ອ່ານ​ຂ່າວ​ລະ​ອຽດ APP

ຊຽງ​ໄຮ​ປັບ​ປຸງ​ວັນ​ພັກ​ລັດ​ຖະ​ການ​ສະ​ເພາະ​ໄລ​ຍະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

cri2018-10-12 16:00:06

 ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ​ແຕ່​ວັນ​ທີ 5 -10 ພະ​ຈິກ​ໜ້າ​ນີ້ ເຊິ່ງ​ເປັນ​ງານ​ວາ​ງ​ສະ​ແດງ​​ລະ​ດັບ​ຊາດ​ທີ່​ເນັ້ນ​ສະ​ເພາະສິນ​ຄ້າ​ນຳ​ເຂົ້າ​​ຄັ້ງທຳ​ອິດ​ຂອງ​ໂລກ. ອົງ​ການ​ປົກ​ຄອງ​ກຳ​ແພ​ງ​ນະ​ຄອນ​ຊຽງ​ໄຮ​ໄດ້​ອອກ​ແຈ້ງ​ການ​ວ່າ​ດ້ວຍ​ການ​ປັບ​ປຸງວັນ​ພັກ​ລັດ​ຖະ​ການ​ສະ​ເພາະ​ໄລ​ຍະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ ເພື່ອ​ຮັບ​ປະ​ກັນ​ໃຫ້​ພິ​ທີ​ເປີດ​ງານ​ແລະ​ກິດ​ຈະ​ກຳ​ສຳ​ຄັນ​ຕ່າງ​ໆດຳ​ເນີນ​ໄປ​ດ້ວຍ​ດີ ແລະ​​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ໃນ​ທົ່ວ​ເມືອງ​ໃຫ້​ໜ້ອຍ​ລົງ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້.
 

 ແຈ້ງ​ການ​ດັ່ງ​ກ່າວລະ​ບຸ​ວ່າ: ​ປັບ​ປຸງ ວັນ​​ຈັນ ທີ 5 ພະ​ຈິກ ໃຫ້​ເປັນ​ວັນ​ພັກ, ທັງ​ຈັດ​ເອົາ​ວັນ​ເສົາ ທີ 3 ພະ​ຈິກ​ເປັນ​ມື້​ເຮັດ​ວຽກ​ລັດ​ຖະ​ການ​ທົດ​ແທນ; ປັບ​ປຸງ ວັນ​ອັງ​ຄານ ທີ 6 ພະ​ຈິກ​ເປັນ​ວັນ​ພັກ ແລະ​ຈັດ​ເອົາ​ວັນ​ອາ​ທິດ ທີ 11 ພະ​ຈິກ​ເປັນ​ມື້​ເຮັດ​ວຽກ​ລັດ​ຖະ​ການ​ທົດ​ແທນ. ສ່ວນ​ສະ​ຖາ​ບັນຫຼັກ​ຊັບ​ຈະ​​ເປີດ​ບໍ​ລິ​ການ​ຕາ​ມ​ປົກ​ກະ​ຕິ​ໂດຍ​ບໍ່​ໄດ້​ປັບ​ປຸງວັນ​ພັກ. ວິ​ສາ​ຫະ​ກິດ​ແລະ​ໜ່ວຍ​ງານ​ອື່ນ​ໆ​ສາ​ມາດ​ຈັດ​ວາງວັນ​ພັກ​ດ້ວຍ​ຕົນ​ເອງ​ຕາມ​ຄວາມ​ເໝາະ​ສົມ.

Not Found!(404)