ອ່ານ​ຂ່າວ​ລະ​ອຽດ APP

ຮອງ​ນາ​ຍົກ​ຈີນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​​ຊ້ອມຄວາມ​ພ້ອມຂອງ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

cri2018-10-10 16:19:36

ການ​ຊ້ອມ​ໂດຍ​ລວມ​ຂອງ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 9 ຕຸ​ລາ​ນີ້​ຢູ່​ນະ​ຄອນ​ຊຽງ​ໄຮ. ທ່ານ ຫູ​ຊຸ່ນ​ຮ​ວາ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ແລະ​​ໃຫ້​ທິດ​ຊີ້​ນຳ​ໂດຍ​ຮຽກ​ຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ຈຸດ​ສຳ​ຄັນ,ປັບ​ປຸງ​ແຜນ​ການ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຮັບ​ປະ​ກັນໃຫ້​ກິດ​ຈະ​ກຳ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່​ບໍ່​ໃຫ້​ມີ​ຄວາມ​ຜິດ​ພາດ,ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ມີ​ຄວາມ​ລະ​ອຽດ​​ຮອບ​ຄອບ​ເປັນ​ຢ່າງ​ດີ.ຜ່ານ​ການ​ຝຶກ​ຊ້ອມ​ນີ້​ຄວນດຳ​ເນີນ​ການ​ປະ​ເມີນ​ຜົນ​ຢ່າງ​ຮອບ​ດ້ານ​ຕໍ່​ລະ​ບົບ​ບັນ​ຊາ​ການ,ກຳ​ຈັດ​ຈຸດ​ບົກ​ຜ່ອງ​ແລະ​ຈຸດບອດ,ຮັບ​ປະ​ກັນ​ການ​ປະ​ສານ​ງານ​ດ້າ​ນ​​ການ​ບັນ​ຊາ​ການໃຫ້​ມີ​ປະ​ສິດ​ທິ​ພາບ. ຄວນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ວຽກ​ງານ​ຕ່າງໆ,​ຖ້າ​ເກີດມີ​ບັນ​ຫາ​ກໍ​ຕ້ອງລາຍ​ງານຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເຂັ້ມ​ງວດ.
 

ກ່ອນ​ຈັດ​ກິດ​ຈະ​ກຳ​ຝຶກ​ຊ້ອມ, ທ່ານ ຫູ​ຊຸ່ນ​ຮ​ວາ ໄດ້​ໄປ​ກວດ​ກາສະ​ພາບການ​ປົວ​ແປງ​ແລະ​ການ​ຈັດ​ສັນ​ສະ​ຖານ​ທີ່​ປະ​ຊຸມ.

Not Found!(404)