ຕາມຂ່າວCRI: ວັນທີ 6 ພະຈິກນີ້, ທ່ານ ຄຸນຊຣີ ທອງຢ້ອຍ ຜູ້ບໍລິຫານສູງສຸດຂອງກຸ່ມທຸລະກິດພຶດປະສົມບໍລິສັດ CP ຂອງໄທທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດກ່າວໃນຂະນະທີ່ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ໃນ 40 ປີຜ່ານມາ, ບໍລິສັດ CP ແລະຈີນໄດ້ຮ່ວມກັນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກໄດ້ເຕີບໃຫຍ່ແລະຂະຫຍາຍຕົວຢ່າງແຂງແຮງ,ຕົນມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ການພັດທະນາຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.
ທ່ານ ຄຸນຊຣີ ທອງຢ້ອຍ ກ່າວວ່າ: ໃນຖານະເປັນກຸ່ມບໍລິສັດຕ່າງປະເທດທີ່ເຂົ້າມາລົງທຶນຢູ່ຈີນແຫ່ງທຳອິດຫຼັງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ,ບໍລິສັດຕົນໄດ້ມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ຈີນກໍຄືການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນມາໂດຍຕະຫຼອດ.ກຸ່ມບໍລິສັດຕົນສະເໜີຊື່ເຂົ້າຮ່ວມງານວາງສະແດງຄັ້ງນີ້ທັນທີ,ໄດ້ນຳເອົາຜະລິດຕະພັນ 400 ກວ່າຊະນິດຈາກໄທແລະບໍລິສັດສາຂາຢູ່ຕ່າງປະເທດເຂົ້າມາວາງສະແດງ,ໄດ້ເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການກະທຳຕົວຈິງ,ໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຕໍ່ເສດຖະກິດໂລກາພິວັດແລະການຄ້າເສລີ.