ອ່ານ​ຂ່າວ​ລະ​ອຽດ APP

CRI ເຊີນ​ປະ​ກວດ​ຜົນ​ງານສື່​ກ່ຽວ​ກັບ “ຜະ​ລິດ​ຕະ​ພັນ​ນາໆ​ຊາດ” ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

CRI2018-10-12 14:40:43

ຈີນ​ຈະ​ຈັດ​ງານວ​າງ​ສະ​ແດງ​ສິ​ນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຊຽງ​ໄຮ້​ແຕ່​ວັນ​ທີ 5 ຫາ 9 ພະ​ຈິກ​ປີ​ນີ້. ​ໃນ​ໂອ​ກາດ​ນີ້, CRI  ຂໍ​ເຊີນ​ຊວນ​ບັນ​ດາ​ທ່ານ​ເຂົ້າ​ຮ່ວມ​ການ​ປະ​ກວດ​ບົດ​​ຄວາມ “ຜະ​ລິດ​ຕະ​ພັນ​ນາໆ​ຊາດ” ນຳ CRI ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

ທຸກ​ປະ​ເທດ​ຕ້ອງ​ມີ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ​ຕົນ. ປັດ​ຈຸ​ບັນ, ມີ​ຜະ​ລິດ​ຕະ​ພັນ​ຄຸນ​ນະ​ພາບ​ດີ​ໄດ້​ສົ່ງ​​ມາ​ເຖິງຈີນ​ແລ້ວ, ແຕ່​ຍັງ​ມີຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ດີ​ເດັ່ນ​ຍັງ​ບໍ່​ທັນ​ໄດ້​ມີ​ຊື່​ສຽງ​​ຢູ່​ຈີນ. ສະ​ນັ້ນ, ຈິ່ງ​ຂໍເຊີນ​ຊວນ​ບັນ​ດາ​ທ່ານ​ຈົ່ງ​ມາ​ໂຄ​ສະ​ນາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ປະ​ເທດ​ຕົນ​ຢູ່​ນຳ CRI. ທ່ານ​ສາ​ມາດ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ປະ​ເທດ​ຕົນ ດ້ວຍ​ການ​ອະ​ທິ​ບາຍ​ດ້ວຍ​ບົດ​ແລະ​ຮູບ, ວິ​ດີ​ໂອ​ສັ້ນ ຫຼື​ການ​ຖ່າຍ​ທອ​ດ​ສົດ ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ປະ​ເທດ​ພວກ​ທ່ານ​ນຳ​ CRI ດ້ວຍ​ລາຍ​ລະ​ອຽດ​ດັ່ງ​ນີ້:

ຖາມ: ຈະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໄດ້​ແນວ​ໃດ?

ຕອບ: ທ່ານ​ສາ​ມາດ​ສົ່ງ​ຜົນ​ງານ​ຂອງ​ທ່ານ​ເຂົ້າ​ອີ​ເມວ CRI ຄື laos@cri.com.cn, ຫຼື@ພວກ​ເຮົາ​ຢູ່​ຕາມ FACEBOOK ຄື @CRI-FM93.

ຖາມ: ຈະ​ໂຄ​ສະ​ນາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ປະ​ເພດ​ໃດ?

ຕອບ: ຕາມ​ທຳ​ມະດາ​ແລ້ວ, ພວກ​ເຮົາ​ຈະ​ບໍ່​ຈຳ​ກັດ​ປະ​ເພດ ແລະ ນ້ຳ​ໜັກ​ຂອງ​ຜະ​ລິດ​ຕະ​ພັນ. ທ່ານ​ສາ​ມາດ​ໂຄ​ສະ​ນາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ທຸກ​ປະ​ເພດ. ພວກ​ເຮົາ​ຍົກ​ຕົວ​ຢ່າງ​ເພື່ອ​ທ່ານ ຄື:

ເຄື່ອງ​ເອເລັກ​ໂຕຼນິກ, ເຄື່ອງ​ໃຊ້ໄຟ​ຟ້າ​​ໃນ​ເຮືອນ, ເສື້ອ​ຜ້າ​ອາ​ພອນ, ເຄື່ອງ​ບໍ​ລິ​ໂພກ​ປະ​ຈຳ​ວັນ, ລົດ​ຍົນ, ອຸ​ປະ​ກອນ​ສະ​ມາດ, ອາ​ຫານ​ການ​ກິນ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ອຸ​ປະ​ກອນ​ການ​ແພ​ດ, ການ​ຄ້າ​ບໍ​ລິ​ການ ເຫຼົ່າ​ນີ້​ເປັນ​ຕົ້ນ.

Not Found!(404)