ວັນທີ 5 ພະຈິກນີ້, ຢູ່ກຳແພງນະຄອນຊຽງໄຮ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດ ແລະໄດ້ກ່າວປາໄສພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງເສດຖະກິດໂລກແບບເປີດປະຕູທີ່ປະດິດສ້າງໃໝ່ແລະກວມລວມ”.
ທ່ານ ສີຈິ້ນຜິງ ໄດ້ຕາງໜ້າລັດຖະບານແລະປະຊາຊົນຈີນ ແລະໃນນາມສ່ວນຕົວ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ວິສາຫະກິດຫຼາຍກວ່າ 3.600 ແຫ່ງຈາກ 172 ປະເທດ, ເຂດແຄວ້ນແລະອົງການຈັດຕັ້ງສາກົນທີ່ມາຮ່ວມງານຄັ້ງນີ້, ໂດຍທ່ານກ່າວວ່າ: ຍິນດີຕ້ອນຮັບເພື່ອນມິດບັນດາປະເທດຈົ່ງກຳແໜ້ນໂອກາດການພັດທະນາຂອງຈີນ, ລົງເລິກການຮ່ວມມືທາງເສດຖະກິດການຄ້າລະຫວ່າງຊາດ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງແລະກ້າວໜ້າຮ່ວມກັນ.
ຄາດວ່າ ຈະມີນັກທຸລະກິດຫຼາຍກວ່າ 4 ແສນຄົນຂອງຈີນແລະຕ່າງປະເທດມາພົບປະປຶກສາຫາລືແລະຈັດຊື້ສິນຄ້າໃນງານວາງສະແດງຄັ້ງນີ້.
ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວຢູ່ນະຄອນຊຽງໄຮວ່າ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນງານວາງສະແດງລະດັບຊາດທີ່ເນັ້ນຫົວຂໍ້ນຳເຂົ້າແຫ່ງທຳອິດໃນໂລກ, ແມ່ນການປະດິດສ້າງໃໝ່ສຳຄັນຄັ້ງໜຶ່ງໃນປະຫວັດສາດແຫ່ງການພັດທະນາການຄ້າສາກົນ.
ທ່ານສີຈິ້ນຜິງ ເຫັນວ່າ, ການທີ່ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນນະໂຍບາຍສຳຄັນທີ່ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກຂຶ້ນສູ່ລະດັບສູງຮອບໃໝ່, ແມ່ນມາດຕະການສຳຄັນທີ່ຈີນເປີດຕະຫຼາດສູ່ໂລກຢ່າງເປັນເຈົ້າການ. ທັງໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງຈີນທີ່ສະໜັບສະໜູນລະບົບການຄ້າຫຼາຍຝ່າຍແລະຊຸກຍູ້ການຄ້າເສລີ, ແມ່ນການກະທຳທີ່ແທ້ຈິງຂອງຈີນເພື່ອຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູແລະສະໜັບສະໜູນເສດຖະກິດໂລກາພິວັດ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ,ເສດຖະກິດໂລກໄດ້ມີການປັບປຸງຢ່າງເລິກເຊິ່ງ,ລັດທິປົກປ້ອງແລະລັດທິຝ່າຍດຽວຟື້ນຄືນ,ເສດຖະກິດໂລກາພິວັດປະສົບຄວາມຫຍຸ້ງຍາກ,ລັດທິຫຼາຍຝ່າຍແລະລະບົບການຄ້າເສລີໄດ້ຮັບຜົນກະທົບ,ປັດໄຈທີ່ບໍ່ແນ່ນອນຍັງມີຫຼາຍ.ພວກເຮົາຄວນກຳກົດເກນ,ຮັບຮູ້ສະພາບການລວມຢ່າງຈະແຈ້ງ,ມີຄວາມໝັ້ນໃຈຕໍ່ການຮ່ວມມືແບບເປີດປະຕູຢ່າງເດັດດ່ຽວໜຽວແໜ້ນ,ຮ່ວມກັນຮັບມືກັບຄວາມສ່ຽງແລະສິ່ງທ້າທາຍ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ເສດຖະກິດໂລກາພິວັດແມ່ນຂະບວນວິວັດໃນປະຫວັດສາດທີ່ບໍ່ສາມາດປ່ຽນແປງໄດ້,ການຮ່ວມມືແບບເປີດປະຕູແມ່ນພະລັງແຮງທີ່ສຳຄັນໃນການເພີ່ມທະວີຄວາມມີຊີວິດຊີວາຂອງເສດຖະກິດການຄ້າສາກົນ,ແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງໃນການຊຸກຍູ້ເສດຖະກິດໂລກໃຫ້ຟື້ນຄືນຢ່າງໝັ້ນທ່ຽງ,ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃນການຊຸກຍູ້ສັງຄົມມະນຸດໃຫ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ທ່ານສີຈິ້ນຜິງ ຮຽກຮ້ອງໃຫ້ບັນດາປະເທດຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະເຊື່ອມໂຍງເຂົ້າກັນ, ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຍຶດໝັ້ນການພັດທະນາທີ່ນຳພາໂດຍການປະດິດສ້າງໃໝ່, ເລັ່ງລັດສ້າງພະລັງແຮງຊຸກດັນໃໝ່ປ່ຽນແທນພະລັງແຮງເກົ່າທີ່ຫຼ້າຫຼັງ; ຍຶດໝັ້ນການໂອບເອື້ອອາລີ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພັດທະນາຮ່ວມກັນ.
