ອ່ານ​ຂ່າວ​ລະ​ອຽດ APP

ໄຂ​ກອງ​ປະ​ຊຸມ​ໂຕະ​ມົນ​ຂອງ​ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ

cri2018-10-26 15:05:18

ຕາມ​ຂ່າວ CRI: ວັນ​ທີ 25 ຕຸ​ລານີ້ ​ກອງ​ປະ​ຊຸມ​ໂຕະ​ມົນ​ຂອງ​ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ 2018 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ ສ​ປ ຈີນ ພາຍ​ໃຕ້​ຫົວ​ຂໍ້​ຫຼັກ: ເສີມ​ສ້າງ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ ຮ່ວມ​ກັນ​ສ້າງ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ດ້ານ​ສິນ​ລະ​ປະ. ຜູ້​ຕາງ​ໜ້າ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ, ສູນ​ພັດ​ທະ​ນາ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ​ອາ​ຊຽນ, ກະ​ຊວງ​ຖະ​ແຫຼງ​ຂ່າ ວ​ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ ສ​ປ​ປ ລາວ ແລະ​ພະ​ແນກ​ສຶກ​ສາ​ທິ​ການ​ເຂດກວາງ​ຊີ​ພ້ອມ​ກັບ​ເຈົ້າ​ນ​ໜ້າ​ທີ່​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​ຂອງ​ຈ​ຕີນ​ແລະ​ອາ​ຊຽນ, ໂຮງ​ຮຽນ​ວິ​ຈິດ​ສິນ 7 ແຫ່ງ​ຂອງ​ຈີນ, ໂຮງ​ຮຽນ​ວິ​ຈິດ​ສິນ 15 ແຫ່ງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ, ກໍ່​ຄື ຄະ​ນະ​ສິນ​ລະ​ປະ​ຈາກບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

图片默认标题_fororder_校长会1
(ໄຂ​ກອງ​ປະ​ຊຸມ​ໂຕະ​ມົນ​ຂອງ​ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ)

ໃນ​ເວ​ລາ​ກ່າວ​ຄຳ​ເຫັນ, ທ່ານ​ເຫີ​ຢາ​ເວນ ຫົວ​ໜ້າ​ພະ​ແນກ​ການ​ສຶກ​ສາ​ຂອງ​ກົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ສຶກ​ສາ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​ຈີນ​ຊີ້​ອອກວ່າ, ຢູ່​ຕໍ່​ໜ້າ​ໂອ​ກາດ​ໃໝ່​ໃນ​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ, ຢູ່​ຕໍ່​ໜ້າ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສັດ​ຕະ​ວັດ​ທີ 21, ອົງ​ການ​ຈັດ​ຕັ້ງ​ວັດ​ທະ​ນະ​ທຳ​ຈີນ​ແລະ​ອາ​ຊຽນ​ຄວນ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ຕື່ມ​ອີກ ເພື່ອ​ສ້າງ​ກາ​ນ​ພົວ​ພັນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ຜູ້​ຕາງ​ຈາກ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​ລາວ​ໄດ້​ກ່າວ​ຄຳ​ເຫັນ ໂດຍ​ຊີ້​ອອກວ່າ, ໂຮງ​ຮຽນ​ວິ​ຈິດ​ສິນ​ຂອງ​ຈີນ​ສາ​ມາດ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ໂດຍ​ຜ່ານ​ສະ​ຫະ​ພັນ​ໂຮງ​ຮຽນ​ວິ​ຈິດ​ສິນ​ຈີນ-ອາ​ຊຽນ, ໂຮງ​ຮຽນ​ວິ​ຈິດ​ສິນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກຳ​ສາ​ມາດ​ແນະ​ນຳ​ໃຫ້​ຈີນ​ຮູ້​ກ່ຽວ​ກັບ​ແນວ​ຄິດ ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕົນ​ເຊັ່ນ​ກັນ. ໃນ​ຕໍ່​ໜ້ານີ້ ພາກ​ສ່ວນ​ວັດ​ທະ​ນະ​ທຳ​ ແລະ​ໂຮງ​ຮຽນ​ວິ​ຈິດ​ສິນ​ຂອງ​ລາວ​ຈະ​ຮ່ວມ​ກັບ​ຈີນ​ຈັດ​ຊຸດ​ຝຶກ​ອົບ​ຮົມ​ໄລ​ຍະ​ສັ້ນ​ແລະ​ຍາວ, ຮ່ວມ​ກັນ​ບົ່ມ​ສ້າງ​ຄວາມ​ສາ​ມາດ​ຂອງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ວຍ​ຮູບ​ການ​ທີ່​ແລກ​ປ່ຽນ​ກັນ​ດ້ານ​ເຕັກ​ນິກ.

