ອ່ານ​ຂ່າວ​ລະ​ອຽດ APP

ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ເຂດກວາງ​ຊີ​ຈີ​ນ​ສູ່​ໄທ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ

CRI2018-12-04 16:34:56

ດ່ານ​ພາ​ສີ​ນະ​ຄອນ​ໜານ​ໜິງເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 5 ກັນ​ຍາ​ນີ້​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ເຂດກວາງ​ຊີ​​ສູ່​ອາ​ຊຽນມີ​ເຖິງ 113, 82 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 12,6%. ໃນ​ນັ້ນ, ການ​ຄ້າ​ກັບ​ໄທ​ມີ​ເຖິງ 4,68 ຕື້ຢວນ, ເພີ່ມ​ຂຶ້ນ 71,4%.

​ຜະ​ລິດ​ຕະ​ພັນ​ການ​ຄ້າ​ຕົ້​ນ​ຕໍ​ແມ່ນຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ຜະ​ລິດ​ຕະ​ພັນ​ເຄື່ອງ​ຈັກ​ເອກ​ເລັກ​ໂຕຼນິກ​ໄດ້​ເພີ່ມ​ຂຶ້ນ​ທັງການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ.

ເຈົ້າ​ໜ້າ​ທີ່​ດ່ານ​ພາ​ສີ​ນະ​ຄອນ​ໜານ​ໜິງວິ​ເຄາະ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ເສດ​ຖະ​ກິດ​ຈີນ​ດີ​ຂຶ້ນ​ຢ່າງຕໍ່​ເນື່ອງ, ​ຂະ​ແໜງ​ການ​ຜະ​ລິດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ຊຸກ​ຍູ້​ໃຫ້​ເຂດກວາງ​ຊີ​ມີ​ຄວາມ​ຕ້ອງ​ການການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຈາກ​ອາ​ຊຽນຫຼາຍ​ຂຶ້ນ; ອີກ​ດ້ານ​ໜຶ່ງ, ເສດ​ຖະ​ກິດ​ປະ​ເທດ​ອາ​ຊຽນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ໃນ​ນັ້ນ, ຍອດ​ມູນ​ຄ່າ​​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶ​ດ​ສະ​ພາ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 11,6% ແລະ ເປັນ​ຕົວ​ເລກ​ສູງ​ສຸດ​ໃນ​ຮອບ 7 ປີ ແລະ ມີ​ສ່ວນຊ່ວຍ​ໃຫ້​ການ​ສົ່ງ​ອອກ​​ຂອງ​ເຂດກວາງ​ຊີ​ສູ່​ອາ​ຊຽນເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

Not Found!(404)