ທ່ານສີຈິ້ນຜິງກ່າວວ່າ: ບັນດາປະເທດຄວນຄັດຄ້ານລັດທິປົກປ້ອງ ແລະລັດທິຝ່າຍດຽວຢ່າງເດັດດ່ຽວໜຽວແໜ້ນ, ຍົກສູງລະດັບການເປີດປະຕູຂອງລັດທິຫຼາຍຝ່າຍ ແລະສອງຝ່າຍ, ຊຸກຍູ້ເສດຖະກິດບັນດາປະເທດເຊື່ອມໂຍງເຊື່ອມຈອດເຂົ້າກັນ, ຮ່ວມກັນສ້າງເສດຖະກິດໂລກແບບເປີດປະຕູ; ເພີ່ມທະວີການປະສານງານດ້ານນະໂຍບາຍເສດຖະກິດມະຫາພາກ, ຫຼຸດຜ່ອນຜົນສະທ້ອນທາງລົບຕໍ່ພາຍນອກໃຫ້ໜ້ອຍລົງ; ຊຸກຍູ້ການສ້າງລະບົບເສດຖະກິດ-ການຄ້າສາກົນທີ່ເປັນທຳ, ສົມເຫດສົມຜົນ ແລະໂປ່ງໃສ, ຊຸກຍູ້ການຄ້າ ແລະການລົງທຶນຢ່າງເສລີ ແລະສະດວກ, ສົ່ງເສີມເສດຖະກິດໂລກໃຫ້ເປີດປະຕູສູ່ພາຍນອກ, ແລກປ່ຽນ ແລະເຊື່ອມໂຍງເຂົ້າກັນຕື່ມອີກ.
ທ່ານກ່າວຕື່ມວ່າ: ບັນດາປະເທດຄວນກຳແໜ້ນກາລະໂອກາດການປະຕິວັດທາງວິທະຍາສາດເຕັກນິກ ແລະປະຕິວັດດ້ານອຸດສາຫະກຳຮອບໃໝ່, ເພີ່ມທະວີການຮ່ວມມືໃນຂົງເຂດເຕັກນິກກ້າວໜ້າ ຄື: ເສດຖະກິດດີຈີຕອນ, ປັນຍາປະດິດ, ເຕັກໂນໂລຊີນາໂນແມັດ ແລະອື່ນໆ, ຮ່ວມກັນສ້າງເຕັກນິກໃໝ່, ຂະແໜງການໃໝ່, ສະພາບການໃໝ່ ແລະຮູບແບບໃໝ່.
ທ່ານເນັ້ນໜັກວ່າ: ປັດຈຸບັນນີ້, ເສດຖະກິດໂລກາພິວັດພັດທະນາຢ່າງເລິກເຊິ່ງ, ຖ້າຫາກຍັງມີລັກສະນະປາໃຫຍ່ກິນປານ້ອຍ ປານ້ອຍກິນປາຊິວຈະຕ້ອງໄປພໍ້ທາງຕັນ, ພຽງແຕ່ຍຶດໝັ້ນການໂອບເອື້ອອາລີ ແລະຊ່ວຍຊູຍູ້ໜູນກັນໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດຈຶ່ງສາມາດກ້າວເດີນໄປໃນທິດທາງທີ່ຖືກຕ້ອງໄດ້.
