ວັນທີ 20 ກັນຍານີ້, ກິດຈະກຳ “ຕໍ່ເຮືອບິນເຈ້ຍທີ່ມີຄວາມຍາວທີ່ສຸດ” ເພື່ອສ້າງສະຖິຕິກິເນັສບຸກຂອງໂລກໃນຫົວຂໍ້ “ເວລາຜ່ານໄປ ຄວາມຮັກຍັງຢູ່ ສະແຫວງຫາຄວາມຝັນ”ໄດ້ສິ້ນສຸດລົງຢູ່ປັກກິ່ງ. ນັບແຕ່ເດືອນພຶດສະພາປີນີ້ເປັນຕົ້ນມາ,ລວມເວລາເກືອບ 4 ເດືອນ,ໄດ້ຄັດເລືອກເຮືອບິນເຈ້ຍ 14.285 ອັນຈາກ 6 ໝື່ນກວ່າອັນທີ່ເດັກນ້ອຍ 22 ແຂວງແລະກຳແພງນະຄອນເປັນຜູ້ພັບຄື: ປັກກິ່ງ,ເຮີເປີຍແລະເຂດແຂວງອື່ນໆແລ້ວຕໍ່ກັນເປັນແຖວເຮືອບິນເຈ້ຍທີ່ມີຄວາມຍາວທີ່ສຸດ ຊຶ່ງໄດ້ສ້າງສະຖິຕິກິເນັສບຸກໂລກລາຍການໃໝ່ ແລະໄດ້ຮັບໃບຢັ້ງຢືນຢ່າງເປັນທາງການ.