ອ່ານ​ຂ່າວ​ລະ​ອຽດ APP

ຈັດ​ພິ​ທີ​ນຳ​ສະ​ເໜີ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ມາ​ນີ​ລາ

cri2018-10-09 14:44:06

图片默认标题_fororder_f6ae12c6504a48dcbea74f538f96d0f1

ພິ​ທີ​ນຳ​ສະ​ເໜີ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 15 ມີ​ນາ​ນີ້​ໂດຍມີ​ຜູ້​ຕາງ​ໜ້າ​ຈາກວົງ​ການ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວົງ​ການ​ທຸ​ລະ​ກິດຈີນ​ແລະ​ຟີ​ລິບ​ປິນ​ປະ​ມານ 300 ຄົນ​ເຂົ້າ​ຮ່ວມ.

ທ່ານ​ຈ້າວ​ຈ້ຽນ​ຮ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ໄປ​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ມີ​ລະ​ດັບ​ນັບ​ມື້​ສູງ​ຂຶ້ນ, ຄວາ​ມ​ຕ້ອງ​ການ​ສິນ​ຄ້າ​ຕ່າງ​ປະ​ເທດ​ກໍ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ເຊັ່ນ​ກັນ. ຈີນ​ຍິນ​ດີ​ເປີດ​ຕະຫຼາດ​ ເພື່ອ​ຮ່ວມ​ກັບ​ຄູ່​ການ​ຄ້າ​ຕ່າງໆ​ເຊິ່ງ​ລວມ​ທັງ​ຟີ​ລິບ​ປິນ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ​ຮ່ວມ​ກັນ, ​ດັ່ງ​ນັ້ນ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ຈະ​ສາ​ມາດ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຈີນ-ຟີ​ລິບ​ປິນ​ເທົ່າ​ນັ້ນ,ຍັງ​ສາ​ມາດ​ຊ່ວຍ​ວິ​ສາ​ຫະ​ກິດ​ຟີ​ລິບ​ປິນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ​ອີກ​ດ້ວຍ.

ຂ່າວ​ແຈ້ງຕື່ມວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຊຽງ​ໄຮ​ແຕ່​ວັນ​ທີ 5-10 ພະ​ຈິກ​ປີ 2018 ນີ້​ແລະຄາດ​ວ່າ ຈະ​ມີ 150 ຮ້ານ​ຈາກ​ວິ​ສາ​ຫະ​ກິດ​ຟີ​ລິບ​ປິນ​ທີ່​ຈະ​ນຳ​ເອົາ​ຜະ​ລິດ​ຕະ​ພັນກະ​ສິ​ກຳ,ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ,ອາ​ໄລ່​ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ຣ​ນິກ,ເຄື່ອງ​ຫັດ​ຖະ​ກຳ​ແລະ​ອື່ນໆ​ມາ​ວາງ​ສະ​ແດງ​ໃນ​ງານ​ດັ່ງ​ກ່າວ.

Not Found!(404)