ອ່ານ​ຂ່າວ​ລະ​ອຽດ APP

ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ພັນ​ລະ​ຍາ​ຕ້ອນ​ຮັບ​ແຂກ​ທີ່​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

cri2018-11-05 09:22:02

图片默认标题_fororder_1123661280_15413454457471n

ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ນະ​ຄອນ​ຊຽງ​ໄຮ, ເພື່ອ​ຕ້ອນ​ຮັບ​ແຂກ​ທີ່​ມີ​ກຽດ ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ.

ທ່ານ​ສີ​ຈິ້ນ​ຜິງ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຕ້ອນ​ຮັບຜູ້​ນຳ​ແລະ​ແຂກ​ທີ່​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆ​ດ້ວຍ​ຄວາມ​ອົບ​ອຸ່ນ. ທ່ານ​ສີ​ຈິ້ນ​ຜິງ ກ່າວວ່າ, ຊຽງ​ໄຮ​ແມ່ນ​ສູນ​ເສດ​ຖ​ະ​ກິດ​ໃຫຍ່​ທີ່​ສຸດ​ແລະ​ແຖວ​ໜ້າ​ດ້ານ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ທັງ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ຂະ​ບວນ​ການ​ທາງປະ​ຫວັດ​ສາດ​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​ຂອງ​ຈີນ​ໃນ​ຍຸກ​ໃໝ່, ​ບຽບ​ເໝືອນບົດ​ຄວາມ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ປະ​ຕູ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕະ​ຫຼອດ​ໄລ​ຍະ 40 ປີ​ຂອງ​ຈີນ. ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ແມ່ນ​ຂອງ​ຈີນ, ທັງ​ເປັນ​ຂອງ​​ໂລກ. ນີ້​ບໍ່​ແມ່ນ​ງານ​ວາງ​ສະ​ແດງ​ທຳ​ມະ​ດາ​ເທົ່າ​ນັ້ນ, ແຕ່ຫາກ​ແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​ຈີນ​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂຶ້ນ​ສູ່​ລະ​ດັບ​ສູງ​ຮອບ​ໃໝ່, ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ຈີນ​ເປີດ​ຕະ​ຫຼາດ​ຕໍ່​ທົ່ວ​ໂລກ​ເປັນ​ເຈົ້າ​ການ. ເຊື່ອ​ວ່າ​ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຈະ​​ເພີ່ມ​ຄວາມ​ມີ​ສະ​ເໜ່​ໃໝ່​ໃຫ້​ແກ່​ນະ​ຄອນ​ຊຽງ​ໄຮ.

ໃນ 6 ວັນ​ຕໍ່​ໜ້າ, 172 ປະ​ເທດ​, ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມາ​ຈາກ 5 ທະ​ວີບ​ຈະ​ວາງ​ສະ​ແດງ​ຜົນ​​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ແລະ​ພາບ​ພົດຂອງ​ຕົນ, ວິ​ສາ​ຫະ​ກິດ 3600 ກວ່າ​ແຫ່ງ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ກໍ​ຈະ​ປຶກ​ສາ​ຫາ​ລື​ກັບ​ນັກ​ທຸ​ລະ​ກິດ​ຈັດ​ຊື້​​ຂອງຈີນ​ແລະ​ຕ່າງ​ປະ​ເທດ​ຢ່າງ​​ເຕັມ​ທີ່, ເພື່ອ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

图片默认标题_fororder_1123661280_15413454627561n
ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ນະ​ຄອນ​ຊຽງ​ໄຮ, ເພື່ອ​ຕ້ອນ​ຮັບ​ແຂກ​ທີ່​ມີ​ກຽດ ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ.

图片默认标题_fororder_1123661280_15413453972281n

ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ນະ​ຄອນ​ຊຽງ​ໄຮ, ເພື່ອ​ຕ້ອນ​ຮັບ​ແຂກ​ທີ່​ມີ​ກຽດ ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ.

Not Found!(404)