ອ່ານ​ຂ່າວ​ລະ​ອຽດ APP

ທ່ານນາງເພີງລີ້ຢວນ ກ່າວປາໄສຜ່ານວີດີໂອເຖິງພິທີໄຂກອງປະຊຸມຂັ້ນສູງກ່ຽວກັບບັນຫາປ້ອງກັນແລະປິ່ນປົວວັນນະໂຣກຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝ

cri2018-09-28 14:40:45


ວັນທີ 26 ກັນຍານີ້, ກອງປະຊຸມຂັ້ນສູງກ່ຽວກັບບັນຫາປ້ອງກັນແລະປິ່ນປົວພະຍາດປອດແຫ້ງຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73 ໄດ້ຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາ. ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດພິເສດປ້ອງກັນແລະປິ່ນປົວພະຍາດປອດແຫ້ງແລະພະຍາດເອດຂອງອົງການອະນາໄມໂລກໄດ້ກ່າວປາໄສຜ່ານວີດີໂອເຖິງພິທີໄຂກອງປະຊຸມ.

ເຊິ່ງບົດປາໄສຂອງທ່ານນາງເພິງລີ້ຢວນມີເນື້ອໃນດັ່ງນີ້:
ເພື່ອນມິດທີ່ຮັກແພງທັງຫຼາຍ, ຂ້າພະເຈົ້າແມ່ນເພີງ ລີ້ຢວນ ທູດພິເສດປ້ອງ ກັນ ແລະປີ່ນປົວວັນນະໂຣກແລະພະຍາດເອດຂອງອົງການອະນາໄມໂລກ. ຂ້າພ ະ ເຈົ້າຂໍຊົມເຊີຍການໄຂກອງປະຊຸມລະດັບສູງຄັ້ງນີ້.

ປີ 2007 ຂ້າພະເຈົ້າໄດ້ຮັບໜ້າທີ່ເປັນທູດປ້ອງກັນແລະປີ່ນປົວພະຍາດປອດ ແຫ້ງຂອງຈີນ, ປີ 2011 ກາຍເປັນທູດພິເສດ ເຊິ່ງນີ້ແມ່ນພັນທະໜ້າທີ່ ແລະຄວາມ ຮັບຜິດຊອບທີ່ ຂ້າພະເຈົ້າໃຫ້ຄວາມສຳຄັນທີ່ສຸດ. ໃນໄລຍະ 10 ກວ່າປີມານີ້, ຮອດວັນທີ 24 ມີນາ ຂອງທຸກໆປີ, ຂ້າພະເຈົ້າກໍ່ຈະໄປຢ້ຽມຢາມເຂດທີ່ມັກເກີດພະ ຍາດປອດແຫ້ງ, ເພື່ອ ເຜີຍແຜ່ຄວາມຮູ້ໃຫ້ຄົນທັງຫຼາຍ,ສົ່ງເສີມໃຫ້ຄົນທັງຫຼາຍໃຊ້ ການກະທຳຕົວຈິງໃນ ການປ້ອງກັນແລະປີ່ນປົວວັນນະໂຣກ.

ປີນີ້ ຂ້າພະເຈົ້າໄດ້ໄປຢ້ຽມຢາມແຂວງຫູເປີຍ ທາງພາກກາງຂອງຈີນ, ຂ້າພະ ເຈົ້າ ໄດ້ຮ່ວມກັບນັກຮຽນອາຍຸ 10 ກວ່າປີຫຼາຍໆຄົນແບ່ງປັນຄວາມຮູ້ກ່ຽວກັບພະ ຍາດປອດແຫ້ງແລະວິທີດຳລົງຊີວິດຢ່າງປອດໃສ, ແລະທັງໄດ້ບອກໃຫ້ເດັກຮູ້ເຖິງ ຄວາມສຳຄັນໃນການຮັກສາອະນາໄມຂອງແຕ່ລະຄົນ.ຢູ່ບ້ານທ້ອງຖີ່ນ, ຂ້າພະ ເຈົ້າໄດ້ພົບຊາວບ້ານຄົນໜຶ່ງທີ່ເຄີຍເປັນວັນນະໂຣກແລະໄດ້ຮັບການປີ່ນປົວໃຫ້ຫາຍ, ຂ້າພະເຈົ້າລະດົມໃຫ້ເພິ່ນກາຍເປັນອາສາສະໝັກເຜີຍແຜ່ໂຄສະ ນາກ່ຽວກັບການປ້ອງກັນແລະປີ່ນປົວວັນນະໂຣກ, ເມື່ອເປັນແນວນັ້ນ ເພິ່ນກໍ່ສາມາດແບ່ງປັນບົດຮຽນໃນການຕ້ານວັນນະໂຣກກັບຄົນຫຼາຍກວ່າ ເກົ່າ.
ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມພິທີມອບລາງວັນໃຫ້ຜູ້ທີ່ ເຮັດ ວຽກກ່ຽວກັບການປ້ອງກັນແລະປີ່ນປົວວັນນະໂຣກຜູ້ດີເດັ່ນ ເຊິ່ງເຂົາ ເຈົ້າ ສ່ວນຫຼາຍເຮັດວຽກຢູ່ຂັ້ນຮາກຖານ, ເຄີຍເກີດຫຼາຍໆເລື່ອງທີ່ໂດດເດັ່ນທີ່ສາ ມາດແບ່ງປັນກັບຄົນທັງຫຼາຍຮູ້.

