ອ່ານ​ຂ່າວ​ລະ​ອຽດ APP

ທ່ານ ອອງ​ຕູ ກ່າວ​ວ່າ: ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເຮັດ​ໃຫ້​ໂລກ​​ຮັບ​ຮູ້​ທັດ​ສະ​ນະ​ພັດ​ທະ​ນາ​ແບບ​ຮ່ວມ​ມື​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ຂອງ​ຈີນ

cri2018-11-08 11:47:20

ວັນ​ທີ 6 ພະ​ຈິກ​ນີ້, ທ່ານ ອອງ​ຕູ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັ​ກ​ຂ່າວ CRI ວ່າ: ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ​ງານ​ມະ​ໂຫລານ​ທີ່​ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ​ຄັ້ງ​ໜຶ່ງ,ສາ​ມາດ​ເຮັດ​ໃຫ້​ໂລກ​ຮັບ​ຮູ້​ທັດ​ສະ​ນະ​​ພັດ​ທະ​ນາ​ແບບ​ຮ່ວມ​ມື​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ຂອງ​ຈີ​ນ.
 

ໃນ​ພິ​ທີ​ໄຂ​ງານ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໂດຍ​ເນັ້ນໜັກ​ເຖິງ​ຄຳ​ສັບ​ສຳ​ຄັນ​ຕ່າງໆ​ຫຼາຍ​ຄັ້ງ​ເຊັ່ນ: “ກວມ​ລວມ”“ການ​ເປີດ​ປະ​ຕູ​ສູ່​ພາຍນອກ”ແລະ“ການ​ຮ່ວມ​ມື​”ເປັນ​ຕົ້ນ,ທ່ານ ອອງ​ຕູ ໄດ້​ມີຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ເລື່ອງ​ນີ້. ທ່ານ​ກ່າວ​ວ່າ: ໃນ​ເມື່ອ​ກ່ອນ,ຈີນ​​ໄດ້​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ການ​ສົ່ງ​ອອກ​ໃນ​ຂົງ​ເຂດ​ການ​ຄ້າ​ສາ​ກົນ, ປັດ​ຈຸ​ບັນ, ຜ່ານ​ການ​ຈັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​,ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທັດ​ສະ​ນະຂອງ​ຈີນທີ່​ມີ​ການ​ຮ່ວມ​ມື​ແລະ​ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກັນ,ຖື​ສຳ​ຄັນ​ການພັດ​ທະ​ນາ​ທາງດ້ານການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ.
 

ທ່ານ ​ອອງ​ຕູ ເຫັນ​ວ່າ: ການ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ຈະ​ເຮັດ​ໃຫ້​ມຽນ​ມາ​ສາ​ມາດ​ໄດ້​ຮັບ​ກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ສົ່ງ​ອອກ​ຫຼາຍກວ່າ​ເກົ່າ. ຈີນ​ກຳ​ລັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ,ໃນ​ນັ້ນ ຊ່ອງ​ທາງ​ການ​ຊ່ວຍ​ເຫຼືອ​ອັນ​ໜຶ່ງກໍ່​ແມ່ນ​ເປີດກວ້າງ​ການ​ເປີດ​ປະ​ຕູສູ່​ພາຍນອກ,ເຮັດ​ໃຫ້​ປະ​ເທດ​​ພວມ​ພັດ​ທະ​ນາ​ສາ​ມາດ​ເຂົ້າ​ເຖິງ​ຕະ​ຫຼາດ​ຈີນ​ໄດ້ຫຼາຍກວ່າ​ເກົ່າ​.

Not Found!(404)