ອ່ານ​ຂ່າວ​ລະ​ອຽດ APP

ເວັບ​ໄຊກາງ​ເພື່ອ​ການ​ຊື້​ຂາຍ​ສັບ​ພະ​ສິນ​ຄ້າ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເລີ່ມ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ

cri2018-10-09 15:23:22

ວັນ​ທີ 18 ເມ​ສາ​ນີ້, ເວັບ​​ໄຊ້ກາງ​ເພື່ອ​ການ​ຊື້​ຂາຍ​ສັບ​ພະ​ສິນ​ຄ້າ​ຂອງ​ງານ​ວາງ​ສະ​ແດງສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນແບບ "6 ວັນ+365 ວັນ" ເລີ່ມ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ. ຂະ​ນະ​ດຽວ​ກັນ​ນັ້ນ, ບໍ​ລິ​ສັດ​ບໍ​ລິ​ການ​ຊື້​ຂາຍ​ນຳ​ເຂົ້າ​ສາ​ກົນ​ຊຽງ​ໄຮ​ຈຳ​ກັດ​ກໍ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ນີ້​ໝາຍ​ຄວາມ​ວ່າ​ເວັບ​ໄຊ​ດັ່ງ​ກ່າວ​ເລີ່ມ​ບໍ​ລິ​ການ​ການ​ຄ້າ​ນຳ​ເຂົ້າໃຫ້​ແກ່​ວິ​ສາ​ຫະ​ກິດ​ໃນ​ທົ່ວ​ໂລກ​​ຕະ​ຫຼອດ 365 ວັນ, ແລະ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ຈັດ​​ສັນ​ຊັບ​ພະ​ຍາ​ກອນ​ໂລກ​ຂອງ​ງານ​​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ແລະ​ສະ​ແດງ​ໃຫ້​ເຫັນ​​ໂອ​ກາດ "ຊື້​ສິ​ນ​ຄ້າ​ຈາກ​ທົ່ວ​ໂລກ​ແລະ​ຂາຍ​ສິນ​ຄ້າ​ຕໍ່​ທົ່ວ​ໂລກ" ຂອງ​ນະ​ຄອນ​ຊຽງ​ໄຮ.

ຕາມ​ຂ່າວ​ແຈ້ງວ່າ, ການ​ເປີດ​ເວັບ​ໄຊ​ດັ່ງ​ກ່າວ​ແມ່ນ​ເພື່ອ​ສ້າງ​ເວ​ທີ​ບໍ​ລິ​ການ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ແລະ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ສິນ​ຄ້າ​​ໃນ​ການ​ວາງ​ສະ​ແດງ​ສິນ​ຄ້າ​ແບບ​ອ໋ອນ​ລາຍ​ແລະ​ສ້າງ​ໂອ​ກາດ​ຊື້​ຂາຍ​ຮ່ວມ​ກັນ, ສາ​ມາດ​ແກ່​ຍາວ​ເວ​ລາ​ວາງ​ສະ​ແດງ​ສິນ​ຄ້າ​ແລະ​ເປີດກວ້າງ​ການ​ເຂົ້າ​ເຖິງ​ຜະ​ລິດ​ຕະ​ພັນ​ໃນ​ງານ​ວາງ​ສະ​ແດງ, ​ກາຍ​ເປັນ​ເວ​ທີວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່​ບໍ່​ມີ​ວັນ​ປິດ.

Not Found!(404)