ອ່ານ​ຂ່າວ​ລະ​ອຽດ APP

ທ່ານ​ສີ​ຈິ້ນ​ຜິງ ໃຫ້​ຄຳ​ເຫັນ​ຊີ້​ນຳສຳ​ຄັນ​ຕໍ່​ວຽກ​ງານ​ຫຼຸດ​ຜ່​ອນ​ຄວາມ​ທຸກ​ຍາກ

cri2018-10-17 16:03:11

ໃນ​ໂອ​ກາດ​ວັນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແຫ່ງ​ຊາດ​ຄັ້ງ​ທີ 5 ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນໄດ້​​ໃຫ້​ຄຳ​ເຫັນ​ຊີ້​ນຳສຳ​ຄັນ​ຕໍ່​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ກ່າວ​ວ່າ, 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ແມ່ນ 40 ປີ​ທີ່​ຈີນ​​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທື່ອ​ລະ​ກ້າວ. ການ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ທີ່​ດຳ​ເນີນ​​ມາເປັນ​ໄລ​ຍະ​ເວ​ລາ 40 ປີ, ເຮັດ​ໃຫ້​ປະ​ຊາ​ກອນ 700 ລ້ານກວ່າ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ໄດ້​ສ້າງ​ຄວາມ​ອັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ຂອງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ.

ທ່​ານ​ສີ​ຈິ້ນ​ຜິງ ​ກ່າວ​ວ່າ, ​ຂໍ​ພຽງ​ແຕ່​ເຂດ​ຕ່າງໆ​ແລະ​ພາກ​ສ່ວນ​ຕ່າງໆ​ມີ​ຄວາມ​ຮັບ​ຜິດ​ຊອບ, ເຮັດ​ແທ້​ທຳ​ຈິງ, ​ຂໍ​ພຽງ​ແຕ່​ພະ​ນັກ​ງານ​ລັດແລະ​ປະ​ຊາ​ຊົນ​ຂອງ​ເຂດ​ທຸກ​ຍາກ​ສືບ​ຕໍ່​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ຄວາມ​ກ້າວ​ໜ້າ, ​ຂໍ​ພຽງ​ແຕ່​ທົ່ວ​ພັກ, ປະ​ຊາ​ຊົນ​​ບັນ​ດາ​ເຜົ່າຂອງ​ທົ່ວ​ປະ​ເທດ​ຮ່ວມ​ຈິດ​ຮ່ວມ​ໃຈ, ​ພະ​ຍາ​ຍາມເຮັດ​ວຽກ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ, ກໍ​​ຈະສາ​ມາດ​​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​​ບັ້ນ​ຮົບ​ຫຼຸດ​​ຜ່ອນຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ​ແນ່ນອນ.

Not Found!(404)