຍ່​ການ​ຄ້າ​ເອ​ເລັກ​ໂຕຣນິກທີ່​ຫັນ​ໜ້າ​ສູ່​ອາ​ຊຽນ ​ແລະ​ອື່ນໆ ​ເພື່ອ​ເລັ່ງລັດ​ການພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ.

ພິທີ​ຖະ​ແຫຼງຂ່າວການ​ສົ່ງ​ເສີມ​ການສ້າງ​ເຂດ​ກວາງຊີ​ດີ​ຈີ​ຕອນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວຢູ່​ນະຄອນ​ໜານ​ໜິງ ​ເທດ​ສະບາ​ນ​ເຂດ​ກວາງຊີ, ທ່ານ​ ສີ​ວ໌ຈິນ  ​ໄດ້​ຖະ​ແຫຼງ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ຄ້າ​ເອ​ເລັກ​ໂຕຣນິກຢູ່​ກວາງຊີ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ກາຍ​ເປັນ​ພະລັງ​​ໃໝ່​ໃນ​ການຊຸກຍູ້​ຂະ​ແໜງ​ການ​ບໍລິການ​ກໍ​ຄື​ເສດຖະກິດ​ເຂດ​ກວາງຊີ​ໃຫ້​ມີ​ການ​ເຕີບ​ໂຕ. ເດືອນ​ກໍລະກົດ​ປີ​ນີ້, ນະຄອນ​ໜານ​ໜິງ ​ໄດ້​ຮັບ​ອະນຸຍາດ​ໃຫ້​ສ້າງຕັ້ງ​ເຂດ​ທົດ​ລອງ​ສັງລວມການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ.

ນອກ​ນີ້, ​ເຂດ​ກວາງຊີ​ຍັງ​ຈະ​ຄິດ​ຄົ້ນຮູບ​ການ​ໃໝ່​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ຜ່ານ​ດ່ານ​ສຳລັບ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ ​ເພື່ອ​ຍົກ​ສູງ​ປະສິດທິພາບການ​​ແຈ້ງ​​ເຂົ້າອອກດ່ານ, ການຊຳລະ ​ແລະການ​ຕິດຕາມ​ຄຸ້ມ​ຄອງ​​ທຸລະ​ກິດ​ຕ່າງໆ​ ​ເຊັ່ນ ການຜ່ານ​ດ່ານ, ການ​​ຄືນພາສີ, ການ​ເສຍ​ພາສີ, ການ​ຊຳລະ​ດ້ວຍ​ເງິນຕາ​ຕ່າງປະ​ເທດ ​ແລະ​ອື່ນໆ.

Not Found!(404)