ທ່ານ ສີຈິ້ນຜິງ ກ່າວວ່າ: ນັບແຕ່ປະຕິຮູບແລະເປີດປະຕູສູ່ໂລກພາຍນອກເປັນເວລາ 40 ປີມານີ້, ຈີນໄດ້ຍຶດໝັ້ນການກໍ່ສ້າງເສດຖະກິດແບບເປີດປະຕູ, ບັນລຸການຫັນປ່ຽນທີ່ຍິ່ງໃຫຍ່ຄັ້ງປະຫວັດສາດ ຈາກການປິດປະຕູແລະປິດປະຕູເຄິ່ງໜຶ່ງກາຍເປັນການເປີດປະຕູຢ່າງຮອບດ້ານ, ພ້ອມທັງໄດ້ເປີດປະຕູໃຫ້ກວ້າງອອກຢ່າງບໍ່ຢຸດຢັ້ງ, ໂດຍໄດ້ພັດທະນາຕົນເອງແລະສ້າງຄວາມຜາສຸກໃຫ້ແກ່ໂລກ. ຈີນຈະບໍ່ຢຸດຢັ້ງການດຳເນີນງານໃນ 3 ດ້ານຄື: ຊຸກຍູ້ການເປີດປະຕູໃນລະດັບສູງກວ່າເກົ່າ, ການສ້າງເສດຖະກິດໂລກແບບເປີດປະຕູ ແລະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານ ເນັ້ນໜັກວ່າ: ຈີນຈະເດັດດ່ຽວປະຕິບັດຍຸດທະສາດເປີດປະຕູແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈະເປັນຜູ້ຊຸກຍູ້ການເປີດປະຕູຮ່ວມກັນທີ່ສຳຄັນຂອງໂລກ, ເປັນແຫຼ່ງກຳເນີດຂອງພະລັງແຮງທີ່ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕຢ່າງໜັກແໜ້ນ, ເປັນຕະຫຼາດໃຫຍ່ທີ່ມີພະລັງຊີວິດສຳລັບບັນດາປະເທດໃນການບຸກເບີກໂອກາດການຄ້າ ແລະເປັນຜູ້ປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການປະຕິຮູບການບໍລິຫານໂລກ.
ທ່ານສີຈິ້ນຜິງ ກ່າວວ່າ: ຄາດວ່າໃນ 15 ປີຂ້າງໜ້ານີ້, ຈີນຈະນຳເຂົ້າສິນຄ້າຫຼາຍກວ່າ 30.000 ຕື້ໂດລາສະຫະລັດ ແລະ ນຳເຂົ້າການບໍລິການຫຼາຍກວ່າ 10.000 ຕື້ໂດລາສະຫະລັດ. ຈີນຈະສຸມກຳລັງແຮງຫຼາຍກວ່າເກົ່າໃນການສົ່ງເສີມການເປີດປະຕູສູ່ພາຍນອກໃຫ້ກວ້າງຂວາງກວ່າເກົ່າ ໂດຍຈັດຕັ້ງປະຕິບັດໃນ 5 ດ້ານ ຄື: ກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງການນຳເຂົ້າ, ຜ່ອນຄາຍເງື່ອນໄຂຕໍ່ການເຂົ້າສູ່ຕະຫຼາດຈີນຢ່າງຕໍ່ເນື່ອງ, ສ້າງສະພາບແວດລ້ອມການດຳເນີນທຸລະກິດລະດັບໜຶ່ງຂອງໂລກ, ສ້າງຈຸດຍຸດທະສາດໃໝ່ແຫ່ງການເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍແລະສອງຝ່າຍໃຫ້ພັດທະນາເຂົ້າສູ່ລວງເລິກ.
ມາດຕະການເຫຼົ່ານີ້ຍັງລວມທັງ ຈີນຈະປັບຫຼຸດພາສີໃຫ້ຕ່ຳລົງອີກ, ຫຼຸດຜ່ອນຕົ້ນທຶນທາງດ້ານລະບຽບການໃນຂອດການນຳເຂົ້າ, ເລັ່ງພັດທະນາຂະແໜງການທີ່ປາກົດຂຶ້ນໃໝ່ແລະຮູບແບບໃໝ່ ເຊັ່ນ: ການຄ້າເອເລັກໂຕຣນິກຂ້າມຊາດເປັນຕົ້ນ; ເປີດກວ້າງການເປີດປະຕູຂະແໜງການທະນາຄານຢ່າງໝັ້ນທ່ຽງ, ສົ່ງເສີມການເປີດປະຕູຂະແໜງການບໍລິການຢ່າງຕໍ່ເນື່ອງ, ຜ່ອນຄາຍການຈຳກັດອັດຕາການຖືຫຸ້ນຂອງທຶນຕ່າງປະເທດໃນຂົງເຂດການສຶກສາ, ການປິ່ນປົວສຸຂະພາບແລະອື່ນໆ.
