ອ່ານ​ຂ່າວ​ລະ​ອຽດ APP

ວິ​ສາ​ຫະ​ກິດ​ສິງ​ກະ​ໂປຫຼາຍກວ່າ 80 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນຊຽງ​ໄຮ

cri2018-10-17 16:17:01

    ສະ​ຫະ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງ​ກະ​ໂປ​ແຈ້ງ​ໃຫ້​ຮູ້​ວ່າ, ຈະ​ມີ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປຫຼາຍກວ່າ 80 ແຫ່ງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ເດືອນ​ພະ​ຈິກ​ໜ້ານີ້, ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ ນອກ​ຈາກ​ຈະ​ໄປ​ສະ​ແຫວງ​ຫາ​ໂອ​ກາດ​ໃໝ່​ຂອງ​ຕະຫຼາດ​ຈີນ​ແລ້ວ, ຍັງ​ຈະ​ຕັ້ງ​ໜ້າ​ຊອກ​ຫາ​ຄູ່​ຮ່ວມ​ຈີນ​ທີ່​ເໝາະ​ສົມ ເພື່ອ​ບຸກ​ເບີກ​ຕະຫຼາດ​ໂລກ​ຮ່ວມ​ກັນ.

    ສະ​ຫ​ະ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ການ​ຄ້​າ​ສິງ​ກະ​ໂປ​ແຈ້ງ​ໃຫ້​ຮູ້​ຢູ່​ຊຽງ​ໄຮ​ວ່າ: ວິ​ສາ​ຫະ​ກິດ​ສິງ​ກະ​ໂປເຫຼົ່າ​ນີ້ ຈະ​ເຂົ້າ​ຮ່ວ​ມ​ງານ​ວາງ​ສະ​ແດງຢູ່​ເຂດ​ວາງ​ສ​ະ​ແດງ​ການ​ຄ້າ​ບໍ​ລິ​ການ, ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ​ອຸ​ປະ​ກອນ​ສະ​ມາດ​​ຂັ້ນ​ສູງ, ໃນ​ນັ້ນ, ຢູ່​ເຂດ​ວາງ​ສະ​ແດງ​ການ​ຄ້າ​ບໍ​ລິ​ການ ຈະ​ມີ​ເນື້ອ​ທີ່​ວາງ​ສະ​ແດງ ກວ້າງກວ່າ 1.000 ຕາ​ແມັດ ເພື່ອ​ໂຮມ​ສູນ​ວາງ​ສະ​ແດງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ, ຄົມ​ມະ​ນາ​ຄົມ, ການ​ທະ​ນາ​ຄານ, ການ​ສຶກ​ສາ, ການ​ປິ່ນ​ປົວ​ພະ​ຍາດ ແລະ​ຂະ​ແໜງ​ການ​ອື່ນໆ​ຂອງ​ປະ​ເທດ​ຕົນ.

Not Found!(404)