ອ່ານ​ຂ່າວ​ລະ​ອຽດ APP

ກອງ​ປະ​ຊຸມ​ສຳ​ມະ​ນາ​ຈີນ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກຄົບ​ຮອບ 40 ປີ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ

cri2018-10-31 10:59:08

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ພາຍ​ໃ​ຕ້​ຫົວ​ຂໍ້ “ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ: ທົບ​ທວນ​ແລະ​ວິ​ໄສ​ທັດ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ປະ​ເທດ​ຫວຽດ​ນາມ​ໃນ​ວັນ​ທີ 30 ຕຸ​ລາ​ນີ້, ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຈີນ​ແລະ​ຫວຽດ​ນາມ​ໄດ້​ແລກ​ປ່ຽ​ນ​ແລະ​ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສອງ​ປະ​ເທດ.
 

 ທ່ານ​ຫງວຽນ​ກວາງ​ຕວນ ປະ​ທານ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ກ່າວ​ວ່າ: ​ຜ່ານ​​ໄລ​ຍະການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ, ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ດ້ານ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ເຊື່ອ​ໝັ້ນ​ວ່າ ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ເມື່ອ​ຮອດ​ປີ 2035​ໃຫ້ບັນ​ລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ສັງ​ຄົມ​ນິ​ຍົມ​ໂດຍ​ພື້ນ​ຖານ, ຮອດ​ກາງ​ສະ​ຕະ​ວັດ​ທີ 21 ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ເຂັ້ມ​ແຂງ. ​ການຫວຽດ​ນາມ-ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ນັ້ນ​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ດ້ານ​ທິດ​ສະ​ດີ​ແລະ​​ການ​ປະ​ຕິ​ບັດຕົວ​ຈິງ​ໃນການ​ຊຸກ​ຍູ້​ພາ​ລະ​ກິດ​ປະ​ຕິ​ຮູບ​ແລະ​ປ່ຽນ​ແປງ​ໃໝ່​ຕື່ມ​ອີກ.
 

 ກອງ​ປະ​ຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ແລະ​ສະ​ຖາ​ບັນ​ຈີນ​ຂຶ້ນ​ກັບສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຮ່ວມ, ພະ​ນັກ​ງານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​, ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຈີນ​ແລະ​ຫວຽດ​ນາມ​ແລະ​ແຂກ​ຖືກ​ເຊີນ​ທ່ານ​ອື່ນໆ​ປະ​ມານ 100 ຄົນ​ເຂົ້າ​ຮ່ວມ.

Not Found!(404)