ທ່ານສີຈິ້ນຜິງ ກ່າວຕື່ມວ່າ: ຈີນຍິນດີຊຸກຍູ້ໃຫ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນບັນລຸໂດຍໄວ ລວມທັງເລັ່ງລັດການຊຸກຍູ້ການເຈລະຈາສັນຍາການລົງທຶນລະຫວ່າງຈີນ-ເອີຣົບ ແລະ ເລັ່ງລັດຂະບວນການເຈລະຈາເຂດການຄ້າເສລີຈີນ-ຍີ່ປຸ່ນ-ສ.ເກົາຫຼີອີກດ້ວຍ.
ທ່ານສີຈີ້ນຜິງ, ກ່າວວ່າ, ເພື່ອສ້າງສະພາບແວດລ້ອມການດຳເນີນທຸລະກິດລະດັບສາກົນ, ຈີນຈະເດັດດ່ຽວລົງໂທດການກະທຳທີ່ລ່ວງລະເມີດສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ໂດຍສະເພາະ ແມ່ນຊັບສິນທາງປັນຍາ ຂອງນັກທຸລະກິດຕ່າງປະເທດ, ຍົກສູງຄຸນນະພາບການ ກວດກາແລະປະສິດທິພາບການກວດກາຊັບສິນທາງປັນຍາ, ປະຕິບັດຕາມລະບຽບການໄຊ້ແທນ ໃນລັກສະນະລົງໂທດ, ເພື່ອເພີ່ມການລົງໂທດຕໍ່ການລະເມີດກົດໝາຍຢ່າງເຄັ່ງຄັດ.
ທ່ານກ່າວວ່າ, ຈີນຈະເລັ່ງອອກລະບຽບການວ່າດ້ວຍການລົງທຶນຂອງນັກທຸລະກິດຕ່າງ ປະເທດ, ປັບປຸງລະບົບກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດໃຫ້ຈະແຈ້ງແລະໂປ່ງໃສ, ລົງເລິກ ປະຕິບັດລະບຽບການໃຫ້ສິດນັກລົງທຶນຕ່າງປະເທດເທົ່າທຽມກັບພົນລະເມືອງຈີນໃນດ້ານການລົງທຶນ ແລະອອກບັນຊີການລົງທຶນທີ່ສະຫງວນໄວ້ໃຫ້ພົນລະເມືອງຈີນຢ່າງຮອບດ້ານ, ເຄົາລົບ ຫຼັກການສາກົນໃນການດຳເນີນທຸລະກິດ,ປະຕິບັດຕໍ່ວິສາຫະກິດປະເພດຕ່າງໆທີ່ຂຶ້ນທະບຽນຢູ່ພາຍໃນຈີນຢ່າງສະເໝີພາບກັນ. ພ້ອມກັນນັ້ນ, ທ່ານກໍ່ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຄວນແກ້ໄຂ ບັນຫາຂອງຕົນ, ບໍ່ຄວນຕຳໜິວິຈານແຕ່ປະເທດອື່ນ, ໂດຍບໍ່ພິຈາລະນາຕົນເອງ.
ທ່ານສີຈິ້ນຜິງ ກ່າວວ່າ, ທຽບໃສ່ກຸ່ມເສດຖະກິດສຳຄັນອື່ນໆ, ການເຕີບໂຕຂອງເສດຖະກິດຈີນຍັງຢູ່ແຖວໜ້າຂອງໂລກ, ມີເງື່ອນໄຂທີ່ດີຫຼາຍຢ່າງທີ່ສາມາດຮັກສາເສດຖະກິດໃຫ້ເຕີບໂຕຢ່າງໝັ້ນທ່ຽງ, ແຂງແຮງແລະຍາວນານ.