ທ່ານ​ໂລ​ຢ້າວກວງ ຫົວ​ໜ້າ​​ຫ້ອງ​ການພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ພະ​ແນກສຶກ​ສາ​ທິ​ການ​ເຂດກວາງ​ຊີ​ຊີ້​ອອກວ່າ, ພະ​ແນກ​ສຶກ​ສາ​ທີ​ການ​ຂອງກວາງ​ຊີ​ສຸດ​ທິ​ເອົາ​ໃຈ​ໃສ່​ນຳ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ສະ​ຖາ​ບັນ​ວິ​ຈິດ​ສິນ​ກວາງ​ຊີ​ມີ​ຄວາມ​ສາ​ມາດ​ສູງ, ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ດ້ານ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງກວາງ​ຊີ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ດ້ານ​ການ​ສຶກ​ສາ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​ຊັ້ນ​ສູງ. ພະ​ແນກ​ສຶກ​ສາ​ທິ​ການກວາງ​ຊີ​ຈະ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເປັນ​ສູນ​ຝຶກ​ອົບ​ຮົມ​ສິນ​ລະ​ປະ​ຈີນ-ອາ​ຊຽນ, ເພື່ອ​ໃຫ້​ກາຍ​ເປັນ​ແຫຼ່ງ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ສາ​ກົນ​ລະ​ຫວ່າ​ງ​ຈີນ-ອາ​ຊຽນ.

图片默认标题_fororder_校长会2
(ທ່ານ​ຊ້າຍ​ຊາງ​ໂຈ ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ)

ທ່ານ​ຊ້າຍ​ຊາງ​ໂຈ ເລ​ຂາ​ຄະ​ນະ​ພັກ​ສະ​ຖາ​ບັນ​ວິ​ຈິດ​ສິນກວາງ​ຊີ​ໄດ້ຊີ້​ອອກວ່າ, ຢູ່​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຫຼາຍ​ດ້ານ​ໜ້າ​ຈະ​ຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ​ຖອດ​ຖອນ​ບົດ​ຮຽນ​ກັນ, ແລະ​ກໍ​ມີ​ຫຼາ​ຍ​ຂົງ​ເຂດ​ທີ່​ສາ​ມາດ​ລົງ​ເລິກ​ການ​ຮ່ວມມ​ແລະ​ຄົ້ນ​ຄວ້າ​ນຳ​ກັນ.

ທ່ານ​ຈັນ​ທະ​ວີ ສຸ​ເຈຍ​ພະ​ນົງ ຫົວ​ໜ້າ​ສູນ​ການ​ພັດ​ທະ​ນາ​ການ​ສຶ​ກ​ສາ​ລະ​ດັບ​ສູງ​ຂອງ​ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ​ຂອງ​ອາ​ຊຽນ​ໄດ້​ສະ​ຫຼຸບ​ໃນ​ກອງ​ປະ​ຊຸມ ໂດຍ​ຊີ້​ອອກວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່​ໃນ​ປະ​ຈຸ​ບັນ, ຈີນ​ແລະ​ອາ​ຊຽນ​ມີ​ຄວາມ​ຈຳ​ເຫັນ​ທີ່​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ສິນ​ລະ​ປະ​ລະ​ຫວ່າງ​ກັນ, ເພີ່ມ​ທວະ​ການ​ຮ່ວມ​ມື​ແລະ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສິນ​ລ​ປະ​ປະ​ແລະ​ວິ​ຊາ​ການ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຖອດ​ຖອນ​ບົດ​ຮຽ​ນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຊົນ​ຊາດ​ທີ່​ຕ່າງ​ກັນ​ແລະ​ພາ​ສາ​ທີ່​ຕ່າງ​ກັນ.

图片默认标题_fororder_校长会3
(ຜູ້6າງ​ໜ້າ​ບ​ຼູ​ໄນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ)

​ຜູ້ຕາງ​ໜ້າ​ຕ່າງໆຈາກ​ພາກ​ສ່ວນ​ຕ່າງໆ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນກັນ ໂດຍ​ເຫັນ​ວ່າ, ຄວນ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ສິນ​ລະ​ປະ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີ​ຄວາມ​ຫຼາກ​ຫຼາຍ​ຂຶ້ນ​ຕື່ມ ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ,ຊຸກ​ຍູ້​ຂົງ​ເຂດ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ​ແລະ​ສິນ​ລະ​ປະ​ມີ​ການ​ຮ່ວມ​ມື​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ​ແລະ​ກັນ, ຄວນ​ຕອບ​ສະ​ໜອງ​ການ​ຮຽກ​ຮ້ອງ​ຂອງ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ​ໃນ​ຂອບ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ດ້ານ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ແລະ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ.

Not Found!(404)