ອ່ານ​ຂ່າວ​ລະ​ອຽດ APP

ຊຽງ​ໄຮ​ຈະ​ສະ​ໜອງ​ເສັ້ນ​ທາງທ່ຽວ​ຊົມ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ

cri2018-10-11 16:25:21

    ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ພະ​ຈິກ​ໜ້ານີ້, ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ທີ່​ເປັນ​ເຈົ້າ​ພາບ ໄດ້​ອອກ​ແບບ​ເສັ້ນ​ທາງ​​ທ່ຽວຊົມ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ 45 ສາຍ​ແລະ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ 30 ​ຄັ້ງ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ເພື່ອ​ໂຄ​ສະ​ນາ​ສະ​ພາບ​ການ​​ດຳ​ເນີນທຸ​ລະ​ກິດ​ຂອງ​ຊຽງ​ໄຮ​ຕື່ມ​ອີກ, ຊຸກ​ຍູ້​ເມືອງ​ຕ່າງໆ​ຂອງ​ຊຽງ​ໄຮ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ເຊື່ອມ​ຈອດ​ດ້ານ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ກັບ​ໜ່ວຍ​ງານ​ເສດ​ຖະ​ກິດ​ການ​ຄ້າ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

    ທ່ານ ຊຸ່ນ​ຊິ່ນ​ຮ​ວາ ຫົວ​ໜ້າ​ສູນ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ ກ່າວ​ວ່າ, ເສັ້ນ​ທາງ 45 ສາຍ​ແລະ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ 30 ​ຄັ້ງນັ້ນ ຈະພະ​ຍາ​ຍາມ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຜູ້​ລົງ​ທຶນດ້ານ​ຕ່າງໆ​ໃນ​ຂະ​ແໜງ​ການ​ທີ່​ຕ່າງ​ກັນ​, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ໃນ​ດ້ານ​ຊັບ​ພະ​ຍາ​ກອນ​ພິ​ເສດ​ໃນ​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຢູ່​ຊຽງ​ໄຮ​ນັ້ນ​ຢ່າງ​ເຕັມ​ສ່ວນ, ເຊິ່ງ​ຈະ​ໄດ້​ຈັດ​ວາງ​ແລະ​ອອກ​ແບບ​ຢ່າງ​ປາ​ນີດໃຫ້​ແກ່​ນັກ​ທຸ​ລະ​ກິດ​ທຸກ​ປະ​ເພດ​ທີ່​ເຂົ້າ​ຮ່ວມ​ງານ ໂດຍ​ໄດ້​ປົກ​ຄຸມຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ຜະ​ລິດ​ປັນ​ຍາປະ​ດິດ, ການ​ຄ້າ​ການ​ທະ​ນາ​ຄານ, ຫົວ​ຄິດ​ປະ​ດິ​ດ​ສ້າງ​ດ້ານ​ວັ​ດ​ທະ​ນະ​ທຳ, ສຸ​ຂະ​ພາບ​ແລະ​ອື່ນໆ.

    ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ 30 ຄັ້ງ​ດັ່ງ​ກ່າວ​ຈະ​ເລີ່ມ​ຈັດ​ຂຶ້ນ​ແຕ່​ເດືອນ​ຕຸ​ລານີ້​ເປັນ​ຕົ້ນ​ໄປ ຈົນ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ໜ້າ​ນີ້.

Not Found!(404)