ອ່ານ​ຂ່າວ​ລະ​ອຽດ APP

ທ່ານ​ສີ​ຈິ້ນ​ຜິງ​ແລະ​ຜູ້​ນຳ​ຕ່າງ​ປະ​ເທດຢ້ຽມ​ຊົມ​ຮ້ານວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​

cri2018-11-06 10:04:24

图片默认标题_fororder_1123667359_15414314573751n

ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຮ່ວມ​ກັນ​ຢ້ຽມ​ຊົມຫໍວາງ​ສະ​ແດງ​ຕ່າງໆ.

ຕອນ​​ທ່ຽງ​ວັນ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ຜູ້​ນຳ​ຕ່າງ​ປະ​ເທດ​ໄດ້​ຢ້ຽມ​ຊົມ​ເຂດ​ວາ​ງ​ສະ​ແດງ​ຂອງ​ປະ​ເທດ​ລາວ, ຫວຽດ​ນາມ, ປາ​ກີ​ສະ​ຖານ, ຣັດ​ເຊຍ​ແລະ​​ປະ​ເທດອື່ນໆ, ເພື່ອ​ຊອກ​ຮູ້​ຜົນ​ງານການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ແລະ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ຕ່າງໆ. ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ຂອງ​​​ຮ້ານ​ວາງ​ສະ​ແດງ​ລາວ​​ແລະ​ການ​ວາງ​ສະ​ແດງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ​ຂອງ​ຮ້ານ​ວາງ​ສະ​ແດງ​ປາ​ກີ​ສະ​ຖານໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ອັນ​ດີ​ງາມ​ລະ​ຫວ່າງ​ຈີນ-ລາວ, ຈີນ-ປາ​ກີ​ສະ​ຖານ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ຢູ່​​ຮ້ານ​ວາງ​ສະ​ແດງ​ຣັດ​ເຊຍ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ເມັດ​ເວ​ເດັ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ໄດ້​ຮ່ວມ​ກັນ​ຮັບ​ຟັງ​ຜົນ​ງານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ຣັດ​ເຊຍ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ​ທ່ານຫວັງ​ໃຫ້​ຝ່າຍ​ຕ່າງໆ​ຖື​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປັນ​ໂອ​ກາດ​ທີ່​ດີ, ​ຊອກ​ໃຫ້​ເຫັນ​ໂອ​ກາດ​ການ​ຄ້າ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ຕົນ, ແລ​ະ​ບັນ​ລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໂດຍ​ຜ່ານ​ການ​ຂາຍ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຢູ່​ຈີນ, ເຮັດ​ໃຫ້​ຕະ​ຫຼາດ​ຈີນ​ມີ​ສິນ​ຄ້າ​ອຸ​ດົມ​ສົມ​ບູນ​ຂຶ້ນ​ແລະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ຈີນ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

Not Found!(404)