ທ່ານເຫັນວ່າ, ສະພາບພື້ນຖານເສດຖະກິດຈີນພັດທະນາຢ່າງໝັ້ນທ່ຽງແລະແຂງແຮງບໍ່ມີການປ່ຽນແປງ, ເງື່ອນໄຂດ້ານປັດໄຈການຜະລິດທີ່ຄ້ຳຊູການພັດທະນາທີ່ມີຄຸນນະພາບສູງກໍບໍ່ມີການປ່ຽນແປງ, ທ່ວງທ່າໃຫຍ່ທີ່ເສດຖະກິດພັດທະນາໄປໃນທິດທາງທີ່ດີຢ່າງໝັ້ນທ່ຽງແລະຍາວນານບໍ່ມີການປ່ຽນແປງ, ຄວາມສາມາດໃນການດັດສົມຄວບຄຸມມະຫາພາກແຫ່ງຊາດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການປະຕິຮູບໄດ້ກ້າວເຂົ້າສູ່ລວງເລິກຢ່າງຮອບດ້ານທັງໄດ້ປ່ອຍພະລັງແຮງໃຫ້ແກ່ການພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານສີຈິ້ນຜິງ ຍັງໄດ້ຕີລາຄາອີກວ່າ: ການພັດທະນາຂອງຈີນໄດ້ປະສົບກັບຄວາມຂັດແຍ້ງແລະບັນຫາເຄັ່ງຮ້ອນຈຳນວນໜຶ່ງ, ຄວາມບໍ່ແນ່ນອນໃນຂົງເຂດຈຳນວນໜຶ່ງກໍໄດ້ເພີ່ມຂຶ້ນ, ການດຳເນີນທຸລະກິດຂອງວິສາຫະກິດສ່ວນໜຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນ, ຄວາມສ່ຽງແລະສິ່ງທ້າທາຍໃນຂົງເຂດຈຳນວນໜຶ່ງເພີ່ມຂຶ້ນ. ທ່ານເຫັນວ່າ, ເສດຖະກິດຈີນແມ່ນທະເລທີ່ກວ້າງໃຫຍ່ໄພສານ, ຫາກບໍ່ແມ່ນສະນ້ຳນ້ອຍ, ລົມພາຍຸແລະຝົນຕົກແຮງຊ່ຳໃດກໍບໍ່ສາມາດທຳລາຍທະເລໄດ້, ເສດຖະກິດຈີນຈະສາມາດເລັ່ງເຂົ້າສູ່ທິດທາງການທີ່ພັດທະນາຢ່າງວ່ອງໄວແລະມີຄຸນນະພາບສູງຢ່າງແນ່ນອນ.
ທ່ານສີຈິ້ນຜິງ ກ່າວວ່າ: ຈີນປະກາດວາງ 3 ນະໂຍບາຍເພື່ອຊຸກຍູ້ໃຫ້ນະຄອນຊຽງໄຮແລະເຂດແຂວງອື່ນໆເປີດກວ້າງການເປີດປະຕູສູ່ພາຍນອກ.
ໜຶ່ງ: ຈີນຈະສ້າງເຂດທົດລອງການຄ້າເສລີຊຽງໄຮເຂດໃໝ່ ເພື່ອສົ່ງເສີມແລະສະໜັບສະໜູນນະຄອນຊຽງໄຮສະສົມບົດຮຽນໃນການຊຸກຍູ້ການສ້າງຄວາມສະດວກໃຫ້ແກ່ການລົງທຶນແລະການຄ້າເສລີທີ່ສາມາດຮຽນແບບແລະນຳໄປໃຊ້ໄດ້ໃນຂອບເຂດທົ່ວປະເທດ; ສອງ: ສ້າງກະດານຫຸ້ນປະດິດສ້າງທາງດ້ານວິທະຍາສາດເຕັກໂນໂລຊີຢູ່ຕະຫຼາດຫຼັກຊັບຊຽງໄຮແລະທົດລອງລະບົບລົງທະບຽນ, ສະໜັບສະໜູນການສ້າງສູນການເງິນສາກົນຊຽງໄຮແລະສູນປະດິດສ້າງທາງດ້ານວິທະຍາສາດເຕັກໂນໂລຊີ; ສາມ: ສະໜັບສະໜູນການພັດທະນາການເຊື່ອມໂຍງເຂົ້າກັນລະຫວ່າງນະຄອນຊຽງໄຮ, ແຂວງເຈີ້ຈ່ຽງ, ແຂວງຈ່ຽງຊູ່ແລະເຂດອື່ນໆໃນເຂດສາມລ່ຽມແມ່ນ້ຳຢາງຊີກຽງອື່ນໆເປັນອັນດຽວກັນ ແລະໃຫ້ກາຍເປັນຍຸດທະສາດແຫ່ງຊາດ ໂດຍປະສານສົມທົບກັບການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການຊ່ວຍຊູ້ຍູໜູນການພັດທະນານະຄອນຫຼວງປັກກິ່ງ, ນະຄອນທ່ຽນສິນ ແລະແຂວງເຮີເປີຍໄປພ້ອມກັນ, ການພັດທະນາແລວທາງເສດຖະກິດແມ່ນ້ຳຢາງຊີກຽງ ແລະ ການສ້າງເຂດຕ້າວານແຂວງກວາງຕຸ້ງ, ຮົງກົງແລະມາກາວ ເພື່ອປັບປຸງແຜນການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນໃຫ້ສົມບຸນຍິ່ງຂຶ້ນ.