ອ່ານ​ຂ່າວ​ລະ​ອຽດ APP

ນະ​ໂຍ​ບາຍ​ປະ​ຕິ​ຮູບແລະໄຂ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ​ໃນ​ສາຍ​ຕາ​ຂອງ​ນັກ​ການ​ເມືອງ​ຕ່າງ​ປະ​ເທດ-4

cri2018-10-25 15:12:40

ວັນ​ທີ 27 ພຶດ​ສະ​ພາ 2018 ໄດ້​ໄຂ​ກອງ​ປະ​ຊຸມ​ສົ​ນ​ທະ​ນາ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ-ພັກ​ການ​ເມືອງ​ຂອງ​ທົ່ວ​ໂລກ ເຊິ່ງ​ບັນ​ດາ​ນັກ​ການ​ເມືອງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ, ເພື່ອ​ຮ່ວມ​ກິດ​ຈະ​ກຳ​ເຜີຍ​ແຜ່​ໂຄ​ສະ​ນາ​ທີ່​ມີ​ຫົວ​ເລື່ອງວ່າ: ​ເລື່ອງ​ກ່ຽວ​ກັບ​ພັກ​ກອມ​ມູ​ນິດ​ຈີນ----ພຶດ​ຕິ​ກຳ​ຢູ່ກວາງ​ຕຸ້ງ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ໂດຍ​ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕຸ​ສູ່​ພາຍນອກ​ແມ່ນ​ມາດ​ຕະ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຕັດ​ສິນ​ໂຊກ​ຊາ​ຕາ​ຂອງ​ຈີນ​ໃນ​ສະ​ໄໝ​ປະ​ຈຸ​ບັນ. ນະ​ຄອນ​ເຊີນ​ເຈິ້ນເປັນ​ພາບ​ຫຍໍ້​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ການ​ດຳ​ເນີນ​ການ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາ​ຍອນກ​ຂອງ​ຈີນ​ໃນ​ຕະ​ຫຼອດ 40 ປີ​ມານີ້ ​ຈາກ​ບ້ານ​ຫາ​ປາ​ນ້ອຍໆ​ແຫ່ງ​ໜຶ່ງ​ ໄດ້ກາຍ​ເປັນ​ຕົວ​ເມືອງ​ທັນ​ສະ​ໄໝ​ໃນ​ສາ​ກົນ ຖື​ເປັນ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນ​ຫຼັງ​ມື, ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ກິດ​ຈະ​ກຳ​ດັ່ງ​ກ່າວ.

ບັນ​ດາ​ນັກ​ການ​ເມືອງ​ທີ່​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ຕີ​ລາ​ຄາ​ເປັນ​ຢ່າງ​ດີ​ຕໍ່​ຜັນ​ງານ​ທີ່​ໃຫຍ່​ຫຼວງ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ດຳ​ນ​ເນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ, ແລະ​ສະ​ແດງ​ຄວມມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ທ້ອງ​ຖີ່ນ​ຕ່າງໆ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮຽນ​ແລະ​ຖອດ​ຖ​ອນ​ເອົາ​ບົດ​ຮຽນ​ຂອງ​ຈີນ, ແຜນ​ການ​ພັດ​ທ​ະ​ນາ​ຂອງ​ຈີນ ແລະເສັ້ນ​ທາງ​ຂອງ​ຈີນ.

ລາຍ​ການວີ​ດີ​ໂອ​ສີ່​ຕອນ​ທີ່​ຈະ​ນຳ​ມາ​ໃຫ້​ທ່ານ​ໄດ້​ຊົມ​ນັ້ນ ໄດ້​ເລືອກ​ເອົາເລື່ອງ​ຢ້ຽມ​ຢາມສຳ​ຫຼວດ​ຢູ່​ນະ​ຄອນ​ເຊີນ​ເຈີ້ນ​ຂອງ​ນັກ​ການ​ເມືອງ​ສີ່​ທ່ານ​ຈາກ​ສີ່​ປະ​ເທດ ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ຂອງ​ຈີນ​ນັບ​ແຕ່​ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ.

Not Found!(404)