ນະທີ່ນີ້ ຂ້າພະເຈົ້າຂໍລົ່າເລື່ອງກ່ຽວກັບຜູ້ໜຶ່ງສູ່ຟັງ ຄື ເພິ່ນແມ່ນທ່ານໝໍທີ່ເຮັດ ວຽກຢູ່ສຸກສາລາຄຸ້ມບ້ານຂອງແຂວງເສສວນ, ໜຶ່ງໃນໜ້າທີ່ຢ່າງຫຼວງຫຼາຍຂອງ ເພິ່ນ ກໍ່ຄືເບິ່ງແຍງຜູ້ເປັນວັນນະໂຣກຢູ່ແຫ່ງນັ້ນ, ໃນເວລາເສສວນເກີດ ແຜ່ນດິນ ໄຫວເມື່ອປີ 2008, ບ້ານເກີດຂອງເພິ່ນເປັນເຂດໜຶ່ງທີ່ປະສົບໄພຢ່າງ ໜັກໜ່ວງທີ່ສຸດ. ເຖິງວ່າແຜ່ນດິນໄຫວໄດ້ສ້າງຜົນກະທົບຢ່າງຮ້າຍແຮງ, ແຕ່ເພິ່ນໄດ້ ພະຍາຍາມຟື້ນຟູການຕິດຕໍຫາຜູ້ທີ່ເປັນວັນນະໂຣກ 540 ຄົນທີ່ເພິ່ນຮັບຜິດ ຊອບເບິ່ງແຍງນັ້ນໃຫ້ໄດ້. ໂດຍແຂ່ງກັບການສັ່ນສະເທືອນທີ່ເກີດຂຶ້ນຕາມຫຼັງ, ເພິ່ນໄດ້ເດີນທາງໄກ ເພື່ອໄປຢາມຄົນເຈັບເຫຼົ່ານີ້, ໃນເວລາ 20 ກວ່າມື້ ສົ່ງຢາໄປໃຫ້ຄົນເຈັບທີ່ຢາກິນ ໝົດແລ້ວ. ໃນຖານະເປັນທ່ານໝໍ, ເພິ່ນຮູ້ດີທີ່ສຸດເຖິງ ຄວາມສຳຄັນຂອງຢາທີ່ມີ ຕໍ່ຄົນເຈັບທີ່ເປັນວັນນະໂຣກ, ຄວາມພະຍາຍາມ ຂອງເພິ່ນໄດ້ຮັບການທົດ ແທນທີ່ດີ, ຄົນເຈັບ 540 ຄົນໄດ້ຟື້ນຟູສຸຂະພາບຄືນມາ ໂດຍບໍ່ມີຄົນໃດມີອາການ ໜັກຂຶ້ນ. ນີ້ຄືຜົນສຳເລັດທີ່ປະທັບໃຈທີ່ສຸດ.

ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ບັນດາສື່ມວນຊົນແລະຜູ້ສະ ໜັບສະໜູນທຸກຄົນ ເຊິ່ງພວກເຮົາໄດ້ພະຍາຍາມຮ່ວມກັບຜູ້ອາສາສະໝັກຈຳນວນ 7 ແສນກວ່າຄົນໃນໂຄງການວັນນະໂຣກຂອງຈີນ ຊ່ວຍເຫຼືອປະຊາຊົນ 75% ເພີ່ມຄວາມຮັບຮູ້ຕໍ່ວັນນະໂຣກ, ໄດ້ເຜີຍແຜ່ນຄວາມຮູ້ທີ່ມີຄ່າໃຫ້ແກ່ ເຂົາເຈົ້າ, ຜົນສຸດທ້າຍກໍ່ຄື ໄດ້ກອບກູ້ຊີວິດ.
ຂ້າພະເຈົ້າໄດ້ເປັນສັກຂີພິຍານຕໍ່ການພັດທະນາຢ່າງວ່ອງໄວຂອງໂຄງການ ຕ້ານ ແລະປີ່ນປົວວັນນະໂຣກຂອງຈີນ.ຍ້ອນມີການບໍລິການດ້ານປີ່ນປົວພະ ຍາດທີ່ດີກວ່າເກົ່າ, ພວກເຮົາສາມາດສະໜອງການບົ່ງມະຕິແລະປີ່ນປົວຢ່າງທັນ ການແລະບັງເກີດຜົນໄດ້. ຢູ່ບາງເຂດ, ການປ້ອງກັນແລະປີ່ນປົວພະຍາດປອດ ແຫ້ງ ແມ່ນສ່ວນປະກອບທີ່ສຳຄັນໃນແຜນການຫຼຸດຜ່ອນຄວາມທຸກຍາກ. ອັດຕາ ກວດພົບພະຍາດສູງຂຶ້ນ, ຜູ້ເປັນພະຍາດໄດ້ຮັບການປິ່ນປົວໃຫ້ເຊົາ ຫຼາຍຂຶ້ນ, ອັດຕາເປັນພະຍາດແລະອັດຕາເສຍຊີວິດກໍ່ຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ.

ໃນເວລາຂ້າພະເຈົ້າຢ້ຽມຢາມຢູ່ຕ່າງປະເທດ, ຂ້າພະເຈົ້າກໍ່ໄດ້ຈັດການໄປ ຊອກຮູ້ ສະພາບການວັນນະໂຣກຂອງທ້ອງຖີ່ນນັ້ນເຂົ້າໃນວາລະການ ຢ້ຽມຢາມ. ຂ້າພະເຈົ້າດີທີ່ທີ່ໄດ້ເຫັນວ່າຄົນເຈັບນັບມື້ນັບຫຼາຍໄດ້ຮັບການຊ່ວຍ ເຫຼືອທີ່ເຂົາເຈົ້າຕ້ອງການ, ກໍ່ແມ່ນຍ້ອນມີລັດຖະບານປະເທດຕ່າງໆ ອົງການຈັດ ຕັ້ງສາກົນ, ອົງ ການຈັດຕັ້ງທີ່ບໍ່ແມ່ນລັດຖະບານ(NGO) ວິຊາການ ແລະອາສາສະ ໝັກຮ່ວມ ກັນພະຍາຍາມ ຈິ່ງເຮັດໃຫ້ການປ່ຽນແປງເກີດດອກອອກຜົນຂຶ້ນ.
ແຕ່ວ່າ ສິ່ງທ້າທາຍຍັງຄົງຕົວຢູ່ເຊັ່ນກັນ, ວັນນະໂຣກທີ່ຕ້ານຢາຍັງເປັນ ການຂົ່ມຂູ່ຄືເກົ່າ. ວິທີປີ່ນປົວມີການຈຳກັດ ແລະທຶນຮອນບໍ່ພຽງພໍ ຍັງແມ່ນບັນຫາ ທີ່ທົ່ວໂລກຜະເຊີນໜ້າ.

ອົງການອະນາໄມໂລກໄດ້ປະຕິບັດຍຸດທະສາດສະກັດກັ້ນວັນນະໂຣກ, ດຽວນີ້ກໍ່ຄືເວລາທີ່ີເໝາະສົມເພື່ອປະຕິບັດຕົວຈິງ.

ຂ້າພະເຈົ້າຂໍຮຽກຮ້ອງໝົດທຸກທ່ານເຂົ້າຮ່ວມຖັນແຖວຂອງພວກເຮົາ.
ໃຫ້ພວກເຮົາຮ່ວມກັນປ່ຽນແປງຊີວິດຂອງຄົນທີ່ຖືກກະທົບຈາກວັນນະໂຣກທີ່ນັບເປັນຫຼາຍລ້ານຄົນ, ສະກັດກັ້ນວັນນະໂຣກ.

ຂ້າພະເຈົ້າຂໍອວຍພອນໃຫ້ກອງປະຊຸມຄັ້ງນີ້ຈົ່ງໄດ້ຮັບຜົນສຳເລັດຢ່າງເຕັມ ເມັດເຕັມໜ່ວຍ.
ຂໍຂອບໃຈ!

Not Found!(404)